ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ແມ່ນ​ຫຍັງທີ່​ຢູ່​ໃນ​ລາຍ​ການ​ຊື້​ອາ​ວຸດ​ຂອງ ພຽງ​ຢາງ ໃນ ມົ​ສ​ກູ?


​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ, ຂວາ, ແລະ ຜູ້​ນຳ​ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ຈັບ​ມື​ກັນ​ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັນ​ໃນ​ເມືອງ ຊຽວ​ຄອບ​ສ​ກີ, ຣັດ​ເຊຍ 13 ກັນ​ຍາ 2023.
​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ, ຂວາ, ແລະ ຜູ້​ນຳ​ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ຈັບ​ມື​ກັນ​ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັນ​ໃນ​ເມືອງ ຊຽວ​ຄອບ​ສ​ກີ, ຣັດ​ເຊຍ 13 ກັນ​ຍາ 2023.

ມົ​ສ​ກູ ມີ​ເທັກ​ໂນ​ໂລ​ຈີ​ດ້ານ​ການ​ທະ​ຫານ​ທີ່ຫຼາກຫຼາຍ​ທີ່​ພວກ​ເຂົາ​ອາດ​ສະ​ເໜີ​ໃຫ້ ພຽງ​ຢາງ ໃນ​ການ​ແລກ​ປ່ຽນ​ກັບ​ລູກ​ປືນ​ເພື່ອ​ປະ​ຄັບ​ປະ​ຄອງ​ສົງ​ຄາມ​ຂອງ​ພວກ​ເຂົາ​ໃນ ຢູ​ເຄ​ຣນ, ດ້ວຍ​ເທັກ​ໂນ​ໂລ​ຈີ​ລູກ​ສອນ​ໄຟ​ທີ່​ທັນ​ສະ​ໄໝ​ແມ່ນ​ຢູ່​ໃນ​ລະ​ດັບ​ສູງ​ຂອງ​ລາຍ​ການ, ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ນັກ​ວິ​ເຄາະ.

ເກົາຫຼີ​ເໜືອ ໄດ້​ສະ​ໜອງ​ລູກ​ປືນ​ໃຫ້ ຣັດ​ເຊຍ ນັບ​ຕັ້ງ​ແຕ່​ຜູ້​ນຳ​ຂອງ​ພວກ​ເຂົາ, ທ່ານ ກິມ​ ຈົງ ອຶນ, ໄດ້​ໄປ​ຢ້ຽມ​ຢາມ ຣັດ​ເຊຍ ເມື່ອ​ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ ແລະ ໄດ້​ພົບ​ປະ​ກັນ​ປະ​ທາ​ນາ​ທິ​ບໍ​ດີ ວ​ລາ​ດິ​ເມຍ ປູ​ຕິນ.

ນັບ​ຕັ້ງ​ແຕ່​ເດືອນ​ກັນ​ຍາ​ເປັນ​ຕົ້ນ​ມາ, ພຽງ​ຢາງ ກໍ​ໄດ້​ຂົນ​ສົ່ງ​ຕູ້​ສິນ​ຄ້າ​ທີ່​ບັນ​ຈຸ​ລູ​ກ​ປືນ​ປະ​ມານ 6,700 ຕູ້​ໄປ​ໃຫ້ ຣັດ​ເຊຍ, ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ເກົາຫຼີ​ໃຕ້ ທ່ານ ຊິນ ວອນ​ຊິກ ໄດ້​ກ່າວ​ຢູ່ກອງ​ປະ​ຊຸ​ມ​ລາຍ​ງານ​ເມື່ອ​ວັນ​ທີ 26 ກຸມ​ພາ​ທີ່​ຜ່ານ​ມາ. ທ່ານ​ໄດ້​ກ່າວ​ວ່າ​ຕູ້​ສິນ​ຄ້າ​ດັ່ງ​ກ່າວ​ສາ​ມາດ​ບັນ​ຈຸ​ລູກ​ປືນ​ໃຫຍ່ 152 ມມ ຫຼາຍກວ່າ 3 ລ້ານ​ລູກ ຫຼື ລູກ​ປືນ 122 ມມ 500,000 ລູກ.

ລູກ​ປືນ​ດັ່ງ​ກ່າວ​ແມ່ນ​ໄດ້​ສ້າງ​ຄວາມ​ແຕກ​ຕ່າງ​ໃນ​ສະ​ໜາມ​ລົບ. ຫ້ອງ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ເດືອນ​ທີ່​ຜ່ານ​ມາ​ວ່າ ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງ ເກົາຫຼີ​ເໜືອ ໄດ້​ສັງ​ຫານ ແລະ ເຮັດ​ໃຫ້​ພົນ​ລ​ະ​ເຮືອນ​ບາດ​ເຈັບ​ນັບ​ຕັ້ງ​ແຕ່​ເດືອນ​ທັນ​ວາ​ເປັນ​ຕົ້ນ​ມາ.

ທ່ານ ຊິນ ໄດ້​ກ່າວ​ວ່າ​ ເກົາຫຼີ​ເໜືອ ແມ່ນ​ໄດ້​ເພີ່ມ​ໂຮງ​ງານ​ຜະ​ລິດ​ລູກ​ປືນ​ຂອງ​ພວກ​ເຂົາ​ຂຶ້ນຫຼາຍ​ຮ້ອຍ​ແຫ່ງ ເພື່ອ​ປະ​ຕິ​ບັດການ “ຢ່າງ​ເຕັມ​ອັດ​ຕາ,” ແລະ ວ່າ​ໃນ​ການ​ຕອບ​ກັບ, ມົ​ສ​ກູ ໄດ້​ສະ​ໜອງວັດ​ຖຸ​ດິບ​ໃຫ້ ພຽງ​ຢາງ ແລະ ພາກ​ສ່ວນ​ຕ່າງໆ​ເພື່ອ​ຜະ​ລິດ​ອາ​ວຸດ, ນອກ​ຈາກ​ອາ​ຫານ.

ທ່ານ​ຍັງ​ໄດ້​ກ່າວ​ວ່າ ມົ​ສ​ກູ ແມ່ນ​ຄາດ​ວ່າ​ຈະ​ສົ່ງ​ເທັກ​ໂນ​ໂລ​ຈີ​ທາງ​ທະ​ຫາ​ນ​ໄປ​ໃຫ້​ຕື່ມ​ອີກ, ເຊິ່ງ​ອາດ​ສະ​ໜັບ​ສະ​ໜູນ​ໃຫ້ ເກົາຫຼີ​ເໜືອ ຂະ​ຫຍາຍ​ການ​ຂົ່​ມ​ຂູ່​ໃນ​ພາກ​ພື້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG