ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສິ່ງ​ທີ່ ຜູ້​ບໍ​ລິ​ໂພກ ເປັນ​ຫ່ວງ ກ່ຽວ​ກັບ ການ​ເຈາະ​ຂໍ້​ມູນ ໂຮງ​ແຮມ ແມ​ຣີ​ອອດ ຄວນ​ເຮັດ


ທຸງ​ຂອງ​​ແມ​ຣີ​ອອດ ຢູ່​ທາງເຂົ້າ​ໂຮງ​ແຮມ​ແມ​ຣີ​ອອກ ໃນ​ເຂດ ໃຈ​ກາງ​ເມືອງ ທີ່​ເກາະ​ແມນ​ຮັດ​ຕັນ ນະ​ຄອນ​ນິວຢອກ.
ທຸງ​ຂອງ​​ແມ​ຣີ​ອອດ ຢູ່​ທາງເຂົ້າ​ໂຮງ​ແຮມ​ແມ​ຣີ​ອອກ ໃນ​ເຂດ ໃຈ​ກາງ​ເມືອງ ທີ່​ເກາະ​ແມນ​ຮັດ​ຕັນ ນະ​ຄອນ​ນິວຢອກ.

ມີ​ຫລາຍ​ເຖິງ 500 ລ້ານ​ຄົນ ທີ່​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ພວກ​ເຂົາ​ເຈົ້າ ອາດ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ ຊຶ່ງ ເປັນ​ສ່ວນ​ນຶ່ງ​ໃນ​ການໂຈ​ມ​ຕີ​ເຈາະ​ຂໍ້​ມູນ​ອອນ​ລາຍ​ ອີງ​ຕາມການ​ປະ​ກາດ​ຂອງ​ໂຮງ​ແຮມແມ​ຣີ​ອອດ (Marriott) ໃນ​ວັນ​ສຸກວານນີ້. ການ​ໂຈມ​ຕີ​ທາງ​ໄຊ​ເບີ້​ດັ່ງກ່າວ ມີ​ຂຶ້ນ​ທີ່​ໂຮງ​ແຮມ​ສ​ຕາ​ວູດ ທີ່​ຮວມ​ທັງ​ໂຮງ​ແຮມ ແວັ​ສ​ຕິນ ດັບ​ເບິນ​ຢູ​ ແລະເຊີ​ຣາ​ຕັນ​ນຳ​ດ້ວຍ.

ທ່ານ​ແກ​ຣີ ເດ​ວິດ ຫົວ​ໜ້າ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ຜູ້​ບໍ​ລິ​ໂພກ ຂອງ​ບໍ​ລິ​ສັດແມັກ​ອາ​ຟີ ຊຶ່ງ​ເປັນ​ບໍ​ລິ​ສັດ​ຄວາມ​ໝັ້​ນ​ທາງ​ຄົງ​ໄຊ​ເບີ ກ່າວ​ຕໍ່​ວີ​ໂອ​ເອ ກ່ຽວ​ກັບ​ສິ່ງ​ທີ່​ຜູ້​ຄົນ​ ຄວນ​ກະ​ທຳ.

ຕໍ່​ຄຳ​ຖາມ​ທີ່​ວ່າ ຜູ້​ໃດ​ຄວນ​ມີ​ຄວາມ​ເປັນ​ຫ່ວງ ທ່ານ​ເດ​ວິດ​ຕອບ​ວ່າ ຖ້າ​ພວກ​ທ່ານຫາກ​ໄປ​ພັກ​ຢູ່​ໃນ​ໂຮງ​ແຮມ​ທີ່​ກ່າວ​ມານີ້ ຂ້າ​ພະ​ເຈົ້າ​ຄິດ​ວ່າ ພວກ​ເຂົາ​ໄດ້​ລັກ​ເອົາ​ຂໍ້ມູນ​ກ່ຽວ​ກັບ​ທ່ານ​ໄປ ແລະ​ມັນ​ອາດ​ຖືກ​ນຳ​ໄປ​ເຜີຍ​ແບ.

ຕໍ່​ຄຳ​ຖາມ​ທີ່​ວ່າ ເຂົາ​ເຈົ້າ​ຄວນ​ເຮັດ​ແນວ​ໃດ? ທ່ານ​ເດ​ວິດ​ຕອບ​ວ່າ ​ກ່ອນ​ອື່ນ​ໝົດເຂົ້າ​ໄປ ໃນ​ລະ​ບົບ​ຄອມ​ພິວ​ເຕີ້ ​ແລ້ວ​ກໍ​ປ່ຽນ​ລະ​ຫັດ​ສ່ວນ​ຕົວຂອງ​ທ່ານ. ບັນ​ຫາ​ທ້າ​ທາຍ​ນຶ່ງ​ທີ່​ໃຫຍ່​ທີ່​ພວກ​ເຮົາ​ມີ ກັບ​ຜູ້​ບໍ​ລິ​ໂພກ ກໍ​ຄື ເຂົາ​ເຈົ້າ​ມັກ​ຈະ​ໃຊ້​ລະ​ຫັດ​ເກົ່າເລື້ອຍໆ ແລະ​ດັ່ງ​ນັ້ນ ຖ້າ​ທ່ານ​ຫາກ​ໃຊ້​ລະ​ຫັດ ສຳ​ລັບ​ບັນ​ຊີນີ້ ຢູ່​ບ່ອນ​ອື່ນ​ນຳ ດັ່ງ​ນັ້ນ ຂ້າ​ພະ​ເຈົ້າຈະ​ເຂົ້າ​ໄປ​ໃນ​ລະ​ບົບ​ຄອມ​ພິວ​ເຕີ້ ແລ້ວ​ກໍ​ປ່ຽນ​ລະ​ຫັດ​ເຫຼົ່າ​ນັ້ນ​ເຊັ່ນ​ກັນ. ຍ້ອນ​ວ່າ ສິ່ງ​ທີ່​ພວກ​ຄົນ​ຊົ່ວ​ຈະ​ເຮັດ ກໍ​ຄື ນີ້​ອາດ​ຈະ​ບໍ່​ແມ່ນ​ລະ​ຫັດ​ທີ່​ມີ​ຄຸນ​ຄ່າ​ສູງ​ສຳ​ລັບ​ພວກ​ເຂົາ ແຕ່​ເຂົາ​ຮູ້ ບາງ​ທີ​ມັນ​ອາດ​ຈະ​ເປັນ​ລະ​ຫັດ​ດຽວ​ກັນ ທີ່​ອາດ​ຈະ​ໃຊ້​ກັບ​ທະ​ນາ​ຄານ ຫຼື​ສະ​ຖານ​ທີ່​ການ​ຄ້າ ຫຼື​ສິ່ງ​ອື່ນໆ ເຊັ່ນ​ວ່າ ບ່ອນ​ທີ່​ອາດ​ຈະ​ມີ​ຄຸນ​ຄ່າ​ສູງ. ດັ່ງ​ນັ້ນ ມັນ​ຈຶ່ງ​ຄວນ​ເປັນ​ສິ່ງ​ທຳ​ອິດ ທີ່​ຂ້ອຍ​ຈະ​ເຮັດ. ເຂົ້າ​ໄປ​ໃນ​ຄອມ​ພິວ​ເຕີ້ ແລະ​ກໍ​ເປັນ​ລະ​ຫັດ ​ຂອງ​ທ່ານ. ນີ້​ແມ່ນ​ສິ່ງ​ສຳ​ຄັນ​ທີ່​ສຸດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG