ບັນດາກຸ່ມປະເທດຕາເວັນຕົກທີ່ນ້ອຍໆ ແຕ່ມີອໍານາດ, ປະກາດຂວໍ້າບາດທາງການທູດຂອງກິລາໂອລິມປິກປັກກິ່ງລະດູໜາວທີ່ກໍາລັງຈະມາເຖິງນີ້, ໂດຍອ້າງຈາກບັນທຶກກ່ຽວກັບການລະເມີດສິດທິມະນຸດນັ້ນ.
ການຂວໍ້າບາດ ໄດ້ອະນຸຍາດໃຫ້ປະເທດຕ່າງໆສົ່ງຄະນະນັກກິລາໄປຮ່ວມການແຂ່ງຂັນ ໃນຂະນະທີ່ມີການປະຕິເສດໃນການສົ່ງເຈົ້າໜ້າທີ່ ຫຼືບຸກຄົນສໍາຄັນໄປເປັນຜູ້ແທນຢ່າງເປັນທາງການ.
ບັນດາປະເທດທີ່ເຂົ້າຮ່ວມການຂໍ້າບາດທາງການທູດຂອງງານກິລາປັກກິ່ງລວມມີ:
ສະຫະລັດ: ໂຄສົກຍິງຂອງທໍານຽບຂາວ ທ່ານນາງເຈັນ ຊາກີ ກ່າວກັບນັກຂ່າວໃນວັນຈັນທີ່ຜ່ານມານີ້ວ່າ ສະຫະລັດ “ຈະບໍ່ມີສ່ວນຮ່ວມໃນການປະຊາສໍາພັນກ່ຽວກັບງານກິລາ, ແຕ່ກ່າວວ່າ ແຕ່ປະເທດຂອງພວກເຮົາຈະຢູ່ເບື້ອງຫຼັງບັນດາສະມາຊິກທີມສະຫະລັດອາເມຣິກາ 100 ເປີເຊັນ ໃນຂະນະທີ່ພວກເຮົາເຊຍພວກເຂົາເຈົ້າຈາກທາງບ້ານ.”
ອອສເຕຣເລຍ: ຄວາມສໍາພັນລະຫວ່າງແຄນເບີຣາ ແລະປັກກິ່ງ ເຊື່ອມໂຊມລົງໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມາ ອັນເນື່ອງມາຈາກຫຼາຍບັນຫາ, ໂດຍສະເພາະຢ່າງຍິ່ງທີ່ ອອສເຕຣເລຍຊຸກຍູ້ໃຫ້ມີການກວດສອບຢ່າງເປັນອິດສະຫຼະ ກ່ຽວກັບຕົ້ນກໍາເນີດຂອງການລະບາດໃຫຍ່ຂອງພະຍາດໂຄວິດ-19, ເຊິ່ງກວດພົບຄັ້ງທໍາອິດໃນທ້າຍປີ 2019 ຢູ່ໃນພາກກາງຂອງປະເທດຈີນ. ຈີນໄດ້ຕອບໂຕ້ຄືນໂດຍການຂຶ້ນພາສີສິນຄ້າຂອງອອສເຕຣເລຍຢ່າງໜັກ.
ນາຍຍົກລັດຖະມົນຕີຂອງອອສເຕຣເລຍ ທ່ານສະກັອດ ໂມຣິສັນ ກ່າວວ່າ “ມັນບໍ່ມີອຸປະສັກ” ທີ່ຝ່າຍອອສເຕຣເລຍຈະຈັດການເຈລະຈາກັບຈີນເພື່ອແກ້ໄຂບັນຫາ, ແຕ່ກ່າວວ່າ ປະເທດຂອງທ່ານ “ຈະບໍ່ຖອຍອອກຈາກສະຖານະທີ່ເຂັ້ມແຂງ ທີ່ພວກເຮົາໄດ້ຢືນຢັດເພື່ອຜົນປະໂຫຍດຂອງອອສເຕຣເລຍ.”
ອັງກິດ: ນາຍຍົກລັດຖະມົນຕີ ບໍຣີດ ຈອນສັນ ໄດ້ປະກາດໃນມື້ວັນພຸດວານນີ້ ໃນລະຫວ່າງການປະຊຸມຢູ່ໃນສະພາ, ໂດຍກ່າວເສີມວ່າ ນັກກິລາຈະຍັງຄົງເຂົ້າຮ່ວມ ໃນຂະນະທີ່ທ່ານເຊື່ອວ່າ “ການຂໍ້າບາດທາງດ້ານກິລານັ້ນ ມັນອ່ອນໄຫວ.”
ການາດາ: “ພວກເຮົາມີຄວາມກັງວົນເປັນຢ່າງຍິ່ງກ່ຽວກັບການລະເມີດສິດທິມະນຸດຊໍ້າແລ້ວຊໍ້າອີກໂດຍລັດຖະບານຈີນ,” ນາຍົກລັດຖະມົນຕີ ທ່ານຈັສຕິນ ທຣູເດີ (Justin Trudeau) ກ່າວໃນມື້ວັນພຸດວານນີ້ຂະນະທີ່ມີການປະກາດຂໍ້າບາດທາງດ້ານການທູດຂອງປະເທດ.
ລິທົວເນຍ: ລັດຖະມົນຕີກະຊວງສຶກສາ, ວິທະຍາສາດ ແລະກິລາ ທ່ານນາງເຈີກິຕາ ຊຽກດີນຽນ (Jurgita Šiugždinienė) ກ່າວໃນການຖະແຫຼງຂ່າວໃນວັນພະຫັດທີ່ຜ່ານມາວ່າ ຫຼາຍມື້ກ່ອນທີ່ສະຫະລັດປະກາດການຂໍ້າບາດທາງການທູດຢ່າງເປັນທາງການນັ້ນ ທ່ານນາງ ແລະເຈົ້າໜ້າທີ່ລະດັບສູງຄົນອື່ນໆຈະບໍ່ເດີນທາງໄປງານກິລາປັກກິ່ງ.