ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບັນດາຜູ້ອອກນະໂຍບາຍ ປະ​ເທດຕາເວັນຕົກ ຊັ່ງຊາທາງເລືອກ ສຳລັບ ຢູເຄຣນ ແລະ ການຕອບໂຕ້ ຕໍ່ການຮຸກຮານຂອງ ຣັດເຊຍ


ທະຫານຍາມຝັ່ງ ຢູເຄຣນ ອອກລາດຕະເວນໃນທະເລ ອາຊອຟ ຢູ່ນອກເມືອງ ມາຣິວໂປລ, 30 ເມສາ, 2021.
ທະຫານຍາມຝັ່ງ ຢູເຄຣນ ອອກລາດຕະເວນໃນທະເລ ອາຊອຟ ຢູ່ນອກເມືອງ ມາຣິວໂປລ, 30 ເມສາ, 2021.

ການເສີມກຳລັງຂອງກອງທະຫານ ຣັດເຊຍ ຢູ່ຕາມເຂດຊາຍແດນຕິດກັບ ຢູເຄຣນ, ແລະ ການເຂົ້າຍຶດແຫຼມ ໄຄຣເມຍ ໂດຍ ຣັດເຊຍ ໃນປີ 2014, ແມ່ນໄດ້ກໍ່ໃຫ້ເກີດການໂຕ້ຖຽງກັນຢ່າງຕຶງຄຽດ ລະຫວ່າງບັນດານັກອອກນະໂຍບາຍ ອາເມຣິກັນ ແລະ ຢູໂຣບ ກ່ຽວກັບ ວິທີທີ່ຈະຕອບໂຕ້, ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່ປະເທດຕາເວັນຕົກ.

ເຂົາເຈົ້າມີຄວາມຄິດຕ່າງກັນ ກ່ຽວກັບວ່າ ເປັນຫຍັງປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ຈຶ່ງກຳລັງເສີມກອງກຳ​ລັງ. ເຂົາເຈົ້າກໍຍັງຮັບມືກັບທາງເລືອກຂອງເຂົາເຈົ້າ ສຳລັບການຍັບຢັ້ງທ່ານ ບໍ່ໃຫ້ທຳການເຄື່ອນໄຫວທາງທະ ຫານໃດໆຕໍ່ ຢູເຄຣນ ແລະ ນອກຈາກນັ້ນ, ສຳລັບການຕອບໂຕ້ຄືນ, ຖ້າທ່ານ ປູຕິນ ຫາກອອກຄຳສັ່ງໃຫ້ກອງກຳລັງຂອງທ່ານຍຶດເຂດແດນຂອງ ຢູເຄຣນ ຕື່ມອີກ, ເຊິ່ງມີຄວາມເປັນໄປໄດ້ສູງວ່າຈະເປັນເມືອງ ມາຣິວໂປລ໌ (Mariupol) ຕັ້ງຢູ່ຊາຍຝັ່ງຂອງທະເລ ອາຊອຟ (Azov) ແລະ ເຂດອ້ອມແອ້ມຂອງມັນ.

ເລຂາທິການໃຫຍ່ອົງການ NATO ທ່ານ ເຈັນສ ສໂຕລເທັນເບີກ (Jens Stoltenberg) ໄດ້ເຕືອນ ມົສກູ ໃນອາທິດທີ່ຜ່ານມາຕໍ່ “ການຍຸແຍ່ເພີ່ມເຕີມໃດໆ ຫຼື ການກະທຳທີ່ຮຸກຮານ” ຫຼັງຈາກບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ເຕືອນວ່າ ຣັດເຊຍ ອາດກະກຽມສຳລັບການໂຈມຕີລະດູໜາວໃນ ຢູເຄຣນ. ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ (Volodymyr Zelenskiy) ເວົ້າວ່າ ຣັດເຊຍ ໄດ້ເສີມກຳລັງທະຫານປະມານ 100,000 ຄົນໃກ້ກັບເຂດຊາຍແດນຂອງ ຢູເຄຣນ.

ວໍຊິງຕັນ ໄດ້ເຕືອນບັນດາພັນທະມິດ ຢູໂຣບ ວ່າວັງ ເຄຣັມລິນ ອາດ “ພະຍາ ຍາມທີ່ຈະເຮັດຊໍ້າ” ເຫດການປີ 2014, ເວລາທີ່ເຂົາເຈົ້າໄດ້ເຂົ້າຍຶດແຫຼມ ໄຄຣເມຍ ຂອງ ຢູເຄຣນ ແລະ ພວກແບ່ງແຍກດິນແດນທີ່ໄດ້ຮັບການໜູນຫຼັງໂດຍ ຣັດເຊຍ ໄດ້ຍຶດພື້ນທີ່ສ່ວນໃຫຍ່ຂອງພາກພື້ນ ດອນບາສ (Donbass) ໃນພາກຕາເວັນອອກຂອງ ຢູເຄຣນ, ຕິດກັບ ຣັດເຊຍ.

ພວກເຈົ້າໜ້າທີ່ວັງ ເຄຣັມລິນ ໄດ້ຢືນຢັດວ່າ ຣັດເຊຍ ແມ່ນບໍ່ໄດ້ກຽມພ້ອມທີ່ຈະບຸກລຸກ ຢູເຄຣນ ແລະ ກ່າວຫາ ຢູເຄຣນ ສຳລັບການເຄື່ອນໜ່ວຍທະຫານ ຢູ່ຕາມເຂດຊາຍແດນລະຫວ່າງກັນຂອງເຂົາເຈົ້າ.

ໂຄສົກວັງ ເຄຣັມລິນ ທ່ານ ດິມິທຣີ ເປສກອຟ (Dmitry Peskov) ໄດ້ກ່າວຕໍ່ບັນດານັກຂ່າວໃນນະຄອນຫຼວງ ມົສກູ ເມື່ອວັນຈັນທີ່ຜ່ານມາວ່າ “ກີຢິບ ແມ່ນຜູ້ທີ່ເສີມກອງກຳລັງຂອງເຂົາເຈົ້າເອງ. ກີຢິບ ແມ່ນໄດ້ຖືກຊ່ວຍເຫຼືອເພື່ອເສີມກອງກຳລັງຂອງເຂົາເຈົ້າ. ກີຢິບ ແມ່ນໄດ້ຖືກສະໜອງອາວຸດ ຈຳນວນຫຼວງຫຼາຍໃຫ້, ລວມທັງອາວຸດທັນສະໄໝທີ່ມີເທັກໂນໂລຈີລະດັບສູງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG