ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເມື່ອໃດ ແລະ ຢາວັກຊີນປ້ອງກັນ COVID-19 ຊະນິດໃດ ທີ່ອາດຈະມີໃຫ້ໃຊ້ ຢູ່ໃນຂົງເຂດເອເຊຍ?


ປ້າຍປະສາສຳພັນ ທີ່ເຕືອນໃຫ້ລະມັດລະວັງ ເພື່ອສະກັດກັ້ນການຕິດໄວຣັສໂຄໂຣນາ ໄດ້ຖືກຕິດຕັ້ງຢູ່ສະຖານີລົດໄຟໃຕ້ດິນໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນອັງຄານ ທີ 8 ທັນວາ 2020.
ປ້າຍປະສາສຳພັນ ທີ່ເຕືອນໃຫ້ລະມັດລະວັງ ເພື່ອສະກັດກັ້ນການຕິດໄວຣັສໂຄໂຣນາ ໄດ້ຖືກຕິດຕັ້ງຢູ່ສະຖານີລົດໄຟໃຕ້ດິນໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນອັງຄານ ທີ 8 ທັນວາ 2020.

ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌ ຂໍ້ມູນການທົດລອງຢາວັກຊີນຈາກບໍລິສັດ ຟາຍເຊີຣ (Pfizer) ພ້ອມກັບຄູ່ຮ່ວມງານບໍລິສັດໄບໂອເອັນເທັກ (BioNTech), ບໍລິສັດໂມເດີຣນາ (Moderna) ແລະບໍລິສັດ ອາສຕຣາຊີເນກາ (AstraZeneca) ໄດ້ສະແດງໃຫ້ເຫັນວ່າ ຢາວັກຊີນໃນຂັ້ນທົດລອງຂອງພວກເຂົາເຈົ້າທັງ ແມ່ນມີປະສິດທິພາບໃນການປ້ອງກັນການຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່.

ໃນຂະນະທີ່ຂັ້ນຕອນໃນການອອກກົດລະບຽບຄຸມຄອງກຳລັງດຳເນີນໄປຢູ່ນັ້ນ ບໍ່ເທົ່າໃດປະເທດຂອງເອເຊຍຄາດວ່າ ຈະໄດ້ຮັບຢາວັກຊີນໃນຈຳນວນຫລວງຫຼາຍໃນຂັ້ນຕົ້ນ. ນີ້ແມ່ນໄລຍະເວລາຂອງການແຈກຢາຍທີ່ໄດ້ຄາດຄະເນໄວ້ ຊຶ່ງຂໍ້ຕົກລົງທັງຫຼາຍໃນການສະໜອງຢາວັກຊີນໄດ້ປະກາດອອກມາ ແລະການທົດລອງທາງຄລີນິກໄດ້ດຳເນີນໄປຢູ່ໃນພາກພື້ນດັ່ງກ່າວ.

ຢູ່ອອສເຕຣເລຍ ໄດ້ຮັບຢາໃນປະລິມານລວມເກືອບ 140 ລ້ານໂດສ ທີ່ປະກອບດ້ວຍ: 53.8 ລ້ານໂດສ ຈາກ ອາສຕຣາຊີເນກາ (AstraZeneca), 51 ລ້ານໂດສ ຈາກບໍລິສັດ ໂນວາແວັກສ໌ (Novavax), 10 ລ້ານໂດສ ຈາກຟາຍເຊີຣ (Pfizer) ແລະ 25.5 ລ້ານໂດສ ຈາກໂຄງການແຈກຢາຍ ໂຄແວັກສ໌ (COVAX).

ອອສເຕຣເລຍ ຄາດໝາຍວ່າ ຢາວັກຊີນຂອງອາສຕຣາຊີເນກາ (AstraZeneca) 3.8 ລ້ານໂດສ ຈະຖືກນຳສົ່ງໃນເດືອນມັງກອນ ແລະເດືອນກຸມພາ ປີໜ້ານີ້ ແລະວາງແຜນທີ່ຈະເລີ້ມຕົ້ນການສັກຢາວັກຊີນໃຫ້ປະຊາຊົນໃນເດືອນມີນາ.

ສ່ວນຈີນນັ້ນ ແມ່ນບໍ່ໄດ້ປະກາດຂໍ້ຕົກລົງໃນການສະໜອງຢາວັກຊີນກັບພວກບໍລິສັດຜະລິດຢາຂອງຕາເວັນຕົກ ແຕ່ໄດ້ປະກາດວ່າມີການຮ່ວມມືກັບບັນດາບໍລິສັດເອກະຊົນພາຍໃນປະເທດກັບບໍລິສັດດັ່ງກ່າວແທນ.

ຢາວັກຊີນຂອງອາສຕຣາຊີເນກາ (AstraZeneca) ອາດໄດ້ຮັບການອະນຸມັດໃນຈີນ ພາຍໃນກາງປີ 2021 ແລະ ບໍລິສັດເຊິນເຈິ້ນ ກາງໄຕ ຜະລິຕະພັນຊີວະພາບຈຳກັດຂອງຈີນ (Shenzhen Kangtai Biological Products Co. Ltd.) ທີ່ເປັນຄູ່ຮ່ວມງານຂອງບໍລິສັດນັ້ນມີແຜນທີ່ຈະຜະລິດຢາວັກຊີນໃຫ້ໄດ້ຢ່າງໜ້ອຍ 100 ລ້ານໂດສຕໍ່ປີ ພາຍໃນທ້າຍປີນີ້.

ສຳລັບຢາວັກຊີນຂອງບໍລິສັດຟາຍເຊີຣແລະໄບໂອເອັນເທັກນັ້ນ ໜ່ວຍງານນຶ່ງຂອງບໍລິສັດກຸ່ມ ຊຽງໄຮ ໂຟຊັນ ເພສັດຊະກຳ ຈຳກັດ (Shanghai Fosun Pharmaceutical Group Co. Ltd.) ມີແຜນທີ່ຈະທົດລອງຢາວັກຊີນໃນຂັ້ນທີສອງ.

ບໍລິສັດທິເບດ ໂຣດີໂອລາ ເພສັດຊະກຳ ໂຮລດິງ (Tibet Rhodiola Pharmaceutical Holding Co.) ກຳລັງນຳເອົາຢາວັກຊີນຂອງຣັດເຊຍ ສປຸດນິກ 5 (Sputnik V) ທີ່ຢູ່ໃນຂັ້ນທົດລອງເຂົ້າມາ ແລະວາງແຜນທີ່ຈະທຳການທົດລອງໃນຂັ້ນຕົ້ນແລະກາງຢູ່ຈີນ.

ຈີນຍັງໄດ້ອະນຸມັດຢາກວັກຊີນສາມຊະນິດທີ່ໄດ້ຜະລິດຂຶ້ນມາໂດຍ ບໍລິສັດ ຊີໂນແວັກ ໄບໂອເທັກ ຈຳກັດ (Sinovac Biotech Ltd.) ແລະບໍລິສັດລັດວິສາຫະກິດ ກຸ່ມເພສັດຊະກຳຈີນແຫ່ງຊາດ ຫຼື ຊີໂນຟາຣມ໌ ເພື່ອນຳໃຊ້ແບບສຸກເສີນ ແລະຊີໂນຟາຣມ໌ ຫວັງວ່າ ຢາວັກຊີນສອງຊະນິດຂອງຕົນ ຈະໄດ້ຮັບການອະນຸມັດຕາມເງື່ອນໄຂເພື່ອນຳໃຊ້ທົ່ວໄປໄດ້ ພາຍໃນປີນີ້.

ຢູ່ຍີ່ປຸ່ນ ຍີ່ປຸ່ນໄດ້ມີຂໍ້ຕົກລົງທີ່ຈະຊື້ຢາວັກຊີນຈາກບໍລິສັດຟາຍເຊີຣແລະໄບໂອເອັນເທັກ 120 ລ້ານໂດສ ໃນເຄິ່ງປີໜ້າທຳອິດ ແລະ 120 ລ້ານໂດສ ຈາກບໍລິສັດອາສຕຣາຊີເນກາ ຊຶ່ງ 30 ລ້ານໂດສທຳອິດນັ້ນ ຈະຖືກນຳສົ່ງໃຫ້ພາຍໃນເດືອນມີນາ ປີ 2021 ແລະອີກ 250 ລ້ານໂດສ ຈາກບໍລິສັດໂນວາແວັກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG