ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ແມ່ນຫຍັງ ຢູ່ເບື້ອງຫຼັງ ການສົ່ງນໍ້າມັນ ຂອງອີຣ່ານ ໄປໃຫ້ເວເນຊູເອລາ


ກຳປ່ັນບັນທຸກນ້ຳມັນອີຣ່ານ ຈອດຢູ່ໂຮງກັ່ນນໍ້າມັນ El Palito ໃກ້ກັບ Puerto Cabello ປະເທດເວເນຊູເອລາ ວັນທີ 25 ພຶດສະພາ 2020.
ກຳປ່ັນບັນທຸກນ້ຳມັນອີຣ່ານ ຈອດຢູ່ໂຮງກັ່ນນໍ້າມັນ El Palito ໃກ້ກັບ Puerto Cabello ປະເທດເວເນຊູເອລາ ວັນທີ 25 ພຶດສະພາ 2020.

ກຳປັ່ນບັນທຸກນໍ້າມັນອີຣ່ານຫ້າລໍາທີ່ໄປເຖິງ ໄດ້ສູບນ້ຳມັນອອກຢູ່ເວເນຊູເອລາ ຊຶ່ງຄາດ
ວ່າ ຈະຊ່ວຍບັນເທົາວິກິດການນໍ້າມັນ ຢູ່ໃນປະເທດອາເມຣິກາໃຕ້ດັ່ງກ່າວ ໃນຂະນະທີ່
ປະເທດທັງສອງພວມທ້າທາຍຕໍ່ການລົງໂທດຂອງສະຫະລັດ.

ກຳປັ່ນບັນທຸກນໍ້າມັນເຊື້ອໄຟອີຣ່ານ ໄດ້ໄປເຖິງເວເນຊູເອລາໃນອາທິດແລ້ວນີ້ ແມ່ນຢູ່
ພາຍໃຕ້ການຄຸ້ມຄອງຂອງກຳລັງທະຫານເວເນຊູເອລາ ໂດຍມີລາຍງານວ່າ ກຳປັ່ນລໍາ
ທີຫ້າ ໄດ້ໄປເຖິງ ໃນວັນອາທິດວານນີ້.

ຂະແໜງການນໍ້າມັນຂອງເວເນຊູເອລາໄດ້ຖືກທຳລາຍຢ່າງຮ້າຍແຮງມາຫຼາຍປີຍ້ອນ
ຄວາມວຸ້ນວາຍທາງດ້ານການເມືອງ ແລະເສດຖະກິດ. ອີຣ່ານກ່າວວ່ານໍ້າ ມັນກັ່ນແລ້ວ
ແລະສານປະກອບເຄມີເພື່ອປະສົມນ້ຳມັນທີ່ສົ່ງໄປໃເວເນຊູເອລາ ປະມານ 1 ລ້ານ 5
ແສນ 3 ໝື່ນຖັງ. ການລົງໂທດຂອງສະຫະລັດຕໍ່ບໍລິສັດນໍ້າມັນ PDVSA ທີ່ລັດຖະບານ
ເວເນຊູເອ ລາເປັນເຈົ້າຂອງ ຍັງໄດ້ເຮັດໃຫ້ປະເທດດັ່ງກ່າວບໍ່ສາມາດນໍາເຂົ້ານໍ້າມັນ
ບາງຊະ ນິດຈາກຕ່າງປະເທດ ແຕ່ວ່າ ລັດຖະບານປະທານາທິບໍດີນິໂກລັສ ມາດູໂຣ
ໄດ້ຫັນໜ້າໄປຫາອີຣ່ານໃນພາກສ່ວນການກັ່ນ ແລະການນໍ້າມັນເຊື້ອໄຟ.

ໃນວັນເສົາທີ່ຜ່ານມາພວກເຈົ້າໜ້າທີ່ໄດ້ປະກາດວ່າ ນໍ້າມັນຂອງອີຣ່ານໄດ້ໄປປໍ້ານໍ້າມັນ
ຫຼາຍຮ້ອຍແຫ່ງຢູ້່ຫົ່ວປະເທດແລ້ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG