ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກຮຽນນາຍຮ້ອຍ ທີ່ West Point ຫຼາຍຄົນບາດເຈັບ ຍ້ອນໃຊ້ໝອນຕໍ່ສູ້ກັນ


ບັນດານັກຮຽນນາຍຮ້ອຍ ສະຫລອງການສຳເລັດການຮຽນປີ 2014 ທີ່ສະຖາບັນ West Point ແຫ່ງກອງທັບທະຫານບົກສະຫະລັດ ທີ່ເມືອງ West Point ລັດ ໃນ New York.
ບັນດານັກຮຽນນາຍຮ້ອຍ ສະຫລອງການສຳເລັດການຮຽນປີ 2014 ທີ່ສະຖາບັນ West Point ແຫ່ງກອງທັບທະຫານບົກສະຫະລັດ ທີ່ເມືອງ West Point ລັດ ໃນ New York.

ການໃຊ້​ໝອນ​ໝູນ​ຫົວຕໍ່ສູ້​ກັນ ຂອງພວກນັກຮຽນ​ ນາຍຮ້ອຍ
​ທະຫານ​ບົກສະຫະລັດ ທີ່ສະຖານ​ບັນ West Point ໃນລັດ
New York ເຮັດ​ໃຫ້ນັກຮຽນ​ 30 ຄົນ​ໄດ້​ຮັບ​ບາ​ດ​ເຈັບ ຮວມ
ທັງ 24 ຄົນ​ທີ່ໄດ້ຖືກວັດຖຸກະທົບຢ່າງແຮງອີງ​ຕາມ​ລາຍ​ງານ​
ຂອງໜັງສືພິມ​ ທີ່​ມີ​ຊື່​ສຽງ​ສະບັບນຶ່ງ ຂອງສະຫະລັດ.

ໜັງສື​ພິມ The New York Times ກ່າວໃນ​ວັນ​ສຸກ​ວານ​ນີ້
ວ່າ ການ​ໃຊ້​ໝອນ​ຕໍ່ສູ້ກັນ​ເປັນຂີດ​ໝາຍ​ ໃນການສິ້​ນສຸດລົງ
ຂອງການ​ເຝິກຊ້ອມ​ຢ່າງໜັກ ໃນ​ລະດູ​ຮ້ອນ ​ຂອງ ​ພວກນັກ
ຮຽນ​ນາຍຮ້ອຍ​ໃໝ່. ໜັງສືພິມ ​ກ່າວ​ວ່າ ການ​ຕໍ່ສູ້ກັນນີ້​ ເປັນ
“ກົດເກນທີ່​ບໍ່​ເປັນ​ອັນຕະລາຍ ​ເພື່ອ​ເປັນ​ທາງ​ລະບາຍອອກ
​ແລະ​ສ້າງ​ຄວາມ​ຕື່ນ​ເຕັ້ນ​ໃຫ້​ແກ່​ຫ້ອງ​ຮຽນ.”

​ອີງ​ຕາມ​ລາຍ​ງານແລ້ວ ນັກຮຽນ​ນາຍຮ້ອຍຈຳນວນ​ໜຶ່ງ​ ເອົາ​ຂອງ​ແຂງ​ຍັດ​ໃສ່​ໃນ​ສົບໝອນ
ທີ່​ຄິດ​ວ່າ​ເປັນ​ໝວກ​ເຫລັກ ເຮັດ​ໃຫ້ “ສົບ​ຈີກ ​ກະດູກ​ແຕກ ບ່າ​ຫລຸດ ​ແລະ​ເຮັດ​ໃຫ້​ນັກຮຽນ
​ສະຫລົບ​ໄປ.” ໜັງສືພິມ​ລາຍ​ງານ​ວ່າ “ໃນຂະນະທີ່ ການບາດເຈັບໄດ້ກາຍມາເປັນທີ່ແຈ້ງ
ຂາວ” ເວລານີ້ “ບັນດາເຈົ້າໜ້າທີ່ West Point ໄດ້ໄປໃນຫໍພັກແຕ່ລະຫ້ອງເພື່ອກວດຫາ
ຜູ້ໄດ້ຮັບບາດເຈັບ.”

ອັນທີ່ອະທິບາຍວ່າ ເປັນການ “ຕໍ່ສູ້ກັນ” ໄດ້ເກີດຂື້ນໃນວັນທີ 20 ສິງຫາ ແຕ່ ວ່າສະຖາບັນ
West Point ບໍ່ໄດ້ໃຫ້ການຢືນຢັນຕໍ່ The New York Times ຈົນຮອດວັນພະຫັດທີ່ຜ່ານ
ມາ.

ພັນໂທ Christopher Kasker ກ່າວຕໍ່ໜັງສືພິ້ມ The times ວ່າ ພວກນັກ ຮຽນປີທຳອິດ
ທີ່ຮູ້ກັນອີກວ່າ ນ້ອງໃໝ່ ໃຊ້ການຕໍ່ສູ້ກັນປະຈຳປີເປັນ “ຊ່ອງທາງ ເພື່ອສ້າງເພື່ອນມິດກັນ ຫລັງຈາກໂຄງການລະດູຮ້ອນທີ່ຕຽມພ້ອມເຂົາເຈົ້າຕໍ່ຄວາມໜາວສະທ້ານຂອງປີນ້ອງໃໝ່.”

ທ່ານ Kasker ກ່າວວ່າ ພວກນັກຮຽນຊັ້ນໃຫຍ່ກ່ອນ ໄດ້ເອົາມາດຕະການ ເພື່ອປ້ອງກັນ
ບໍ່ໃຫ້ບາດເຈັບຮວມທັງເຮັດໃຫ້ພວກນັກຮຽນໃສ່ໝວກເຫລັກ. ທ່ານກ່າວວ່າການສືບສວນ
ກ່ຽວກັບສາເຫດ ຂອງການໄດ້ຮັບບາດເຈັບກຳ ລັງດຳເນີນຢູ່. ໜັງສືພິມນີ້ໄດ້ລາຍງານວ່າ
ຍັງບໍ່ມີນັກຮຽນນາຍຮ້ອຍຄົນໃດ ໄດ້ຮັບການລົງໂທດເທື່ອ.

XS
SM
MD
LG