ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່ນຫຍັງ​ຈະເກີດຂຶ້ນ ຕໍ່ຄົນເຂົ້າເມືອງ ຖ້າຫາກລັດຖະບານສະຫະລັດ ປິດລົງ?


ປ້າບອກເຖິງສະຖານທີ່ ບໍລິການ ຂໍເປັນສັນຊາດ ແລະຄົນເຂົ້າເມືອງ ຢູ່ສູນກາງເວີມັນ ວັນທີ 14 ກໍລະກົດ 2020
ປ້າບອກເຖິງສະຖານທີ່ ບໍລິການ ຂໍເປັນສັນຊາດ ແລະຄົນເຂົ້າເມືອງ ຢູ່ສູນກາງເວີມັນ ວັນທີ 14 ກໍລະກົດ 2020

ຍ້ອນບັນດາຜູ້ນຳສະພາໄດ້​ຕົກ​ຢູ່​ໃນ​ສະ​ພາບ​ບໍ່​ໄປ​ບໍ່​ມາ​ກ່ຽວ​ກັບງົບປະມານຂອງປະເທດ ແລະເສັ້ນຕາຍເພື່ອ​ຮັບຜ່ານຮ່າງກົດໝາຍ​ການໃຊ້ຈ່າຍ​ທີ່ກຳລັງກ້າວເຂົ້າມາຢ່າງໄວ ລັດຖະບານກາງອາດ​ຈະ​ຖືກປິດລົງໃນວັນທີ 1 ຕຸລາ ຈະມາເຖິງນີ້ ແລະນັ້ນອາດ​ມີຜົນກະທົບຈຳນວນນຶ່ງຕໍ່ການບໍລິການ​ດ້ານຄົນເຂົ້າເມືອງ ແລະໂຄງການຂໍວີຊາ.

ຖ້າຫາກລັດຖະບານກາງປິດລົງ ມີພຽງແຕ່​ບຸກ​ຄົນ​ທີ່​ຈຳ​ເປັນ​ເທົ່າ​ນັ້ນ ຈະ​ໄດ້ເຮັດວຽກ. ສ່ວນພະ​ນັກ​ງານ​ຄົນອືີ່ນໆ​ຂອງ​ລັດ​ຖະ​ບານ​ກາງຈະບໍ່ໄດ້​ຮັບອະນຸຍາດໃຫ້ເຮັດວຽກ. ເພາະສະນັ້ນ ມີຈະເປັນຜົນກະທົບ​ແນວ​ໃດ ຕໍ່​ພວກຄົນເຂົ້າເມືອງ ຢູ່ໃນສະຫະລັດ?

ຄວາມແຕກຕ່າງທີ່ສຳຄັນ ລະຫວ່າງບັນດາພະ​ແນກຕ່າງໆ​ຕໍ່​ໄປ​ນີ້ກໍ​ແມ່ນ​ວ່າ ຈຳ ນວນນຶ່ງແມ່ນໄດ້ຮັບເງິນທຶນຈາກຄ່າທຳນຽມແລະອີກຈຳ​ນວນ​ນຶ່ງ​ແມ່ນ​ກາງ​ຕໍ່ອາ ໄສທຶນຈາກງົບປະມານຂອງສະພາ.

“ນອກ​ເໜືອ​ໄປຈາກ​ວ່າງົບປະມານສຳລັບບັນດາອົງການຕ່າງໆເຫຼົ່າ​ນີ້ມາຈາກ​ໃສ​ແລ້ວ ພວກເຮົາຍັງຕ້ອງການເບິ່ງແຜນ ທີ່ແຕ່ລະອົງການໄດ້ເຜີຍແຜ່ສຳລັບພຽງແຕ່ເຫດການ ທີ່​ເກີດ​ຂຶ້ນ​ໃນ​ທຳ​ນອງນີ້” ນັ້ນ​ຄື​ຄຳ​ເວົ້າ​ ຂອງທ່ານຊີຊາ ກວາໂອເທິມັອກ ກາເຊຍ ເຮີນັນເດສ ສາດສາດາຈານຢູ່ໂຮງ​ຮຽນ​ກົດ​ໝາຍໂມຣິສ ຂອງມະຫາວິທະຍາໄລ ລັດໂອຮາຍໂອ ແລະຜູ້ຊ່ຽວຊານກ່ຽວກັບການສຶກສາຄົນເຂົ້າເມືອງ.

ອົງການບໍລິການ ການເປັນສັນຊາດ ແລະຄົນເຂົ້າເມືອງ (USCIS) ຊຶ່ງເປັນສ່ວນນຶ່ງຂອງກະ​ຊວງ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນ​ຂອງສະຫະລັດຊ່ວຍບໍລິ ຫານການເຂົ້າເປັນສັນຊາດຂອງປະເທດ ແລະລະບົບຄົນເຂົ້າເມືອງ. ອົງ​ການ USCIS ສ່ວນໃຫຍ່ແລ້ວ ແມ່ນໄດ້​ຮັບທຶນມາຈາກຄ່າທຳນຽມ ແລະຈະສືບຕໍ່ບໍລິຫານຕາມປົກກະຕິ ເພາະວ່າບໍ່ໄດ້ກາງ​ຕໍ່ອາໄສ ທຶນບໍລິການຈາກສະພາ. ເຖິງຢ່າງໃດກໍດີ ກໍມີການຍົກເວັ້ນຢູ່ດັ່ງໂຕຢ່າງໂຄງການ E-Verify program ແລະໂຄງການ​ ພວກ​ນັກລົງທຶນ EBS ຊຶ່ງປະ ສານງານກັບກະຊວງແຮງງານ ແລະລັດ.

“ທີ່ກ່າວໄປນັ້ນ ໃນຂະນະທີ່ USCIS ຈະສືບຕໍ່ຊອກຫາຄໍາຮ້ອງ​ຂອງແຮງງານຈຳນວນນຶ່ງທີ່ບໍ່ສາມາດຍື່ນໄດ້ ຖ້າຫາກບໍ່​ມີ​ເອກ​ກະ​ສານປະ ກອບຈາກກະຊວງແຮງງານ ທີ່ບໍ່ມີຄົນເຮັດວຽກພຽງພໍຢູ່ໃນສະຫະລັດ ຜູ້ທີ່ມາເຮັດວຽກໂດຍສະເພາະ” ທີ່ທ່ານກາກເຊຍ ເຮີນັນເດສ ໄດ້ກ່າວຢູ່ໃນສື່ສັງຄົມ.

ການປະຕິບັດງານກະຊວງແຮງງານ ຢູ່ໃນຫ້ອງການຢັ້ງຢືນແຮງງານຕ່າງດ້າວຈະປິດລົງ. ເພາະສະນັ້ນ ພວກທີ່ລໍຖ້າສຳລັບການຕັດສິນໃຈ ຕໍ່ຄຳຮ້ອງອະນຸຍາດເຮັດວຽກການເຂົາເຈົ້ານັ້ນ ຈະໄດ້ຮັບຜົນກະທົບຈາກການປິດລົງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG