ບັນດາຜູ້ນຳຂອງອາຟຣິກາຕາເວັນຕົກໄດ້ລະງັບບົດບາດຂອງປະເທດມາລີ ໃນກຸ່ມບັນດາປະເທດໃນພາກພື້ນຂອງພວກເຂົາ ເປັນການຊົ່ວຄາວ ໃນວັນອາທິດວານນີ້ ຍ້ອນສິ່ງທີ່ພວກເຂົາໄດ້ກ່າວວ່າ ເປັນການກໍ່ລັດຖະປະຫານເມື່ອອາທິດແລ້ວນີ້ ດັ່ງທີ່ລັດຖະມົນຕີການຕ່າງປະເທດຂອງການາ ໄດ້ກ່າວໄປ ຫຼັງຈາກທີ່ໄດ້ຈັດກອງປະຊຸມສຸກເສີນເພື່ອແກ້ໄຂວິກິດການດ້ານການເມືອງຢູ່ໃນມາລີ ອີງຕາມລາຍງານຂອງອົງການຂ່າວເອພີ ຈາກການາ.
ລັດຖະມົນຕີການຕ່າງປະເທດຂອງການາ ທ່ານນາງ ເຊີຣລີ ອາຢໍໂກຣ໌ ໂບດຈ໌ເວ ໄດ້ກ່າວວ່າ ກຸ່ມບັນດາປະເທດໃນພາກພື້ນ ທີ່ມີສະມາຊິກຈຳນວນ 15 ປະເທດ ເປັນປະຊາຄົມເສດຖະກິດຂອງປະເທດຂອງອາຟຣິກາຕາເວັນຕົກ ຫຼື ECOWAS “ເປັນຫ່ວງກ່ຽວກັບຜົນທີ່ຕິດຕາມມາໃນດ້ານຄວາມໝັ້ນຄົງສຳລັບພາກອາຟຣິກາຕາເວັນຕົກ ເພາະວ່າຄວາມບໍ່ໝັ້ນຄົງທີ່ມີຢູ່ຕໍ່ເນື່ອງນັ້ນ ຈະກໍ່ໃຫ້ເກີດຄວາມວຸ້ນວາຍທາງດ້ານການເມືອງຢູ່ໃນປະເທດດັ່ງກ່າວ.”
ໃນຕອນທ້າຍກອງປະຊຸມສຸດຍອດຂອງພວກເຂົາ ບັນດາຜູ້ນຳຂອງປະເທດທີ່ເປັນສະມາຊິກຂອງ ECOWAS ໄດ້ຮຽກຮ້ອງໃຫ້ ອໍານາດການປົກຄອງຂອງມາລີ ປ່ອຍໂຕອະດີດປະທານາທິບໍດີ ບາ ເອັນດໍ ແລະນາຍົກລັດຖະມົນຕີ ມອກຕາຣ ອ້ວນ ຂອງລັດຖະບານໄລຍະຂ້າມຜ່ານ ຜູ້ທີ່ໄດ້ຖືກກັກຕົວຢູ່ໃນບໍລິເວນບ້ານນັ້ນ ໃນທັນທີ.
ໃນຖະແຫຼງການຂອງພວກເຂົານັ້ນ ບັນດາຜູ້ນຳທັງຫຼາຍ ໄດ້ປະນາມການຈັບກຸມດັ່ງກ່າວໂດຍທະຫານຂອງມາລີ ຊຶ່ງພວກເຂົາໄດ້ກ່າວວ່າ ໄດ້ລະເມີດຂັ້ນຕອນຕ່າງໆໃນຂໍ້ຕົກລົງທີ່ໄດ້ໃຫ້ຂອງການໄກ່ເກ່ຍ ເມື່ອເດືອນກັນຍາປີກາຍນີ້ ນຶ່ງເດືອນຫຼັງຈາກການກໍ່ລັດຖະປະຫານທີ່ນຳພາໂດຍພວກຄົນດຽວກັນນັ້ນ ຜູ້ທີ່ບັດນີ້ ໄດ້ເຂົ້າກຳອຳນາດອີກເທື່ອນຶ່ງຢູ່ໃນມາລີ ກໍຄື ພັນເອກ ອາສສີມີ ກອຍຕາ.
ພວກຜູ້ນຳທັງຫຼາຍ ໄດ້ກ່າວຕື່ມວ່າ ກຸ່ມ ECOWAS ຍັງໄດ້ຮຽກຮ້ອງໃຫ້ສະເໜີຊື່ ນາຍົກລັດຖະມົນຕີພົນລະເຮືອນຄົນໃໝ່ ໃນທັນທີ ແລະໃຫ້ຈັດຕັ້ງລັດຖະບານຊຸດໃໝ່ທີ່ມີຫຼາຍພັກຝ່າຍເຂົ້າຮ່ວມ ພ້ອມດ້ວຍການປ່ຽນແປງອຳນາດທີ່ນຳໄປສູ່ການເລືອກຕັ້ງໃນເດືອນກຸມພາ 2022. ແລະຈະຕ້ອງມີການວາງກົນໄກໃນການຕິດຕາມເບິ່ງ ເພື່ອຮັບປະກັນອັນນີ້.
ນອກຈາກນັ້ນ ຖະແຫລງການໄດ້ກ່າວວ່າ ຫົວໜ້າລັດຖະບານຂ້າມຜ່ານ ຮອງປະທານາທິບໍດີ ແລະນາຍົກລັດຖະມົນຕີ ບໍ່ຄວນເປັນຜູ້ລົງສະໝັກໃນແຜນການເລືອກຕັ້ງປະທານາທິບໍດີ ເມື່ອວັນທີ 27 ກຸມພາຜ່ານມາ ບໍ່ວ່າໃນກໍລິນີໃດກໍຕາມ.
ກຸ່ມ ECOWAS ໄດ້ຮຽກຮ້ອງຕໍ່ບັນດາຄູ່ຮ່ວມງານຈາກນານາຊາດ ລວມມີ ສະຫະພາບອາຟຣິກາ ສະຫະປະຊາຊາດ ແລະສະຫະພາບຢູໂຣບ ໃຫ້ສືບຕໍ່ສະໜັບສະໜຸນການຈັດຕັ້ງປະຕິບັດການປ່ຽນແປງອຳນາດຢູ່ໃນມາລີໃຫ້ປະສົບຜົນສຳເລັດ.