ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ເປີດ​ເຜີຍ ກ່ຽວ​ກັບ ການ​ກະ​ທ​ຳ​ຜິດ​ກົດ​ໝາຍ ບອກ​ສະ​ມາ​ຊິກ​ສະ​ພາ​ສູງ ກ່ຽວ​ກັບ ຄວາມ​ບົກ​ຜ່ອງ​ດ້ານ​ຄວາມ​ປອດ​ໄພ​ຂອງ​ບໍ​ລິ​ສັດ Twitter


ອະ​ດີດ​ຫົວ​ໜ້າ​ດ້ານ​ຄວາມ​ປອດ​ໄພ​ຂອງ​ບໍ​ລິ​ສັດ Twitter ທ່ານ ປີ​ເຕີ "ມັດ​ຈ໌" ແຊັດ​ໂກ ສາ​ບານ​ຕົວ​ເພື່ອ​ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ສະ​ພາ​ສູງ, ຫໍ​ລັດ​ຖ​ະ​ສະ​ພາ ສະ​ຫະ​ລັດ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, 13 ກັນ​ຍາ 2022.
ອະ​ດີດ​ຫົວ​ໜ້າ​ດ້ານ​ຄວາມ​ປອດ​ໄພ​ຂອງ​ບໍ​ລິ​ສັດ Twitter ທ່ານ ປີ​ເຕີ "ມັດ​ຈ໌" ແຊັດ​ໂກ ສາ​ບານ​ຕົວ​ເພື່ອ​ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ສະ​ພາ​ສູງ, ຫໍ​ລັດ​ຖ​ະ​ສະ​ພາ ສະ​ຫະ​ລັດ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, 13 ກັນ​ຍາ 2022.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ ສະ​ຫະ​ລັດ ໄດ້​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ກັບ​ອະ​ດີດ​ຫົວ​ໜ້າ​ດ້ານ​ຄວາມ​ປອດ​ໄພ​ ຂອງ​ບໍ​ລິ​ສັດ ທວິດ​ເຕີ ໃນ​ລະ​ຫວ່າງ​ການ​ໃຫ້​ການ​ເມື່ອ​ວັນ​ອັງ​ຄາ​ນ​ວານນີ້ ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ອະ​ທິ​ບາຍບັນ​ຫາ​ທີ່​ຮ້າຍ​ແຮງ ກ່ຽວ​ກັບ ເວັບ​ໄຊ້​ສື່​ສັງ​ຄົມ ​ທີ່​ມີ​ອິດ​ທິ​ພົນ​ສູງ​ນັ້ນ.

ທ່ານ ປີ​ເຕີ “ມັ​ດ​ຈ໌” ແຊັດ​ໂກ (Peiter “Mudge” Zatko) ໄດ້​ກ່າວ​ໃນ​ການ​ໃຫ້​ປາກ​ຄຳ​ຕໍ່​ຄະ​ນະ​ກຳ​ມະ​ການຕຸ​ລາ​ການ​ສະ​ພາ​ສູງວ່າ “ມັນ​ບໍ່​ສຳ​ຄັນ​ວ່າ​ ແມ່ນ​ໃຜ​ມີ​ກະ​ແຈ​ຖ້ າ​ເຈົ້າ​ບໍ່​ມີ​ລັອກ​ໃສ່​ປະ​ຕູ. ແລະ​ຄວາມ​ສ່ຽງ​ປະ​ເພດນີ້ ​ແມ່ນບໍ່​ໄດ້​ຢູ່​ໃນ​ບົດ​ຄັດ​ຫຍໍ້. ມັນ​ບໍ່​ໄດ້​ໄກ​ຈາກ​ຄວາມ​ຈິງ​ທີ່​ຈະ​ເວົ້າ​ວ່າ​ພະ​ນັກ​ງານ​ໃນ​ບໍ​ລິ​ສັດ ອາ​ດ​ໄດ້​ເຂົ້າ​ຄວບ​ຄຸມ​ບັນ​ຊີ ​ຂອງ​ສະ​ມາ​ຊິກ​ສະ​ພາ​ສູງ​ທຸກ​ຄົນ​ຢູ່​ໃນ​ຫ້ອງນີ້.”

ທ່ານ​ໄດ້​ກ່າວ​ວ່າ “ຍ້ອນ​ອັນ​ຕະ​ລາຍ​ທີ່ມີ​ແທ້​ຕໍ່​ຜູ້​ໃຊ້ ແລະ ຄວາມ​ປອດ​ໄພ​ແຫ່ງ​ຊາດ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ພິ​ຈາ​ລະ​ນາ​ວ່າ​ມັນ​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຖື​ມັນ​ເປັນ​ຄວາມ​ສ່ຽງ​ສ່ວນ​ຕົວ ແລະ ອາ​ຊີບ​ຕໍ່​ຂ້າ​ພະ​ເຈົ້າ​ເອງ ແລະ ຕໍ່​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ການ​ກາຍ​ເປັນ​ຜູ້​ເປີດ​ເຜີຍ​ການ​ກະ​ທຳ​ທີ່​ຜິດ​ກົດ​ໝາຍ.”

ທ່ານ ແຊັດ​ໂກ, ຜູ້​ທີ່​ໄດ້​ທຳ​ການ​ເປີດ​ເຜີຍຫຼາຍ​ຄັ້ງ​ກ່ອນ​ໜ້ານີ້​ໃນ​ການ​ຕຳ​ນິຍາວ 84 ໜ້າ​ຕໍ່​ຄະ​ນະ​ກຳ​ມາ​ທິ​ການ​ດ້ານ​ຄວາມ​ປອດ​ໄພ ແລະ ການ​ແລກ​ປ່ຽນ ແລະ ອົງ​ການ​ອອກ​ກົດ​ລະ​ບຽບ​ຂອງ​ລັດ​ຖະ​ບານ ສະ​ຫະ​ລັດ ອື່ນໆ​ນັ້ນ, ໄດ້​ກ່າວ​ວ່າສິ່ງ​ຈູງ​ໃຈ​ຜູ້​ບໍ​ລິ​ຫານ​ໄດ້​ບັງ​ຄັບ​ໃຫ້​ບັນ​ດາ​ຜູ້​ບໍ​ລິ​ຫານ​ໃຫຍ່​ບໍ​ລິ​ສັດ​ ທວິດ​ເຕີ ໃຫ້​ບູ​ລິ​ມະ​ສິດ​ລາຍ​ໄດ້ຫຼາຍກວ່າ​ຄວາມ​ປອດ​ໄພ.

ທ່ານ ແຊັດ​ໂກ ໄດ້​ກ່າວ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງວ່າ “ມັນ​ມີ​ວັດ​ທະ​ນະ​ທຳ ກ່ຽວ​ກັບ ການ​ບໍ່​ລາຍ​ງານ​ຜົນ​ງານ​ທີ່ບໍ່​ດີ, ມີ​ແຕ່​ລາຍ​ງານ​ຜົນ​ງານ​ທີ່​ດີ.”

ປະ​ທານ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ສະ​ພາ​ສູງ​ທ່ານ ດິກ ເດີ​ບິນ, ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ, ໄດ້​ກ່າວ​ຢ້ຳ​ວ່າ​ອີງ​ຕາມ​ທ່ານ ແຊັດ​ໂກ ນັ້ນ, “ປະ​ຕູ​ເຂົ້າ​ສູ່​ຫ້ອງ​ທີ່​ວ່າ​ນັ້ນ​ ແມ່ນ​ໄດ້​ເປີດກວ້າງ ແລະ ຫ້ອງ​ທີ່​ວ່າ​ນັ້​ນ​ນັ້ນ​ປະ​ກອບ​ມີ​ຂໍ້​ມູນ ກ່ຽວ​ກັບ ເຈົ້າຫຼາຍກວ່ານີ້ ​ທີ່​ເຈົ້າ​ຈະ​ສາ​ມາດ​ຈິນ​ຕະນາ​ການ​ໄດ້​ອີກ.”

ສະ​ມາ​ຊິກ​ສະ​ພາ​ສູງຫຼາຍ​ທ່ານ, ​ທັງຈາກພັກ​ເດ​ໂມ​ແຄ​ຣັດ ແລະພັກ​ຣີ​ພັບ​ບ​ລີ​ກັນ, ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງວ່າ ຄວາມ​ສ່ຽງ​ຂອງ​ບໍ​ລິ​ສັດ ທວິດ​ເຕີ ອາດ​ປະ​ກອບ​ມີ​ໄພ​ຂົ່ມ​ຂູ່​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ.

ອ່ານ​ຂ່າວນີ້​ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG