ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສິ່ງ​ທີ່​ພວກ​ເຮົາ​ຮູ້ ກ່ຽວ​ກັບ ການ​ຮົ່ວ​ໄຫຼ ​ຂອງ​ເອກ​ກະ​ສານ​ລັບ​ທາງ​ທະ​ຫານ


ແຟ້ມ - ຮູບ​ທຳ​ນຽບ​ຫ້າ​ແຈ ທີ່​ເບິ່ງ​ລົງ​ມາ​ຈາກ​ເຮືອ​ບິນ​ປະ​ຈຳ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ Air Force One ຂະ​ນະ​ທີ່​ມັນ​ບິນ​ຜ່ານ​ວໍ​ຊິ​ງ​ຕັນ ເມື່ອ​ວັນ​ທີ 2 ມີ​ນາ 2022.
ແຟ້ມ - ຮູບ​ທຳ​ນຽບ​ຫ້າ​ແຈ ທີ່​ເບິ່ງ​ລົງ​ມາ​ຈາກ​ເຮືອ​ບິນ​ປະ​ຈຳ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ Air Force One ຂະ​ນະ​ທີ່​ມັນ​ບິນ​ຜ່ານ​ວໍ​ຊິ​ງ​ຕັນ ເມື່ອ​ວັນ​ທີ 2 ມີ​ນາ 2022.

ເປັນ​ເວ​ລາ​ເກືອບ​ນຶ່ງ​ອາ​ທິດ​ແລ້ວ ນັບ​ແຕ່​ໄດ້​ມີ​ການ​ຮົ່ວ​ໄຫຼ​ຂອງ​ເອກ​ກະ​ສານ​ລັບ​ທີ່​ມີ​ຄວາມ​ສຳ​ຄັນ​ລະ​ດັບ​ສູງທາງ​ດ້ານ​ທະ​ຫານ​ ກ່ຽວ​ກັບ​ສົງ​ຄາມ​ຢູ່​ໃນ​ຢູ​ເຄ​ຣນ ທີ່​ໄດ້​ເລັດ​ລອດອ​ອກ​ມາ​ໃຫ້​ເຫັນ ເຮັດ​ໃຫ້​ທຳ​ນຽບ​ຫ້າ​ແຈ​ ຕ້ອງ​ໄດ້​ຟ້າ​ວ​ຟັ່ງ​ຢ່າງໄວ​ວາ​ ຫາ​ທາງ​ຄວບ​ຄຸມ​ຄວາມ​ເສຍ​ຫາຍ ເພື່ອ​ໃຫ້​ການ​ຄ້ຳ​ປະ​ກັນ​ແກ່ພັນ​ທະ​ມິດແລະ​ຊັ່ງ​ຊາ​ເບິ່ງ​ຂອບ​ເຂດ​ຂອງ​ການ​ຮົ່ວ​ໄຫຼ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ຂໍ້​ມູນ​ຈາກ​ຮູບ​ສະ​ໄລຈຳ​ນວນ​ນຶ່ງໄດ້​ເຜີຍ​ແບ​ໃຫ້​ເຫັນ​ເຖິງ​ຄວາມ​ຫຼໍ່​ແຫຼມ​ທີ່​ອາດ​ເປັນ​ໄປ​ໄດ້​ໃນ​ຄວາມ​ສາ​ມາດ​ຂອງ​ລະ​ບົບ​ປ້ອງ​ກັນ​ໄພ​ທາງ​ອາ​ກາດ​ຂອງ​ຢູ​ເຄ​ຣນ ​ແລະ​ເຜີຍ​ແບ​ການ​ຊັ່ງ​ຊາ​ຂອງ​ພັນ​ທະ​ມິດ ​ກ່ຽວ​ກັບ​ເລື້ອງ​ສືບ​ລັບ​ຈຳ​ນວນ​ນຶ່ງ.

​ຮວມ​ຢູ່​ໃນຄຳ​ຖາມ​ຕ່າງໆ ​ທີ່​ຖືກ​ຍົກ​ຂຶ້ນ​ມາ​ເວົ້າໃນ​ການ​ຮົ່ວ​ໄຫຼ​ນີ້ ກໍ​ແມ່ນ​ ມັນ​ຈະ​ເຮັດ​ໃຫ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ພັນ​ທະ​ມິດຫຼຸດ​ນ້ອຍ​ຖອຍ​ລົງ​ຫຼື​ບໍ່ກ່ຽວ​ກັບ​ການ​ແບ່ງ​ປັນ​ຂໍ້​ມູນ​ກັບ​ສະ​ຫະ​ລັດ ຫຼື​ມັນ​ມີ​ຜົນ​ກ​ະ​ທົບ​ຕໍ່​ແຜນ​ການ​ເພີ້​ມ​ທະ​ວີ​ການ​ສູ້​ລົບ​ຕ້ານ​ຣັດ​ເຊຍ ​ໃນ​ລະ​ດູ​ໃບ​ບານ​ໃໝ່​ນີ້ ​ຫຼື​ບໍ່.

It's been less than a week since news of highly classified military documents on the war in Ukraine surfaced, sending the Pentagon into full-speed damage control to assure allies and assess the scope of the leak. The information on scores of slides has publicized potential vulnerabilities in Ukraine's air defense capabilities and exposed private assessments by allies on an array of intelligence matters. Among the questions raised by the leak are whether it will erode allies' trust in sharing information with the U.S. or affect Ukraine's plans to intensify the fight against Russia this spring.

XS
SM
MD
LG