ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈະຄາດກັນຢ່າງໃດ ໃນຂະນະທີ່ຈີນ ສົ່ງກຳປັ່ນສຳຫຼວດອີກລໍານຶ່ງ ໄປສູ່ທະເລຈີນໃຕ້ ທີ່ມີການຂັດແຍ້ງກັນ ໃນເອເຊຍ


ຮູບພາບຖ່າຍໃນວັນທີ 27 ເມສາ 2021 ທີ່ໄດ້ຮັບຈາກໜ່ວຍຍາມຝັ່ງຟິລິບປິນ ວັນທີ 5, ພຶດສະພາ 2021 ສະແດງໃຫ້ເຫັນກຳປັ່ນຍາມຝັ່ງຟິລິບປິນ BRP Cabra (ທາງໜ້າ) ກຳປັ່ນຈີນ ຢູ່ Sabina Shoal ທີ່ທະເລຈີນໃຕ້ ທີ່ອ້າງເອົາດຳມະສິດໂດຍມະນີລາ.
ຮູບພາບຖ່າຍໃນວັນທີ 27 ເມສາ 2021 ທີ່ໄດ້ຮັບຈາກໜ່ວຍຍາມຝັ່ງຟິລິບປິນ ວັນທີ 5, ພຶດສະພາ 2021 ສະແດງໃຫ້ເຫັນກຳປັ່ນຍາມຝັ່ງຟິລິບປິນ BRP Cabra (ທາງໜ້າ) ກຳປັ່ນຈີນ ຢູ່ Sabina Shoal ທີ່ທະເລຈີນໃຕ້ ທີ່ອ້າງເອົາດຳມະສິດໂດຍມະນີລາ.

ກຳປັ່ນຄົ້ນຄວ້າ ທາງດ້ານວິທະຍາສາດລຳນຶ່ງຂອງຈີນ ມີກຳນົດອອກເດີນທາງໃນວັນຈັນ
ຈະມາເພື່ອສຳຫຼວດບາງເຂດຂອງທະເລຈີນໃຕ້ນັ້ນ ຈະເປັນການເບັ່ງກ້າມຂອງປັກກິ່ງ ໃນ
ການອ້າງເອົາອະທິປະໄຕ ຂອງ 6 ປະເທດ ທີ່ມີການຂັດ ແຍ້ງກັນ ແຕ່ຈະບໍ່ເຮັດໃຫ້ບັນດາ
ປະເທດອື່ນໆໂກດແຄ້ນພໍ ທີ່ຈະຂັບໄລ່ໃຫ້ກຳ ປັ່ນດັ່ງກ່າວ ໃຫ້ອອກໜີອອກໄປ ນັ້ນຄື
ຄວາມເຊື່ອຂອງບັນດາຜູ້ຊ່ຽວຊານ.

ກຳປັ່ນ ຊີຢານ 6 (The Shiyan 6) ມີກຳນົດຈະອອກເດີນທາງ ຈາກແຂວງ ກວງດົງ
(Guangdong) ທີ່ຕັ້ງຢູ່ໃກ້ກັບຮົງກົງໄປສູ່ເຂດພາກເໜືອຂອງທະເລ ຈີນໃຕ້ ໃນການ
“ປະຕິບັດພາລະກິີດດ້ານວິທະຍາສາດຫຼາຍຢ່າງ” ອີງຕາມອົງ ການຂ່າວ CGTN ຂອງ
ທາງການຈີນ ທີ່ໄດ້ລາຍງານ ຢູ່ໜ້າເວັບໄຊຂອງຕົນ. ໜັງສືພິມໂກລໂບໄທມ໌ (Global
Time) ຊຶ່ງເປັນອົງການຂ່າວຈີນອີກບ່ອນນຶ່ງ ກໍໄດ້ກ່າວວ່າ ກຳປັ່ນລຳນີ້ຈະ “ອອກປະ
ຕິບັດງານທີ່ສຳຄັນ ທາງດ້ານວິທະຍາ ສາດຫຼາຍຢ່າງ ເພື່ອທຳການສຳຫຼວດຢ່າງ
ກວ້າງຂວາງ.”
ກຳປັ່ນຊີຢານ 6 ທີ່ໃຊ້ເງິນສ້າງ 77.37 ລ້ານໂດລາ ແລະສາມາດເດີນທາງ ໄປໄດ້ປະ
ມານ 22,000 ກິໂລແມັດ ອີງຕາມເວັບໄຊ ເອນຊາຍໂຄລປີເດຍແບດູ ທີ່ມີຫ້ອງການຕັ້ງ
ຢູ່ປັກກິ່ງ. ມັນໄດ້ມີິການເປີດໂຕໃນເດືອນກໍລະກົດປີ ກາຍນີ້.

ກຳປັ່ນສຳຫຼວດຈີນອີກລຳນຶ່ງໄດ້ຜ່ານບ່ອນຄົ້ນຫາພະລັງງານຫວຽດນາມ ໃນປີ 2019
ແລະອີກເທື່ອນຶ່ງປີກາຍນີ້ ເພື່ອຢືນຢັນການອ້າງເອົາກຳມະສິດຂອງປັກກິ່ງຕໍ່ເຂດນ່ານ
ນໍ້າເຫລົ່ານັ້ນ. waters [[ https://www.voanews.com/east-asia-pacific/voa-
news-china/china-sends-ship-warning-vietnam-no-court-case-no-oil-
drilling ]].

ກຳປັ່ນຊີຢານ 6 ອາດເຮັດເຊັ່ນດຽວກັນ ທີ່ພວກນັກວິເຄາະກ່າວ.

ທ່ານຫງວຽນ ທັນ ຕຣັງ ຜູ້ອຳນວຍການສູນກາງສຶກສາສາກົນແຫ່ງໄຊງ່ອນ ຢູ່ມະຫາວິ
ທະຍາໄລສັງຄົມສຶກສາ ແລະມະນຸດສະທຳ ໃນນະຄອນໂຮຈີມິນ ໄດ້ກ່າວວ່າ “ແມ່ນການ
ຊ້ອມຢ່າງໃດຢ່າງນຶ່ງ ສໍາລັບບັນດາກຳປັ່ນສຳຫຼວດ ເຫຼົ່ານັ້ນ ເພື່ອໃຫ້ລຶ້ງເຄີຍກັບທະເລ
ຈີນໃຕ້”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG