ຣັດເຊຍ ໄດ້ກ່າວຢ້ຳ ໃນວັນພຸດວານນີ້ວ່າ ຕົນໄດ້ເລີ້ມຖອນທະຫານບາງສ່ວນອອກໄປຈາກບໍລິເວນໃກ້ໆຊາຍແດນຢູເຄຣນ. ແຕ່ແນວໃດກໍຕາມ ປະເທດຕາເວັນຕົກຫຼາຍປະເທດກ່າວວ່າ ບໍ່ມີຫຼັກຖານຫຍັງເລີຍກ່ຽວກັບການຖອນທະຫານຂອງຣັດເຊຍ ແລະມີຄວາມຢ້ານກົວຢູ່ວ່າ ການບຸກເຂົ້າໄປໃນຢູເຄຣນ ອາດຈະຍັງມີຂຶ້ນໃນຍາມໃດກໍໄດ້.
ກະຊວງປ້ອງກັນປະເທດຣັດເຊຍ ໄດ້ເປີດເຜີຍວີດີໂອຈຳນວນນຶ່ງ ທີ່ສະແດງໃຫ້ເຫັນມີການຖອນລົດຖັງ ແລະທະຫານອອກຈາກບໍລິເວນຊາຍແດນ. ວີດີໂອອັນນຶ່ງໄດ້ສະແດງໃຫ້ເຫັນລົດຖັງຖືກຂົນສົ່ງຜ່ານຂົວຂ້າມຊ່ອງແຄບເຄີຣສ໌ (Kerch Strait) ຈາກແຫຼມໄຄຣເມຍ ຊຶ່ງຣັດເຊຍ ໄດ້ໃຊ້ກຳລັງຢຶດເອົາໄປຈາກຢູເຄຣນ ໃນປີ 2014.
ຣັດເຊຍໄດ້ເຍາະເຍີ້ຍຕໍ່ການກ່າວອ້າງຂອງປະເທດຕາເວັນຕົກທີ່ວ່າ ຕົນຈະບຸກເຂົ້າໄປໃນຢູເຄຣນອາທິດນີ້ ແລະຢືນຢັດວ່າຕົນບໍ່ມີແຜນການທີ່ຈະດຳເນີນການດັ່ງກ່າວ. ຫຼັງຈາກໄດ້ພົບປະ ກັບນາຍົກລັດຖະມົນຕີເຢຍຣະມັນ ທ່ານໂອລາຟ ໂຊລສ໌ ທີ່ນະຄອນຫຼວງມົສກູໃນວັນອັງຄານທີ່ຜ່ານມາ ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ໄດ້ປະຕິເສດວ່າ ທ່ານບໍ່ໄດ້ຊອກຫາຊ່ອງທາງ ໃຫ້ເກີດບັນຫາຂັດແຍ້ງ.
ທ່ານປູຕິນກ່າວຕໍ່ພວກນັກຂ່າວວ່າ “ພວກເຮົາຕ້ອງການຫຼືບໍ່? ແນ່ນອນ, ບໍ່. ນັ້ນຄືເຫດຜົນທີ່ວ່າເປັນຫຍັງ ພວກເຮົາຈຶ່ງໄດ້ສະເໜີໃຫ້ເລີ້ມຂັ້ນຕອນການເຈລະຈາ ຊຶ່ງຈະນຳໄປສູ່ການຕົກລົງ ໃນການສະໜອງຄວາມໝັ້ນຄົງທີ່ເທົ່າທຽມກັນແກ່ທຸກຝ່າຍ ຮວມທັງປະເທດຂອງພວກເຮົາ.”
ທ່ານໂຊລສ໌ ໄດ້ສະແດງຄວາມຍິນດີ ໃນການປ່ຽນນ້ຳສຽງ ຊຶ່ງຜູ້ນຳເຢຍຣະມັນໄດ້ກ່າວກ່ຽວກັບເລື້ອງນີ້ວ່າ “ຂ້າພະເຈົ້າເຫັນພ້ອມນຳຢ່າງເຕັມທີ່. ການດຳເນີນງານທາງດ້ານການທູດຍັງບໍ່ທັນໃຊ້ໝົດເທື່ອ. ປັດຈຸບັນແມ່ນກ່ຽວກັບການແກ້ໄຂ ວິກິດການນີ້ດ້ວຍສັນຕິວິທີ ໃນວິທີທາງທີ່ກ້າຫານແລະເດັດຂາດ. ມັນເປັນຮ່ອງຮອຍທີ່ດີ ທີ່ພວກເຮົາໄດ້ຍິນຂ່າວຈຳນວນນຶ່ງກ່ຽວກັບການຖອນທະຫານ. ພວກເຮົາຫວັງວ່າ ຈະມີຮ່ອງຮອຍຕື່ມອີກຕິດຕາມມາ.”
ລາຍລະອຽດຕ່າງໆກ່ຽວກັບການຖອນທະຫານຣັດເຊຍແມ່ນຫາຍາກ. ວີດີໂອທີ່ນຳອອກເຜີຍແຜ່ທາງສື່ສັງຄົມໃນວັນອັງຄານຜ່ານມາ ຊຶ່ງໄດ້ກວດສອບໂດຍອົງການຂ່າວຣອຍເຕີ້ ປາກົດວ່າໄດ້ສະແດງໃຫ້ເຫັນເຖິງໂຮງໝໍສະໜາມຖືກຂົນໄປຍັງຊາຍແດນຢູເຄຣນ. ເຈົ້າໜ້າທີ່ສືບລັບຂອງປະເທດຕາເວັນຕົກກ່າວວ່າ ຕົນບໍ່ເຫັນມີຮ່ອງຮອຍຫຍັງເລີຍກ່ຽວກັບການຖອນທະຫານຂອງຣັດເຊຍ.