ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ຈະຟ້ອງຍີ່ປຸ່ນ


ແຜນທີ່ ອອສເຕຣເລຍ
ແຜນທີ່ ອອສເຕຣເລຍ

ອອສເຕຣເລຍ ກ່າວວ່າ ຕົນຈະຟ້ອງຍີ່ປຸ່ນ ຂຶ້ນສານໂລກ ຍ້ອນການລ່າ ປາບາແລນ ຂອງຍີ່ປຸ່ນ ທີ່ໂຕກຽວເວົ້າວ່າ ເພື່ອຈຸດປະສົງ ທາງດ້ານ ວິທະຍາສາດນັ້ນ.

ລັດຖະມົນຕີ ການຕ່າງປະເທດ ລັດຖະມົນຕີ ສະພາບແວດລ້ອມ ແລະອະທິໄອຍະການໃຫຍ່ ຂອງອອສເຕຣເລຍ ໄດ້ປະກາດ ໃນວັນສຸກ ມື້ນີ້ວ່າ ຕົນຈະຍື່ນ ສຳນວນຟ້ອງ ຍີ່ປຸ່ນ ຕໍ່ສານໂລກ ໃນອາທິດໜ້າ. ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ KEVIN RUDD ໄດ້ເຕືອນ ໃນຕົ້ນປີນີ້ວ່າ ທ່ານໄດ້ພິຈາລະນາ ເພື່ອດຳເນີນການ ເຄື່ອນໄຫວດັ່ງກ່າວ ຖ້າການດຳເນີນການ ທາງດ້ານການທູດ ບໍ່ສາມາດຢຸດຕິ ການລ່າປາບາແລນ ຂອງຍີ່ປຸ່ນໄດ້.

ໂຄສົກກະຊວງ ການຕ່າງປະເທດ ຍີ່ປຸ່ນ ເອີ້ນການເຄື່ອນໄຫວ ຂອງແຄນເບີຣາວ່າ ເປັນເລື່ອງທີ່ ໜ້າເສຍໃຈ ໂດຍສະເພາະແລ້ວ ໃນເມື່ອວ່າ ການເຈລະຈາ ກ່ຽວກັບເລື່ອງນີ້ ຍັງດຳເນີນຢູ່ຕໍ່ມາ.

ຄະນະກຳມາທິການ ລ່າປາບາແລນ ນາໆຊາດ ໄດ້ປະກາດ ໃຫ້ຢຸດເຊົາ ການລ່າປາບາແລນ ເພື່ອການຄ້າ ໃນປີ 1986. ຍີ່ປຸ່ນກ່າວວ່າ ການລ່າປາບາແລນ ປະຈຳປີຂອງຕົນ ແມ່ນມີຈຸດປະສົງ ທາງດ້ານວິທະຍາສາດ ແຕ່ວ່າ ຊີ້ນປາບາແລນ ສ່ວນໃຫຍ່ ໄດ້ຖືກນຳໄປຂາຍ ຢູ່ຕາມຕະຫລາດ ແລະຮ້ານຂາຍ ອາຫານຕ່າງໆ.

XS
SM
MD
LG