ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ກ່າວ​ວ່າ ທະຫານ ສຫລ 200 ຄົນ ຈະປະຈຳການ ຢູ່ໃນ ຊີເຣຍ ຕໍ່​ໄປ


ພວກທະຫານສະຫະລັດ ກຳລັງລາດຕະເວນ ຢູ່ໃກ້ໆ ເຂດຊາຍແດນ ໃນແຂວງ ຮາຊາຄາ ຂອງຊີເຣຍ ຕິດກັບເທີກີ, ວັນທີ 4 ພະຈິກ 2018.
ພວກທະຫານສະຫະລັດ ກຳລັງລາດຕະເວນ ຢູ່ໃກ້ໆ ເຂດຊາຍແດນ ໃນແຂວງ ຮາຊາຄາ ຂອງຊີເຣຍ ຕິດກັບເທີກີ, ວັນທີ 4 ພະຈິກ 2018.

ທະຫານສະຫະລັດ ປະມານ 200 ຄົນ ຍັງຈະປະຈຳການຢູ່ໃນຊີເຣຍ​ຕໍ່​ໄປ ຫຼັງຈາກ
ສະຫະລັດ ໄດ້ຖອນກຳລັງອອກຈາກປະເທດດັ່ງ​ກ່າວ ອີງຕາມການປະກາດ ຂອງ
ທຳນຽບຂາວ ໃນວັນພະຫັດວານນີ້.

ໂຄສົງທຳນຽບຂາວ ທ່ານນາງຊາຣາ ແຊນເດີສ໌ ໄດ້ກ່າວໃນຖະແຫຼງການສັ້ນໆ ວ່າ
“ກຳ​ລັງ​ຮັກ​ສາສັນຕິພາບ ​ຈຸນ້ອຍໆກຸ່ມນຶ່ງ” ຈະປະຈຳການຢູ່ໃນຊີເຣຍ “​ໄປຊົ່ວ
ໄລຍະນຶ່ງ.”
ທ່ານນາງບໍ່ໄດ້ໃຫ້ລາຍລະອຽດໃດໆຕື່ມອີກ.

ເມື່ອໄດ້ຖືກຕິດຕໍ່ຫາ ກ່ຽວກັບການ​ເຄື່ອນ​ໄຫວ​ດັງກ່າວ ໃນຕອນແລງວັນພະຫັດວານນີ້
ທຳນຽບຫ້າແຈກໍໄດ້ຂໍ​ໃຫ້​ສົ່ງຄຳຖາມຕ່າງໆ ໄປໃຫ້ທຳນຽບຂາວ.

ໃນປັດຈຸບັນນີ້ ມີທະຫານອາເມຣິກັນ ປະມານ 2,000 ຄົນ ຢູ່ໃນຊີເຣຍ ທີ່ໃຫ້ການສະ
ໜັບສະໜຸນ ແກ່ກຳລັງຊາວເຄີດ ຕໍ່ສູ້ຕຕ້ານ ກຸ່ມລັດອິສລາມ ຈຸສຸດທ້າຍ.

ປະທານາທິບໍດີ ດໍໂນລ ທຣຳ ໂດຍການຄາດຫວັງ ໃນການປະລາໄຊຂອງກຸ່ມລັດ
ອິສລາມ ຫຼື IS ໃນຊີເຣຍ ນັ້ນ ໄດ້ປະກາດອອກໄປ ໂດຍເຮັດໃຫ້ຫຼາຍຄົນແປກໃຈ
ໃນເດືອນທັນວາປີກາຍນີ້ ທີ່ວ່າ ກຳລັງສະຫະລັດທັງໝົດ ຈະຖອນອອກຈາກຊີເຣຍ
ພາຍໃນທ້າຍເດືອນເມສານີ້. ໃນການເຮັດເຊັ່ນນັ້ນ ທ່ານເຮັດໃຫ້ພັນທະມິດທັງຫຼາຍ
ໃນຢູໂຣບ ຂອງສະຫະລັດ ຈົນປັນຍາ ແລະໄດ້ເຮັດໃຫ້ພັນທະມິດບາງສວນ ຂອງ
ທ່ານເອງ ຢູ່ໃນວໍຊິງຕັນ ບໍ່ພໍໃຈ.

ສະມາຊິກສະພາສູງ ທ່ານ ລິນເສ ແກຣມ ຜູ້ເປັນເພື່ອນໃກ້ຊິດຂອງທ່ານທຣຳ ຢູ່ລັດ
ຖະສະພາ ກໍໄດ້ເອີ້ນການປະກາດນັ້ນວ່າ “ເປັນແນວຄິດ ທີ່ໂງ່ຈ້າທີ່ສຸດ ທີ່ຂ້າພະເຈົ້າ
ເຄີຍໄດ້ຍິນມາ.”

ຮັກສາການຊົ່ວຄາວ ລັດຖະມົນຕີປ້ອງກັນປະເທດ ທ່ານ ແພັດທຣິກ ແຊນນະແຮນ ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ທຳນຽບຫ້າແຈ, ວັນທີ 28 ມັງກອນ 2019, ໃນນະຄອນຫຼວງວໍຊິງຕັນ.
ຮັກສາການຊົ່ວຄາວ ລັດຖະມົນຕີປ້ອງກັນປະເທດ ທ່ານ ແພັດທຣິກ ແຊນນະແຮນ ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ທຳນຽບຫ້າແຈ, ວັນທີ 28 ມັງກອນ 2019, ໃນນະຄອນຫຼວງວໍຊິງຕັນ.

ອີງຕາມ ທ່ານແກຣມແລ້ວ ຮັກສາການຊົ່ວຄາວ ລັດຖະມົນຕີປ້ອງກັນປະເທດ ທ່ານ
ແພັດທຣິກ ແຊນນາແຮນ ເຫັນດີວ່າ ການຖອນກຳລັງສະຫະລັດ ອອກທັງໝົດ ຈາກ
ຊີເຣຍ ອາດນຳໄປສູ່ ການຟື້ນໂຕຄືນອີກ ຂອງກຸ່ມລັດອິສລາມ, ການໂຈມຕີຕໍ່ກຳລັງ ຊາວເຄີດໂດຍເທີກີ ແລະ ອຳນວຍໃຫ້ອີຣ່ານໄດ້ປຽບຢູ່ໃນຊີເຣຍ.

ບັນດາຜູ້ນຳຂອງຢູໂຣບ ໄດ້ກ່າວວ່າ ພວກເຂົາເຈົ້າບໍ່ເຕັມໃຈທີ່ຈະເຂົ້າໄປຮັກສາຄວາມ
ປອດໄພແທນ ໃນຂະ​ນະທີ່ກຳລັງສະຫະລັດ ​ຖອນອອກໄປ.

ແຕ່ທ່ານ ແຊນນາແຮນ ໄດ້ກ່າວວ່າ ບັນດາພັນທະມິດຂອງສະຫະລັດ ບໍ່ໄດ້ປະຕິເສດ
ໃນແນວຄິດຂອງການປະຈຳການ ຢູ່ໃນຊີເຣຍ ໃນຖານະເປັນກຳລັງສັງເກດການ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG