ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານ ການເຮັດສົງຄາມ ຂອງອັງກິດ ໃນອີຣັກ ກ່າວວ່າ ບໍ່ສົມເຫດສົມຜົນ


ອະດີດ​ຂ້າຣາຊະ​ການ​ພົນລະ​ເຮືອນ​ຂັ້ນ​ສູງ​ຂອງ​ອັງກິດ ທ່ານJohn Chilcot ສະແດງເຖິງລາຍງານກ່ຽວກັບການ​ສືບສວນ​ທີ່ສູນ Queen Elizabeth II, ລອນດອນ, 6 ກໍລະກົດ, 2016.
ອະດີດ​ຂ້າຣາຊະ​ການ​ພົນລະ​ເຮືອນ​ຂັ້ນ​ສູງ​ຂອງ​ອັງກິດ ທ່ານJohn Chilcot ສະແດງເຖິງລາຍງານກ່ຽວກັບການ​ສືບສວນ​ທີ່ສູນ Queen Elizabeth II, ລອນດອນ, 6 ກໍລະກົດ, 2016.

ການ​ຮຸກ​ຮານອີຣັກ ​ຂອງ​ສະຫະລັດ ​ເມື່ອ 13 ປີ​ກ່ອນ ​ໂດຍ​ກອງ​ກຳລັງ​ປະສົມ​ທີ່​ນຳພາ​ໂດຍ
ສະຫະລັດ ​ແລະ​ອັງກິດ ນັ້ນ ​ແມ່ນ “ບໍ່​ຈຳ​ເປັນ” ​ແລະ​ຜູ້ນຳ​ຜະ​ເດັດ​ການອີຣັກ Saddam Hussein ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ “ບໍ່​ໄດ້ເປັນ​ໄພ​ຂົ່ມຂູ່​ທີ່​ຮີບ​ດ່ວນ” ຕໍ່​ອັງກິດ​ ຫຼື​ປະ​ເທດ​ມະ ຫາອຳນາດ​ຕາ​ເວັນ​ຕົກ​ອື່ນໆ ອິງ​ຕາມ​ລາຍ​ງານ​ທາງ​ການ ທີ່ມີການ​ລໍຄອຍຖ້າມາ​ເປັນ​ເວລາ​ດົນ​ນານ​ ກ່ຽວ​ກັບ​ການ​ພົວພັນ​ຂອງ​ອັງກິດ ​ໃນ​ສົງຄາມ​ອີຣັກ.

ການ​ສືບສວນ​ທີ່​ນຳພາ​ໂດຍ ທ່ານ John Chilcot ອະດີດ​ຂ້າຣາຊະ​ການ​ພົນລະ​ເຮືອນ​ຂັ້ນ​ສູງ​ຂອງ​ອັງກິດ​ ​ໄດ້​ຖິ້ມ​ໂທດ​ໃ​ສ່​ພວກ​ນັກ​ການ​ເມືອງ ​ເຈົ້າ​ໜ້າ​ທີ່​ສືບ​ລັບ ພວກ​ນັກ​ການ​ທູດ ​ແລະ​ບັນດາ​ນາຍ​ພົນ ​ໃນ​ບົດບາດ​ຂອງ​ພວກ​ເຂົາ​ເຈົ້າ ​ໃນການ​ຮຸກ​ຮານ ​ແລະ​ໃນ​ການ​ປະຕິ ບັດ​ພາລະກິດ​ທາງ​ດ້ານ​ການ​ທະຫານ​ໃນ​ຮອບ​ຫຼາຍໆ​ປີ ​ໂດຍ​ກອງ​ກຳລັງ​ອັງ​ອິດ ​ໂດຍ​ສະ​ເພາະ​ ຢູ່​ໃນພາກ​ໃຕ້​ຂອງ​ອີຣັກ.

ອະດີດນາຍົກລັດຖະມົນຕີ ອັງກິດ ທ່ານ Tony Blair ຖະແຫຼງຂ່າວທີ່ Admiralty House, ລອນດອນ, 6 ກໍລະກົດ, 2016.
ອະດີດນາຍົກລັດຖະມົນຕີ ອັງກິດ ທ່ານ Tony Blair ຖະແຫຼງຂ່າວທີ່ Admiralty House, ລອນດອນ, 6 ກໍລະກົດ, 2016.

ໃນ​ການ​ປະ​ເມີນແບບ​ບໍ່​ໄວ້ໜ້າ​ນັ້ນ ທ່ານ Chilcot ​ໄດ້​ບອກ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ ​ໃນ​ນະຄອນຫຼວງ​ລອນ​ດອນວ່າ ການ​ວາງແຜນ​ແລະການ​ປະຕິບັດງານ​ທາງ​ທະຫານ ​ແມ່ນ​ການ​ຜິດພາດແທ້ໆ “​ແລະ​ດຳ​ເນີນ​ໄປ​ຢ່າງ​ຜິດ​ໆ ​ໂດຍ​ມີ​ຜົນ​ທີ່​ຕິດຕາມ​ມາ​ຈົນ​ຮອດທຸກມື້​ນີ້,” ທ່ານ​ໄດ້​ກ່າວອ້າງ​ອີງ​ເຖິງ​ການ​ໂຈມ​ຕີ​ດ້ວຍລະ​ເບີດ​ສະລະ​ຊີບ ​ໃນ​ນະຄອນ​ຫຼວງ​ Baghdad ທີ່​ຍັງ​ຜົນ​ໃຫ້​ມີ​ຫຼາຍ​ກວ່າ 250 ຄົນ ​ເສຍຊີວິດ.

ທ່ານ Chilcot ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ໄດ້​ສະຫຼຸບ​ວ່າ​ອັງກິດ ​ເລືອກ​ທີ່​ຈະເຂົ້າຮ່ວມ​ການຮຸກ​ຮານອີຣັກ ກ່ອນ​ທາງ​ເລືອກ​ແບບ​ສັນຕິ ທີ່​ຈະ​ປົດ​ອາວຸດ ໝົດ​ລົງ​ນັ້ນ. ການ​ເອົາ​ບາດກ້າວ​ທາງ​ການ​ທະຫານ ​ໃນ​ຕອນ​ນັ້ນ ບໍ່ແມ່ນທາງ​ອອກ​ສຸດ​ທ້າຍ​ທີ່​ຈະ​ຕ້ອງ​ເລືອກ​ເອົາ.​”

​ໃນ​ຂະນະ​ທີ່​ປະທານການ​ສືບສວນ ​ໄດ້​ອະທິບາຍ​ເຖິງ​ລາຍ​ງານ​ທີ່​ກ້ວາງຂວາງນັ້ນ ພວກ​ນັກ​ຂ່າວ ຍັງ​ສືບ​ຕໍ່​ເລືອກເບິ່ງ​ຫຼັກ​ຖານ​ແລະ​ສິ່ງ​ທີ່​ພົບ​ເຫັນທີ່​ບັນຈຸ​ຢູ່​ໃນ 13 ຫົວ. ສ່ວນ​ໃຫຍ່​ຂອງ​ລາຍ​ງານ​ຂອງ​ທ່ານ Chilot ​ໄດ້​ເພັ່ງ​ເລັງ​ໃສ່​ພື້ນຖານ​ດ້ານ​ກົດໝາຍ ​ແລະ​ການ​ໃຫ້​ເຫດຜົນ​ຂອງ​ການ​ສືບ​ລັບ​ກ່ຽວ​ກັບການ​ເຂົ້າຮ່ວມ​ການ​ຮຸກ​ຮານດັ່ງກ່າວ. ລາຍ​ງານ​ຍັງ​ໄດ້​ກ່າວ​ເນັ້ນ​
ເຖິງ​ການ​ທີ່ໃນ​ຕອນ​ນັ້ນ ນາຍົກລັດຖະມົນຕີອັງກິດ ​ແມ່ນ​ທ່ານ Tony Blair ບັນດາ​ລັດຖະ ມົນຕີຂອງ​ທ່ານ ​ແລະ​ໜ່ວຍສືບ​ລັບ ​ໂດຍກ່າວ​ວ່າ ການ​ໃຫ້​ເຫດຜົນຕໍ່ການ​ຮຸກ​ຮານ​ນີ້ ​ແມ່ນຍັງ​ຫ່າງ​ໄກ ຈາກ​ຄວາມ​ເພິ​ງພໍ​ໃຈ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

British Inquiry on Iraq Finds Blair Overstated Threat Posed by Saddam
please wait

No media source currently available

0:00 0:02:46 0:00

XS
SM
MD
LG