ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ຝຣັ່ງ ແລະ ຣັດເຊຍ ຕົກລົງ ແລກປ່ຽນ ຂໍ້ມູນຂ່າວກອງ


ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ແລະປະທານາທິບໍດີຝຣັ່ງ ທ່ານ Francois Hollande ຖະແຫຼງຂ່າວຮ່ວມກັນ ລຸນຫລັງການພົບປະທີ່ວັງເຄຣັມລິນ. (26 ພະຈິກ 2015)

ປະທານາທິບໍດີ​ຝຣັ່ງ ທ່ານ Francois Hollande ​ແລະ​ປະທາ
ນາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ໄດ້​ຕົກລົງ​ທີ່​ຈະ​ແລກ
ປ່ຽນ​ຂໍ້​ມູນ ຂ່າວກອງ​ສືບ​ລັບ ​ກ່ຽວ​ກັບ ພວກ​ຫົວ​ຮຸນ​ແຮງ​ລັດ​ອິສ
ລາມ ແລະ​ກຸ່ມ​ຫົວ​ຮຸນ​ແຮງຈັດ​ອື່ນ​ໆ ຢູ່​ໃນ​ຊີ​ເຣຍ ​ເພື່ອ​ຊ່ອຍ​ໃນ​
ການ​ໂຈມ​ຕີຖິ້ມລະ​ເບີດ​ໃຫ້​ມີ​ປະສິດທິ​ຜົນ​ຫຼາຍທີ່​ສຸດ.

ປະທານາທິບໍດີ Hollande ກ່າວ​ໃນ​ລະຫວ່າງ ​ກອງ​ປະຊຸມ​ຖະ​
ແຫຼງຂ່າວ​ລຸນ​ຫຼັງການ​ພົບ​ປະ​ຂອງ​ພວກ​ຜູ້ນຳ​ທັງ​ສອງ​ທີ່​ນະຄອນ
ຫຼວງມົສກູໃນ​ວັນ​ພະຫັດ​ວານ​ນີ້ວ່າ ພວກ​ເຮົາ​ໄດ້​ແລກປ່ຽນ​ຂໍ້​ມູນ
​ກ່ຽວ​ກັບ​ກຸ່ມ​ຕ່າງໆ​ທີ່​ພວກ​ເຮົາ​ຈະ​ໂຈມ​ຕີ​ ແລະຈະ​ບໍ່​ໂຈມ​ຕີ ສິ່ງ​ທີ່​
ພວກ​ເຮົາ​ໄດ້​ຕົກລົງ​ກັນ ​ແລະ​ມັນ​ມີ​ຄວາມ​ສຳຄັນ​ຫຼາຍ​ທີ່​ຈະ​ໂຈມ
​ຕີ​ແຕ່​ພວກກໍ່​ການ​ຮ້າຍ​ແລະ​ພວກ​ລັດ​ອິສລາມ​ເທົ່າ​ນັ້ນແລະ​ບໍ່​ໂຈມ​ຕີ​ກຳລັງ​ອື່ນໆ​ ທີ່​ພວມ​ຕໍ່
ສູ້ກັບ​ພວກ​ກໍ່​ການ​ຮ້າຍ​ຢູ່.

ສ່ວນທ່ານ Putin ກ່າວ​ວ່າ ຣັດ​ເຊຍ​ແມ່ນ​ເປີດ​ກວ້າງ​ຕໍ່​ການ​ຮ່ວມ​ມື​ເພີ້ມຂຶ້ນກັບ​ຝຣັ່ງ ​ແລະ​
ສະຫະລັດໃນ​ການ​ໂຈມ​ຕີ​ເປົ້າໝາຍ​ຕ່າງໆ​ຂອງ​ກຸ່ມ​ລັດ​ອິສລາມ.

ທ່ານ Hollande ເດີນທາງໄປ​ປະ​ເທດຣັດ​ເຊຍ ​ເພື່ອ​ດຳ​ເນີນ​ງານ​ທາງ​ດ້ານ​ການ​ທູດ ​ໃນ​
ການ​ເສີມ​ສ້າງ​ກຳລັງ​ໂຈມ​ຕີກຸ່ມ​ລັດ​ອິສລາມ ທີ່​ໄດ້​ເຮັດ​ໃຫ້​ທ່ານ​ເດີນທາງ​ມາ​ຍັງສະຫະລັດ​
ພ້ອມ​ທັງ​ເຢຍຣະມັນ​ ອັງກິດ ​ແລະ​ອີ​ຕາ​ລີ.

Britain's Cameron: It's Time to Bomb Militants in Syria
please wait

No media source currently available

0:00 0:01:15 0:00

ປະທານາທິບໍດີຝຣັ່ງ​ ແລະ​ທ່ານ​ Putin ​ໄດ້​ຫາ​ລື​ກັນ​ກ່ຽວ​ກັບ​ການ​ປະສານ​ງານ​ກັນ​ເພີ້ມຂຶ້ນ
ໃນ​ການ​ໂຈມ​ຕີ​ສັດຕູຮ່ວມ ດຽວ​ກັນ ​ໃນ​ຂະນະ​ທີ່​ຊອກ​ຫາ​ຊ່ອງ​ທາງ ​ເພື່ອ​ໃຫ້​ມີ​ການ​ແກ້​ໄຂ​
ທາງ​ດ້ານ​ການ​ເມືອງ​ຢູ່​ໃນ​ຊີ​ເຣຍ.

ຝຣັ່ງ ​ແລະ​ຣັດ​ເຊຍຕ່າງ​ກໍ​ໄດ້​ປະ​ເຊີນ​ກັບ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ເມື່ອ​ບໍ່​ດົ ​ນຜ່ານ​ມານີ້.​ ກຸ່ມ
​ລັດ​ອິສລາມ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ທີ່​ ນະຄອນຫຼວງປາ​ຣີ ​ເມື່ອ​ວັນ
​ທີ 13​ ພະຈິກ​ຜ່ານ​ມາ​ ທີ່​ໄດ້​ສັງຫານ​ 130 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ ​ຫຼາຍກວ່າ 300
ຄົນແລະ ​ການໂຈມ​ຕີ​ທີ່​ເຮັດ​ໃຫ້​ເຮືອບິນ​ໂດຍສານຣັດ​ເຊຍ​ຕົກ​ເມື່ອ​ວັນ​ທີ 31​ ຕຸລາ​ຜ່ານ​ມາ​ ທີ່​ແຫລມ​ໄຊ​ນາຍ ປະ​ເທດ​ອີ​ຈິບ ທີ່​ເຮັດ​ໃຫ້​ຜູ້​ໂດຍສານ ​ແລະ​ພະນັກງານ ​ປະຈຳ​ເຮືອບິນ 224 ຄົນ​ເສຍ​ຊີວິດນັ້ນ.

Putin Pledges Cooperation With France In Fight Against IS
please wait

No media source currently available

0:00 0:02:15 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG