ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສິ່ງທີ່ທ່ານທຣຳ ໄດ້ກ່າວໄປ ກ່ອນໜ້າ ການຈະລາຈົນ ຢູ່ທີ່ລັດຖະສະພາ ສະຫະລັດ


ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຮຳ ຈັດການໂຮມຊຸມນຸມ ເພື່ອຄັດຄ້ານຕໍ່ການຮັບຮອງຜົນການເລືອກຕັ້ງ ປະທານາທິບໍດີ ສະຫະລັດ ປີ 2020 ໂດຍລັດຖະສະພາສະຫະລັດ, ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 6 ມັງກອນ 2021.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຮຳ ຈັດການໂຮມຊຸມນຸມ ເພື່ອຄັດຄ້ານຕໍ່ການຮັບຮອງຜົນການເລືອກຕັ້ງ ປະທານາທິບໍດີ ສະຫະລັດ ປີ 2020 ໂດຍລັດຖະສະພາສະຫະລັດ, ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 6 ມັງກອນ 2021.

ອະດີດປະທານາທິບໍດີ ດໍໂນລ ທຣຳ ກຳລັງປະເຊີນກັບການໄຕ່ສວນຄະດີຟ້ອງຮ້ອງໃນຂໍ້ຫາຍຸຍົງໃຫ້ກໍ່ຄວາມວຸ້ນວາຍ ທີ່ເຮັດໃຫ້ເກີດການຈະລາຈົນຢູ່ທີ່ລັດຖະສະພາສະຫະລັດ ໃນວັນທີ 6 ມັງກອນ ໃນຂະນະທີ່ບັນດາສະມາຊິກສະພາເຂົ້າປະຊຸມ ເພື່ອຮັບຮອງໄຊຊະນະໃນການເລືອກຕັ້ງຂອງທ່ານໂຈ ໄບເດັນ ສັງກັດພັກເດໂມແຄຣັດ.

ຫຼາຍກວ່ານຶ່ງເດືອນຜ່ານມາ ໃນເວລານັ້ນ ປະທານາທິບໍດີ ທຣຳ ໄດ້ກ່າວຕໍ່ພວກສະໜັບສະໜຸນຂອງທ່ານ ກ່ອນໜ້າທີ່ພວກເຂົາເຈົ້າຈະພາກັນເດີນຂະບວນໄປຍັງລັດຖະສະພາ. ນີ້ແມ່ນຂໍ້ຄວາມບາງສ່ວນຂອງສິ່ງທີ່ທ່ານທຣຳ ໄດ້ກ່າວໄປໃນມື້ນັ້ນ:

“ພວກເຮົາທັງໝົດຢູ່ທີ່ນີ້ໃນມື້ນີ້ ບໍ່ຢາກຈະເຫັນໄຊຊະນະ ໃນການເລືອກຕັ້ງ ຂອງພວກເຮົາຖືກລັກເອົາໄປໂດຍ ພວກຫົວຮຸນແຮງຝ່າຍຊ້າຍເດໂມແຄຣັດ ທີ່ເກັ່ງກາດ ຊຶ່ງເປັນສິ່ງທີ່ພວກເຂົາກຳລັງຈະເຮັດ ແລະລັກເອົາໂດຍພວກສື່ມວນຊົນຂ່າວປອມ. ອັນນັ້ນເປັນສິ່ງທີ່ພວກເຂົາໄດ້ເຮັດ ແລະສິ່ງທີ່ພວກເຂົາກຳລັງເຮັດ. ພວກເຮົາຈະບໍ່ຍອມລົດລະ. ພວກເຮົາຈະບໍ່ຍອມຮັບເດັດຂາດ ມັນຈະບໍ່ເກີດຂຶ້ນ. ພວກເຈົ້າບໍ່ຍ້ອມຮັບ ເມື່ອມີການຂີ້ລັກກ່ຽວຂ້ອງນຳ.”

“ປະເທດຂອງພວກເຮົາ ໄດ້ຮັບມາຫຼາຍພໍແລ້ວ. ພວກເຮົາຈະບໍ່ຮັບເອົາມັນອີກຕໍ່ໄປ ແລະອັນນັ້ນເປັນສິ່ງກ່ຽວກັບມັນທັງໝົດ. ເພື່ອໃຊ້ຄຳເວົ້າທີ່ພວກເຈົ້າທັງໝົດມັກ ແລະໄດ້ຄິດອອກມາ ພວກເຮົາຈະຢຸດການລັກເອົານີ້.”

“ຫຼັງຈາກນີ້ແລ້ວ ພວກເຮົາຈະພາກັນຍ່າງລົງໄປ (ລັດຖະສະພາ) ແລະຂ້າພະ ເຈົ້າຈະໄປຢູ່ທີ່ນັ້ນກັບເຈົ້າ. ພວກເຮົາຈະຍ່າງລົງໄປ…ພວກເຮົາຈະຮ້ອງເຊຍຕໍ່ບັນດາສະມາຊິກສະພາສູງທີ່ກ້າຫານຂອງພວກເຮົາ ແລະສະມາຊິກສະພາຕ່ຳທັງຊາຍແລະຍິງ. ພວກເຮົາບາງທີຈະບໍ່ຮ້ອງເຊຍໃຫ້ຫຼາຍດອກສຳລັບພວກຄົນບາງສ່ວນ ເພາະວ່າ ພວກເຈົ້າຈະບໍ່ເອົາປະເທດຂອງພວກເຮົາຄືນມາໄດ້ດ້ວຍຄວາມອ່ອນແອ. ເຈົ້າຕ້ອງສະແດງກຳລັງ ແລະເຈົ້າຕ້ອງເຂັ້ມແຂງ.”

“ພວກເຮົາໄດ້ມານີ້ ເພື່ອຮຽກຮ້ອງໃຫ້ລັດຖະສະພາ ເຮັດໃນສິ່ງທີ່ຖືກຕ້ອງ ແລະພຽງແຕ່ນັບຜູ້ແທນລັດທັງຫຼາຍຜູ້ທີ່ໄດ້ຖືກກຳນົດຢ່າງຖືກຕ້ອງຕາມກົດໝາຍ ທີ່ໄດ້ຖືກກຳນົດຢ່າງຖືກຕ້ອງຕາມກົດໝາຍ. ຂ້າພະເຈົ້າຮູ້ດີວ່າ ໝົດທຸກຄົນຢູ່ທີ່ນີ້ ໃນອີກບໍ່ດົນ ຈະເດີນຂະບວນໄປຍັງຕຶກລັດຖະສະພາ ເພື່ອອອກສຽງຂອງພວກເຈົ້າໃຫ້ໄດ້ຍິນຢ່າງສັນຕິ ແລະດ້ວຍຄວາມຮັກຊາດ.”

“ແລະພວກເຮົາຕໍ່ສູ້. ພວກເຮົາຕໍ່ສູ້ຄືກັບນະຮົກ. ແລະຖ້າເຈົ້າບໍ່ຕໍ່ສູ້ຄືກັບນະຮົກ ເຈົ້າກໍຈະບໍ່ມີປະເທດອີກຕໍ່ໄປ.”

“ສະນັ້ນ ພວກເຮົາຈະພາກັນ ພວກເຮົາຈະພາກັນຍ່າງລົງໄປ ຖະໜົນເພັນຊີລ ເວເນຍ ຂ້າພະເຈົ້າມັກຖະໜົນເພັນຊີລເວເນຍ. ແລະພວກເຮົາຈະພາກັນພະຍາ ຍາມ ແລະເອົາໃຫ້….ເອົາໃຫ້ພວກຣີພັບບລີກັນຂອງພວກເຮົາ--ຜູ້ທີ່ອ່ອນແອນັ້ນ ເພາະວ່າ ຜູ້ທີ່ເຂັ້ມແຂງ ບໍ່ຕ້ອງການການຊ່ອຍເຫຼືອໃດໆ. ພວກເຮົາຈະພະຍາ ຍາມ ແລະເອົາໃຫ້ພວກເຂົາຊະນິດຄວາມພາກພູມໃຈ ແລະຄວາມກ້າຫານ ທີ່ພວກເຂົາຕ້ອງການ ເພື່ອເອົາປະເທດຂອງພວກເຮົາຄືນມາ.”

ຫຼາຍກວ່ານຶ່ງອາທິດຫຼັງຈາກທີ່ເກີດການຈະລາຈົນ ບັນດາສະມາຊິກສະພາຕ່ຳໄດ້ຟ້ອງຮ້ອງທ່ານທຣຳ. ສອງອາທິດຫຼັງຈາກນັ້ນ ການດຳລົງຕຳແໜ່ງທີ່ທຳນຽບຂາວໄລຍະ 4 ປີຂອງທ່ານທຣຳ ກໍໄດ້ສິ້ນສຸດລົງ ແລະທ່ານໄດ້ອອກໄປຈາກນະຄອນຫຼວງວໍຊິງຕັນ ເດີນທາງໄປຍັງບ້ານພັກຂອງທ່ານ ຢູ່ແຄມຝັ່ງມະຫາສະ ໝຸດແອັດແລນຕິກໃນລັດຟລໍຣິດາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG