ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່ນຫຍັງແທ້ ທີ່ໄດ້ເກີດຂຶ້ນ ໃນ ວັນຂອບຄຸນພະເຈົ້າ ຫຼື Thanksgiving ຄັ້ງທຳອິດ


ພາບແຕ້ມ ການກິນອາຫານ ໃນວັນ Thanksgiving ຄັ້ງທຳອິດ ທີ່ແຕ້ມໂດຍ ຊອນ ລີອອນ ເຈໂຣມ ແຟຣຣີສ.
ພາບແຕ້ມ ການກິນອາຫານ ໃນວັນ Thanksgiving ຄັ້ງທຳອິດ ທີ່ແຕ້ມໂດຍ ຊອນ ລີອອນ ເຈໂຣມ ແຟຣຣີສ.

ໃນລະດູໃບໄມ້ລົ່ນ ຂອງປີ 1621 ພວກເດີນທາງມາຈາກແຫ່ງຫົນໄກ ທີ່ເອີ້ນວ່າ ຊາວ
ພີລກຣໍາມສ໌ ໄດ້ພາກັນສະເຫຼີມສະຫຼອງ ຜົນສຳເລັດໃນການເກັບກ່ຽວພືດຜົນຂອງເຂົ້າ
ເຈົ້າ ຄັ້ງທຳອິດ ດ້ວຍການຍິງປືນນ້ອຍ ແລະໃຫຍ່ ຢູ່ໃນເມືອງພລີມັດ (Plymouth)
ຂອງ ລັດແມັສສະຈຊູເຊັດ. ສຽງປືນທີ່ດັງກ້ອງນັ້ນ ໄດ້ເຮັດໃຫ້ພວກບັນພະບູລຸດ ຂອງ
ຊົນເຜົ່າວາມປາໂນອາກ ຕື່ນຕົກໃຈ ແລ້ວຈຶ່ງໄດ້ອອກໄປສຳຫຼວດເບິ່ງ.

ເຫດການອັນນັ້ນແຫລະ ໄດ້ເປັນວິທີ ທີ່ພວກຄົນພື້ນເມືອງມາພົບພໍ້ແລະມີໜ້າຢູ່ໃນ
Thanksgiving ຫຼື ການຂອບຄຸນພະເຈົ້າ ຄັ້ງທຳອິດ ອີງຕາມການກ່າວ ຂອງທ່ານ
ນາງ ຣາໂມນາ ປີເຕີສ໌ ຜູ້ທີ່ເປັນເຈົ້າໜ້າທີ່ອະນຸລັກປະຫວັດສາດ ຂອງ ເຜົ່າມາຊ໌ພີ
ວາມປາໂນອາກ ຊຶ່ງຮູບແຕ້ມຂອງພວກພື້ນເມືອງຊາວອາເມຣິກັນ ທີ່ກຳລັງນັ່ງກິນ
ອາຫານ ທີ່ອຸດົມສົມບູນ ແລະຢ່າງມ່ວນຊື່ນປອງດອງ ກັບບັນດາຄອບຄົວຂອງ ພວກທີ່ໄປຢູ່ຫົວເມືອງຂຶ້ນ ທີ່ບົ່ງບອກນັ້ນ ຄວາມຈິງແລ້ວ ແມ່ນເລື້ອງຂີ້ຕົວະ.

ທ່ານນາງ ປີເຕີສ໌ ເວົ້າວ່າ “ພວກຊົນເຜົ່າວາມປາໂນອາກ (Wampanoag) ໂດຍ
ສະເພາະແມ່ນພວກຜູ້ຊາຍ ແມ່ນບໍ່ແນ່ໃຈ ໃນສິ່ງທີ່ພວກເຂົາເຈົ້າໄດ້ບອກໃຫ້ຮູ້ນັ້ນ
ວ່າ ເປັນເລື້ອງຈິງແທ້ຫຼືບໍ່ ສະນັ້ນ ພວກເຂົາເຈົ້າ ຈຶ່ງຢູ່ຕໍ່ໄປອີກສອງມື້. ພວກເຂົາເຈົ້າ
ຕັ້ງທີ່ພັກຢູ່ເຂດນອກເມືອງ ດັ່ງນັ້ນ ຈຶ່ງເຮັດໃຫ້ສະຖານະການເຄັ່ງຕຶງ ນຳດ້ວຍ ພວກ
ຜູ້ຊາຍ ທັງໝົດເຫຼົ່ານີ້ ເປັນນັກລົບ ຜູ້ທີ່ອາໄສຢູ່ປ່າ ໃນຢາມກາງຄືນ ຢູ່ໃກ້ໆແຖບນັ້ນ.”

ໃນຂະນະທີ່ ພວກຊົນເຜົ່າວາມປາໂນອາກ (Wampanoag) ໄດ້ກິນອາຫານ ຮ່ວມກັບ
ພວກຊາວພີລກຣິມສ໌ ໃນລະຫວ່າງ ການກະທຳພາລະກິດຊອກຄົ້ນຫາຄວາມຈິງ ທີ່ມີ
ຄວາມຕຶງຄຽດຢູ່ນັ້ນ ພວກເຂົາເຈົ້າ ກໍຍັງຕ້ອງໄດ້ອອກລ່າສັດມາເພື່ອເປັນອາຫານ.

ສິ່ງທີ່ພວກເຂົາເຈົ້າໄດ້ກິນແທ້ໆ ຢູ່ໃນມື້ Thanksgiving ຄັ້ງທຳອິດນັ້ນ ແມ່ນແຕກຕ່າງ ແທ້ໆເລີຍ ເຊິ່ງບໍ່ແມ່ນໄກ່ງວງ ມັນຝຣັ່ງນ່ຽນ ແລະ ເຄື່ອງຍັດໃສ້ໄກ່ງວງ ທີ່ໄດ້ນຳມາຕັ້ງ
ຢູ່ເທິງຫຼາຍໆໂຕະກິນເຂົ້າ ໃນວັນພັກ ສູ່ມື້ນີ້ ອີງຕາມນັກຊ່ຽວຊານ ຢູ່ໃນເຂດພື້ນທີ່ປູກ
ຝັງ ຂອງຊາວພີລກຣຳມສ໌ ອັນເປັນພິພິດທະພັນ ແຫ່ງທີ່ຢູ່ອາໄສປະຫວັດສາດ ໃນເມືອງ
ພລີມັດ ຂອງລັດແມັສສະຈຊູເຊັດ.

ທ່ານນາງ ເຂຕ ຊີຮານ ຈາກພື້ນທີ່ປູກຝັງຂອງຊາວພີລກຣິມສ໌ ໄດ້ບອກວີໂອເອ ຜ່ານ
ທາງອີເມລ ວ່າ “ພວກເຮົາ...ຮູ້ດີວ່າ ໄກ່ງວງ ແມ່ນມີຢ່າງຫຼວງຫຼາຍ ໃນຫົວເມືອງຂຶ້ນ
ພລີມັດ ແຕ່ພວກເຮົາບໍ່ຮູ້ຢ່າງແນ່ນອນວ່າ ໄດ້ຖືກໃຊ້ເປັນອາຫານຫຼືບໍ່.”
ທ່ານນາງ
ກ່າວອີກວ່າ “ແຕ່ຄວາມເປັນໄປໄດ້ ແມ່ນສູງຫຼາຍ.” ຫອຍແມງພູ່ ກຸ້ງທະເລໃຫຍ່ ແລະ
ອ່ຽນ ແມ່ນມີຢູ່ຫຼວງຫຼາຍເຊັ່ນກັນ ແລະ ທັງພວກຊາວອັງກິດ ແລະ ຊົນເຜົ່າ
ວາມປາໂນອາກ ມັກຈະກິນ.

ພື້ນທີ່ປູກຝັງໃນເມືອງພລີມັດຂອງຊາວພີລກຣິມສ໌ ພະຍາຍາມຈະສ້າງໃຫ້ຄືກັບ ການຕັ້ງ
ຖິ່ນຖ່ານໃໝ່ ຂອງຫົວເມືອງຂຶ້ນພລີມັດ ແບບສະບັບຕົ້ນ ທີ່ຕັ້ງຂຶ້ນໂດຍພວກຊາວອັງກິດ
ລ່າອານານິຄົມ ໃນຍຸກສະໄໝ ສັດຕະວັດທີ 17 ແລະ ໄດ້ທຳການເດົາຈາກທີ່ໄດ້ຮຽນຮູ້
ກ່ຽວກັບສິ່ງໃດອີກ ທີ່ອາດຈະມີຢູ່ໃນໂຕະກິນເຂົ້າ ຂອງ Thanksgiving ຄັ້ງທຳອິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG