ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມີຜູ້ເສຍຊີວິດ ຈາກໄພນ້ຳຖ້ວມ ເກືອບ 120 ຄົນແລ້ວ ໃນພາກຕາເວັນຕົກ ຂອງອິນເດຍ


ພວກທະຫານອິນເດຍ ອຸ້ມເອົາ ພວກເດັກນ້ອຍ ອອກໄປຈາກພື້ນທີ່ ຂອງບ້ານ ທີ່ໄດ້ຮັບຜົນກະທົບ ຢູ່ໃກ້ກັບ ເມືອງນ້ອຍ Thara ຢູ່ໃນເຂດເມືອງໃຫຍ່ Banaskantha, ລັດ Gujarat ຂອງອິນເດຍ, ວັນທີ 26 ກໍລະກົດ 2017.
ພວກທະຫານອິນເດຍ ອຸ້ມເອົາ ພວກເດັກນ້ອຍ ອອກໄປຈາກພື້ນທີ່ ຂອງບ້ານ ທີ່ໄດ້ຮັບຜົນກະທົບ ຢູ່ໃກ້ກັບ ເມືອງນ້ອຍ Thara ຢູ່ໃນເຂດເມືອງໃຫຍ່ Banaskantha, ລັດ Gujarat ຂອງອິນເດຍ, ວັນທີ 26 ກໍລະກົດ 2017.

ບັນດາເຈົ້າໜ້າທີ່ ໄດ້ກ່າວວ່າ ຈຳນວນຂອງຜູ້ເສຍຊີວິດ ຈາກ​ໄພນ້ຳຖ້ວມ ຢູ່ປະເທດ
ອິນເດຍ ໄດ້ເພີ່ມຂຶ້ນເປັນ 119 ຄົນ ໃນວັນພຸດວານນີ້ ໃນຂະນະທີ່ລະດັບ ນ້ຳຖ້ວມ
ເລີ່ມຫລຸດລົງ​ແລ້ວ.

ໂຕເລກດັ່ງກ່າວ ​ແມ່ນ​ປະກອບ​ດ້ວຍ​ 25 ຄົນ ທີ່ລວມທັງ 17 ຄົນ ຈາກຄອບ ຄົວດຽວ
ທີ່ຖືກພົບເຫັນວ່າ ໄດ້ເສຍຊີວິດ ຢູ່ໃນເມືອງ Banaskantha ລັດ Gujarat ໃນວັນ
ພຸດວານນີ້.

“ທັງ 25 ສົບນີ້ ໄດ້ຖືກດຶງຂຶ້ນມາຈາກສອງບ້ານ ຢູ່ແຄມຝັ່ງແມ່ນ້ຳ Banas” ນັ້ນແມ່ນ
ຄຳຖະແຫລງ ຂອງ ຜູ້ຊ່ວຍຜູ້ບັນຊາ​ການຕຳຫຼວດ ທ່ານ Aksharaj Makwana ທີ່ໄດ້
ກ່າວຕໍ່ ອົງການຂ່າວ AFP.

ຢູ່ໃນເຂດໃກ້ຄຽງລັດ Rajasthan ຈຳນວນຂອງຜູ້ເສຍຊີວິດ ເພີ່ມຂຶ້ນ ເປັນ 19 ຄົນ.
ຖະໜົນສາຍຕ່າງໆ ໄດ້ສືບຕໍ່ເບິ່ງຄືກັບ ເປັນຄອງນ້ຳ ໃນຂະນະທີ່ພວກຜູ້ຄົນ​ທີ່ຕົກຄ້າງ
ພາກັນຂຶ້ນ​ໄປ​ນັ່ງຢູ່ເທິງຫລັງຄາ ຂອງພວກຕຶກອາຄານທີ່ຢູ່ອາໄສ ຄອຍຖ້າການມາຊ່ວຍ
ຂອງພວກພະນັກງານກູ້ໄພ.

ດ້ວຍການນຳໃຊ້ ພວກເຮືອ ແລະ ເຮລິຄອບເຕີ ພວກພະນັກງານກູ້ໄພ ໄດ້ສືບຕໍ່ ຮັບເອົາ ພວກເຄາະຮ້າຍ ຈາກໄພນ້ຳຖ້ວມ ໄປຍັງທີ່ປອດໄພ. ພວກເຂົາເຈົ້າ ໄດ້ຊ່ອຍຍົກຍ້າຍ
36,000 ຄົນ ອອກຈາກບໍລິເວນຕ່າງໆ ທີ່ໄດ້​ຮັບຜົນກະທົບ ແລ້ວ.

ນາຍົກລັດຖະມົນຕີ ອິນເດຍ ທ່ານ Narinda Modi ໄດ້​ໄປສຳຫຼວດທາງອາກາດ ​ເບິ່ງ
ລັດຕ່າງໆ ທີ່​ໄດ້​ຮັບ​ຜົນກະທົບໜັກທີ່ສຸດ ໂດຍ​ໄພນ້ຳຖ້ວມຈາກລົມມໍລະສຸມ ໃນວັນ
ອັງຄານຜ່ານມານີ້ ໂດຍປະກອບມີ ລັດ Arunachal Pradesh Assam Rajasthan
ແລະ Gufarat ຊຶ່ງເປັນລັດບ້ານເກີດຂອງທ່ານ. ທ່ານໄດ້ຮຽກຮ້ອງ ໃຫ້ມີຄວາມເດັດດ່ຽວ
ແລະ ໄດ້ໃຫ້ຄຳໝັ້ນສັນຍາ ​ໃນ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອຂອງລັດຖະບານຢ່າງວ່ອງໄວ.

ກົມອຸຕຸນິຍົມຂອງອິນເດຍ ພະຍາກອນວ່າ ຈະມີຝົນຕື່ມອີກ ຢູ່ໃນຂົງເຂດ ​ໄປ​ຈົນ​ໝົດ
ສັບປະດານີ້.

XS
SM
MD
LG