ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບັນດາສະມາຊິກ UN ຕົກລົງ ທີ່​ຈະຮັບ​ເອົາ ອົບ​ພະຍົບຊີ​ເຣຍ ຫຼາຍກວ່າ ໜຶ່ງແສນຄົນ


ເດັກຊາຍ ອົບພະຍົບຊີເຣຍ ພວມກິນເຂົ້າໃນຕູບຂອງຄອບຄົວ ຢູ່ທີ່ ສູນອົບພະຍົບແຫ່ງໜຶ່ງ ໃນເຂດ Deir al-Ahmar ຕາມຮ່ອມພູ Bekaa ທາງພາກຕາເວັນອອກ ຂອງປະເທດເລບານອນ ວັນທີ 16 ກັນຍາ 2014.
ເດັກຊາຍ ອົບພະຍົບຊີເຣຍ ພວມກິນເຂົ້າໃນຕູບຂອງຄອບຄົວ ຢູ່ທີ່ ສູນອົບພະຍົບແຫ່ງໜຶ່ງ ໃນເຂດ Deir al-Ahmar ຕາມຮ່ອມພູ Bekaa ທາງພາກຕາເວັນອອກ ຂອງປະເທດເລບານອນ ວັນທີ 16 ກັນຍາ 2014.

ອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ບັນດາ​ປະ​ເທດສະມາຊິກ
ໄດ້​ຕົກລົງ ທີ່​ຈະຮັບ​ເອົາ ຊາວ​ອົບ​ພະຍົບຊີ​ເຣຍ​ ໄປຕັ້ງຖິ່ນ​ຖານ​ໃໝ່
ຫຼາຍກວ່າ 100,000 ຄົນ ຈາກບັນດາປະ​ເທດເພື່ອນ​ບ້ານ ທີ່​ຮັບ
ເອົາຊາວ​ອົບ​ພະຍົບ​ເຫລົ່າ​ນັ້ນ​ຢູ່​ເວລາ​ນີ້ ຊຶ່ງເປັນ​ຈຳນວນ 2 ​ເທົ່າ
ຂອງ​ໂຕ​ເລກ ທີ່​ໄດ້​ມີ​ການສະ​ເໜີ​ຮັບ​ເອົາ​ໃນເມື່ອ​ກ່ອນ​ນັ້ນ.

ການ​ປະກາດ​ດັ່ງກ່າວ ​ໂດຍຫົວໜ້າອົງການຊ່ວ​ຍ​ເຫລືອອົບ​ພະຍົບ
ຂອງ​ສະຫະ​ປະຊາ​ຊາດ​ ​ ທ່ານ Antonio Guterres ​ໃນ​ວັນ​
ອັງຄານ​ວານ​ນີ້ ​ໄດ້​ມີ​ຂຶ້ນ ຫຼາຍໆຊົ່ວ​ໂມງ ຫຼັງຈາກກອງ​ປະຊຸມ​ຂອງ
ບັນດາປະ​ເທດ​ໃຫ້ການ​ຊ່ວຍ​ເຫລືອ ຢູ່ທີ່ Geneva ຊຶ່ງ​ທ່ານ​ໄດ້
​ກ່າວຊ້ຳ​ອີກ​ເຖິງ ຄຳ​ ຮຽກຮ້ອງ​ໃຫ້ ​ນາໆ​ຊາດເພີ້​ມການ​ຮ່ວມ​ມືໃນ​ການ​ຈັດ​ຫາ​ຖິ່ນ​ຖານ​ໃໝ່​ໃຫ້​ແກ່​ຊາວອົບ​ພະຍົບ​ຊີ​ເຣຍ ທີ່ກຳລັງ​ຫລົບໜີ​ສົງຄາມ​ກາງ​ເມືອງ ​ແລະ ການ​ບຸກລຸກ ຂອງ​ພວກກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິສລາມນັ້ນ.

ເບິ່ງວີດີໂອ ກ່ຽວກັບຊະຕາກຳຂອງ ເດັກນ້ອຍອົບພະຍົບ ຈາກຊີເຣຍ:

Rehabilitation for Syrian Children Traumatized by War
please wait

No media source currently available

0:00 0:04:43 0:00

ທ່ານ Guterres ​ເວົ້າວ່າ “ມື້​ນີ້ 28 ປະ​ເທດ ​ໄດ້ສະ​ແດງ​ຄວາມເປັນ​ນ້ຳໜຶ່ງ​ໃຈ​ດຽວ
ກັບ​ຊາວ​ອົບ​ພະຍົບຊີ​ເຣຍ ແລະ​ກັບ ບັນດາ 5 ປະ​ເທດ​ເພື່ອນ​ບ້ານ​ ທີ່​ໄດ້​ໃຫ້ການ​
ຊ່ອຍ​ເຫຼືອ​ພວກ​ເຂົາ​ເຈົ້ານັ້ນ ອັນ​ມີ ປະ​ເທດ Lebanon Jordan Turkey Iraq
​ແລະ Egypt ​ໂດຍ​ໄດ້​ສະ​ເໜີ​ໃຫ້​ອັນ​ທີ່​ພວກ​ເຮົາ​ປະ​ເມີນ​ວ່າ ຈະເປັນໂອ​ກາດ​
ສຳ​ຫລັບ​ຮັບ​ເອົາ ຊາວ​ອົບ​ພະຍົບ ຫຼາຍກວ່າ 100,000 ຄົນ ໄປ​ຕັ້ງ​ຖິ່ນ​ຖານ​ໃໝ່ ​
ແລະ ເພື່ອ​ມະນຸດສະທຳ."

ອິງ​ຕາມ ອົງການ​ສະຫະ​ປະຊາ​ຊາດ ບັນດາ​ປະ​ເທດ​ຕ່າງໆ ທີ່​ສະ​ເໜີ​ຈະ​ຮັບ​ເອົາ​ຊາວ​ອົບ​ພະຍົບນັ້ນ ສ່ວນ​ຫຼາຍ​ແລ້ວ ​ແມ່ນ​ມາຈາກ​ສະຫະພາບ​ຢູ​ໂຣບ.


XS
SM
MD
LG