ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໙ ມີນາ ໒໐໒໓

ຝຣັ່ງຮຽກຮ້ອງໃຫ້ ກອງທັບອາຟຣິກາ ນໍາພາ ການສູ້ລົບໃນມາລີ


ປະທານາທິບໍດີ Alassane Ouattara (ຊ້າຍ) ຂອງ Ivory Coast ແລະທ່ານ Dioncounda Traore, ຮັກສາການຊົ່ວຄາວ ປະທານາທິບໍດີມາລີ ຂະນະເຈລະຈາເລຶ່ອງປະເທດມາລີ
ລັດຖະມົນຕີ​ຕ່າງປະ​ເທດຝຣັ່ງ​ເວົ້າ​ວ່າ ມັນ​ເຖິງເວລາ​ແລ້ວ​ທີ່​ກໍາລັງ​ຂອງ​ອາຟຣິກາ​ ​ຈະ​ເປັນ​ ຜູ້​ນໍາພາ​ການ​ສູ້​ລົບ​ຢູ່​ໃນ​ມາລີ ​ເພື່ອ​ໂຄ່ນ​ລົ້ມ​ພວກ​ຫົວ​ຮຸນ​ແຮງ​ມຸສລິ​ມ ອອກຈາກ​ພາກ​ເໜືອ ຂອງ​ປະ​ເທດ​ນັ້ນ.

ທ່ານ Laurent Fabius ລັດຖະມົນຕີ​ຕ່າ​ງປະ​ເທດ​ຝຣັ່ງ ​ໄດ້​ກ່າວຢູ່​ທີ່​ກອງ​ປະຊຸມ​ສຸດ​ຍອດ​ສຸກ​ເສີນ​ຂອງ​ບັນດາ​ຜູ້​ນໍາ​ອາ​ຟຣິກາ​ຕາ​ເວັນ​ຕົກ​ ເມື່ອ​ວັນ ເສົາວານ​ນີ້ ທີ່ Abidjan ​ເມືອງຫຼວງການ​ຄ້າ​ຂອງປະ​ເທດ Ivory Coast ບ່ອນ​ທີ່ພວກເຂົາ​ເຈົ້າ​ທໍາ​ການ​ປຶກສາ​ຫາລື​ກັນ​ ​ເລື້ອງ​ການ​ຈັດ​ສົ່ງ​ທະຫານ​ເພີ່ມຕື່ມ​ໄປ​ຍັງ​ປະ​ເທດ​ມາລີ ​ເພື່ອ​ຊ່ວຍທະຫານ​ຝຣັ່ງ​ໃນ​ການ​ສູ້​ລົບ​ຢູ່​ທີ່​ນັ້ນ.

ຄາດ​ວ່າ​ບັນດາ​ປະ​ເທດ​ເພື່ອນ​ບ້ານ​ຂອງ​ມາລີ ຈະ​ສົ່ງ​ທະຫານໄປ​ຍັງ​ມາລີ ​ຢ່າງ​ໜ້ອຍ 3000 ຄົນ ຫຼັງຈາກ​ຝຣັ່ງ​ໄດ້​ເຂົ້າໄປ​ແຊກ​ແຊງເມື່ອ​ປະມານ ນຶ່ງ​ອາທິດ​ຜ່ານ​ມາ​ແລ້​ວ ​ເພື່ອ​ຢຸດ​ການ​ບຸກລຸກ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງອິສລາມ ​ທີ່​ຍຶດຄອງ​ເຂດ​ພາກ​ເໜືອ​ຂອງ​ມາລີ​ນັ້ນ.

ທາງ​ການ​ມາລີ ​ເວົ້າ​ເມື່ອ​ວັນ​ສຸກ​ຜ່ານ​ມາ​ວ່າ ທະຫານ​ຂອງ​ລັດຖະບານ​ທີ່ ໜຸນຫຼັງ​ໂດຍ ຝຣັ່ງຍຶດເອົາ​ເມືອງ Diabaly ຄືນ​ໄດ້ ​ແລະ​ໄດ້​ຂັບ​ໄລ່​ພວກ ຫົວ​ຮຸນ​ແຮງ​ອິສລາມ​ທີ່​ຍຶດ​ເອົາ​ເມືອງ​ດັ່ງກ່າວ​ເມື່ອ​ວັນ​ຈັນ​ອາທິດ​ຜ່ານ​ມາ ກ່ອນໜ້າ​ນີ້ ກໍາລັງ​ທະຫານ​ຂອງ​ມາລີ ກໍລາຍ​ງານ​ວ່າ ພວກ​ຕົນ​ຍຶດ​ເອົາ​ເມືອງ Konna ທີ່​ຕັ້ງ​ຢູ່​ເຂດ​ຕາ​ເວັນ​ອອກ​ໄກ​ຂອງ​ມາລີ​ ຄືນ​ໄດ້​ເຊ່ນ​ກັນ.

ທາງ​ການຝຣັ່ງ​ເວົ້າ​ວ່າ ປັດຈຸບັນ​ນີ້ ມີ​ທະຫານ​ຝຣັ່ງຢູ່​ໃນ​ມາລີ​ປະມານ 1,800 ຄົນ ​ແລະ​ວ່າ​ຈະ​ເພີ່ມ​ຈໍານວນ​ຂຶ້ນອີກ​ເປັນ 2,500 ຄົນ​ໃນ​ບໍ່​ເທົ່າ​ໃດ ມື້​ຕໍ່ໜ້າ​ນີ້. ທາງ​ການ​ຝຣັ່ງ​ເວົ້າ​ອີກ​ວ່າ ທະຫານ​ຂອງ​ຕົນ​ຈະ​ຢູ່​ໃນ​ມາລີ ​ໄປ ຈົນ​ກວ່າ​ສະຖາ​ນະ​ການ​ຈະ​ທຸ່ນ​ທ່ຽງ​.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG