ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ມີ​ການ​ຄາດ​ຫວັງ​ຫຍັງ​ແດ່ ຈາ​ກການ​ໄປ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອົງ​ການ​ເນ​ໂຕ້​ເທື່ອ​ທຳ​ອິດ ​ໂດຍເກົາ​ຫຼີ​ໃຕ້


​ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ຢູນ ຊຸກ ໂຢ​ລ ແຫ່ງ​ເກົາ​ຫຼີ​ໃຕ້ ໂບກ​ມື​ຫຼັງ​ຈາກ​ພິ​ທີ​ສາ​ບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຢູ່ນອກ​ສະ​ພາ​ແຫ່ງ​ຊາດ ທີ່​ນະ​ຄອນ​ຫຼວງ​ໂຊ​ລ ເມື່ອ​ວັນ​ທີ 10 ພຶດ​ສະ​ພາ 2022.
​ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ຢູນ ຊຸກ ໂຢ​ລ ແຫ່ງ​ເກົາ​ຫຼີ​ໃຕ້ ໂບກ​ມື​ຫຼັງ​ຈາກ​ພິ​ທີ​ສາ​ບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຢູ່ນອກ​ສະ​ພາ​ແຫ່ງ​ຊາດ ທີ່​ນະ​ຄອນ​ຫຼວງ​ໂຊ​ລ ເມື່ອ​ວັນ​ທີ 10 ພຶດ​ສະ​ພາ 2022.

ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ທ່ານ​ຢູນ ຊຸກ ໂຢ​ລ ຈະ​ໄປ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຂອງ​ອົງ​ການ​ເນ​ໂຕ້ ທີ່​ນະ​ຄອນ​ມາດ​ຣິດ ໃນ​ວັນ​ອັງ​ຄານ ແລະ​ວັນ​ພຸດ ຊຶ່ງ​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ໃນ​ອັນ​ທີ່​ພວກ​ນັກ​ຊ່ຽວ​ຊານ​ກ່າວ​ວ່າ ບົດ​ບາດ​ໃນ​ລະ​ດັບ​ໂລກ​ທີ່​ມີ​ເພີ້ມ​ຂຶ້ນ​ຂອງ​ໂຊ​ລ ເພື່ອ​ຮັບ​ມື​ກັບ​ໄພ​ຂົ່ມ​ຂູ່​ຈາກ​ຈີນ ຣັດ​ເຊຍ ແລະ​ເກົາ​ຫຼີ​ເໜືອ.

ເກົາ​ຫຼີ​ໃຕ້ ຊຶ່ງ​ບໍ່​ແມ່ນ​ສະ​ມາ​ຊິກ​ຂອງ​ອົງ​ການ​ເນ​ໂຕ້ ໄດ້​ຖືກ​ເຊື້ອ​ເຊີນ​ໃນ​ຖາ​ນະ​ທີ່​ເປັນ​ປະ​ເທດ​ພາ​ຄີ ໃຫ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ​ພັນ​ທະ​ມິດ​ທາງ​ທະ​ຫານ​ຂອງ 30 ປະ​ເທດ. ສ່ວນ​ປະ​ເທດ​ອື່ນໆ​ຈາກ​ເຂດ​ເອ​ເຊຍ​ປາ​ຊີ​ຟິກ​ທີ່​ໄດ້​ຖືກ​ເຊື້ອ​ເຊີນ​ກໍ​ມີອອ​ສ​ເຕ​ຣ​ເລຍ ຍີ່​ປຸ່ນ ແລະ​ນິວ​ຊີ​ແລນ.

ທ່ານ​ຢູນ ​ແມ່ນ​ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ​ຄົນ​ທຳ​ອິດ​ ທີ່​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດເນ​ໂຕ້ ແລະ​ນີ້​ແມ່ນ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ເທື່ອ​ທຳ​ອິດ ນັບ​ແຕ່​ໄດ້​ສາ​ບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່ງ​ໃນ​ເດືອນ​ພຶດ​ສະ​ພາ.

ທ່ານບ​ຣຸ​ສ ກ​ລິງ​ເກີ (Bruce Klinger) ນັກ​ຄົ້​ນ​ຄວ້າ​ຈາກ​ມູນ​ນິ​ທິ​ເຮີ​ຣິ​ເທ​ຈ ຮັບ​ຜິດ​ຊອບ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ເໜືອ ກ່າວ​ວ່າ “ການ​ໄປ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອົງ​ການ​ເນ​ໂຕ້​ຂອງ​ທ່ານ​ຢູນ ໄດ້​ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ເຕັມ​ໃຈ​ທີ່​ລັດ​ຖະ​ບານ​ຂອງ​ທ່ານ​ຈະ​ຂ​ະ​ຫຍາຍ​ບົດ​ບາດ​ຂອງ​ເກົາ​ຫຼີ​ໃຕ້ ຢູ່​ໃນ​ຂົງ​ເຂດ ແລະ​ກິດ​ຈະ​ການ​ລະ​ຫວ່າງ​ປະ​ເທດ.”

ທ່ານ​ຢູນ ກ່າ​ວ​ເມື່ອ​ວັນ​ທີ 10 ພຶດ​ສະ​ພາ ໃນ​ຄຳ​ປາ​ໄສ​ສາ​ບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່ງວ່າ ເປົ້າ​ໝາຍ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ທ່ານ ແມ່ນ​ເພື່ອ​ເຮັດ​ໃຫ້​ເກົາ​ຫຼີ​ໃຕ້ “ເປັນ​ປະ​ເທດ​ທີ່​ສຳ​ຄັນ​ໃນ​ໂລກ” ເພື່ອ​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ທີ່​ມີ​ຈິດ​ໃຈ​ແບບ​ດຽວ​ກັນ ໃນ​ການ​ຊຸກ​ຍູ້​ຫຼັກ​ຄຸນ​ຄ່າ​ຂອງ​ອິດ​ສະ​ຫຼ​ະ​ພາບ​ແບບ​ເສ​ລີ​ປະ​ຊາ​ທິ​ປ​ະ​ໄຕ ສັນ​ຕິ​ພາບ ແລະ​ຄວາມ​ອຸ​ດົມ​ຮັ່ງ​ມີ.

ແອ​ລ​ເລນ ກິມ ຮອງ​ຜູ້​ອຳ​ນວຍ​ການ​ຝ່າຍ​ເກົາ​ຫຼີ ທີ່​ສູນ​ກາງ​ຍຸດ​ທະ​ສາດ​ແລະ​ການ​ສຶກ​ສາ​ລະ​ຫວ່າງ​ປະ​ເທດ​ກ່າວ​ວ່າ ການ​ເດີນ​ທາງ​ໄປ​ຮ່ວມ​ຂອງ​ທ່ານ​ຢູນ​ຍັງ​ເປັນ “ການ​ສົ່ງ​ຂ່າວໃນ​ການ​ເປັນ​ພັນ​ທະ​ມິດ​ກັບ​ປະ​ເທດ​ສະ​ມາ​ຊິກ​ເນ​ໂຕ້​ແລະ​ປະ​ເທດ​ທີ່​ບໍ່​ແມ່ນ​ພາ​ຄີ​ຂອງ​ເນ​ໂຕ້​ອື່ນໆ ໃນ​ການ​ເສີມ​ຂະ​ຫຍາຍ​ລະ​ບຽບ​ການ​ປົກ​ຄອງ​ດ້ວຍ​ຕົວ​ບົດ​ກົດ​ໝາຍ​ຂອງ​ລະ​ຫວ່າງ​ປະ​ເທດ.”

ນອກນັ້ນ ໂຊ​ລ​ຍັງ​ຈະ​ສ້າງ​ຕັ້ງ​ຜູ້​ຕາງ​ໜ້າ​ທາງ​ການ​ທູດ​ປະ​ຈຳ​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ເນ​ໂຕ້ ທີ່​ນະ​ຄອນບ​ຣັ​ສ​ເຊີ​ລ​ສ໌. ເກົາ​ຫຼີ​ໃຕ້​ແມ່ນ​ປະ​ເທດ​ດຽວ​ເທົ່າ​ນັ້ນ ຂອງ​ສີ່​ປະ​ເທດ​ພາ​ຄີ​ຈາກ​ເຂດ​ເອ​ເຊຍ​ປາ​ຊີ​ຟິກ ທີ່​ໄດ້​ຖືກ​ເຊີນ​ໃຫ້​ໄປ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ທີ່​ບໍ່​ໄດ້​ຕັ້ງສຳ​ນັກ​ງານ​ຜູ້​ຕາງ​ໜ້າ.

ທ່ານ​ແພັດ​ທ​ຣິກ ໂຄ​ຣ​ນິນ ປະ​ທານ​ດ້ານ​ຄວາມ​ໝັ້ນ​ຄົງ​ເຂດ​ເອ​ເຊ​ຍ​ປາ​ຊີ​ຟິກ​ທີ່​ສະ​ຖາ​ບັນ​ຮັດ​ສັນ ກ່າວ​ວ່າ “​ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ຂອງເກົາ​ຫຼີ​ໃຕ້​ເຮັດ​ໃຫ້​ການ​ສົນ​ທະ​ນາ​ກັບ​ອົງ​ການ​ເນ​ໂຕ້​ມີ​ຂຶ້ນ​ໄດ້​ຕະ​ຫຼອດ​ເວ​ລາ ແທນ​ທີ່​ຈະ​ແມ່ນ​ເປັນ​ບາງ​ຄັ້ງ​ບາງ​ຄາວ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG