ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ຊາຍ ປາ​ແລັ​ສ​ໄຕ​ນ໌ ສັງ​ຫານ ທະ​ຫານ ອິ​ສ​ຣາ​ແອ​ລ ​ນຶ່ງຄົນ


​ກອງ​ກຳ​ລັງ ອິ​ສ​ຣແອ​ລ ເຕົ້າ​ໂຮມ​ກັນ​ຢູ່​ຈຸດ​ເກີດ​ການ​ພະ​ຍາ​ຍາມ​ໃຊ້​ມີດ​ແທງ ໃກ້​ກັບ​ທາງ​ແຍກ ເອ​ຣຽ​ລ ເຊິ່ງ​ແມ່​ນ​ເຂດ​ທີ່​ຢູ່​ອາ​ໄສ​ຂອງ​ຊາວ ຢິວ ໃນ​ເຂດ ເວັ​ສ​ແບັ້ງ. 15 ຕຸ​ລາ, 2018.
​ກອງ​ກຳ​ລັງ ອິ​ສ​ຣແອ​ລ ເຕົ້າ​ໂຮມ​ກັນ​ຢູ່​ຈຸດ​ເກີດ​ການ​ພະ​ຍາ​ຍາມ​ໃຊ້​ມີດ​ແທງ ໃກ້​ກັບ​ທາງ​ແຍກ ເອ​ຣຽ​ລ ເຊິ່ງ​ແມ່​ນ​ເຂດ​ທີ່​ຢູ່​ອາ​ໄສ​ຂອງ​ຊາວ ຢິວ ໃນ​ເຂດ ເວັ​ສ​ແບັ້ງ. 15 ຕຸ​ລາ, 2018.

ກອງ​ທັບ​ບົກ ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ຫຼັງ​ຈາກ​ການ​ອາ​ລະ​ວາດ​ໃຊ້​ມີດ​ແທງ ແລະ ຍິງ​ຄົນ
ໂດຍຜູ້ຊາຍຊາວ ປາແລັສໄຕນ໌ ຄົນນຶ່ງນັ້ນວ່າ ທະຫານ ອິສຣາແອລ ຄົນນຶ່ງໄດ້ເສຍຊີ
ວິດ ແລະ ປະຊາຊົນ ອິສຣາແອລ ສອງຄົນໄດ້ຮັບບາດເຈັບສາຫັດ.

ກອງ​ທັບ​ບົກ​ໄດ້​ກ່າວ​ວ່າ ເຫດ​ການ​ດັ່ງ​ກ່າວ​ໄດ້​ເກີດ​ຂຶ້ນ​ໃກ້​ກັບ​ທາງ​ແຍກ ເອ​ຣຽ​ລ, ເມືອງ
ນາບລັສ ທີ່ຕັ້ງຢູ່ພາກຕາເວັນຕົກສຽງໃຕ້ຂອງ ປາແລັສໄຕນ໌.

ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ວ່າ ຄົນ​ຮ້າຍ​ໄດ້​ໂຈມ​ຕີ ແລະ ສັງ​ຫານ​ທະ​ຫານ ອິ​ສ​ຣາ​ແອ​ລ ຄົນ
ນຶ່ງດ້ວຍມີດ.

ຜູ້​ຊາຍ​ດັ່ງ​ກ່າວ​ໄດ້​ເອົາ​ປືນ​ກົນ​ຂອງ​ທະ​ຫານ​ຄົນ​ນັ້ນ ແລະ ຍິງ​ໃສ່​ລົດ​ທີ່​ຜ່ານ​ໄປ​ມາ, ເຮັດ
ໃຫ້ພົນລະເຮືອນສອງຄົນບາດເຈັບ.

ກອງ​ທັບ​ບົກ​ແມ່ນ​ກຳ​ລັງ​ດຳ​ເນີນ​ການ​ຕາມ​ລ່າ ເພື່ອ​ຊອກ​ຫາ​ຄົນ​ຮ້າຍ​ຜູ້​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG