ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຂ້ເລືອດອອກ ອີໂບລາ ພວມລະບາດ ໃນເຂດ ອາຟຣິກາ ຕາເວັນຕົກ (ວີດີໂອ)


ຜູ້ຊ່ວຍຫົວໜ້າ ອົງການອະນາໄມໂລກ ທ່ານ Keiji Fukuda.
ຜູ້ຊ່ວຍຫົວໜ້າ ອົງການອະນາໄມໂລກ ທ່ານ Keiji Fukuda.
ອົງການ​ອະນາ​ໄມ​ໂລກກ່າວ​ວ່າ ການແຜ່ລະບາດທີ່ກຳລັງ
ດຳເນີນຢູ່ຂອງໄຂ້​ເລືອດ​ອອກທີ່​ມີເຊື້ອ​ໄວຣັສອີ​ໂບລາ​ໃນ
ເຂດອາຟຣິກາຕາ​ເວັນ​ຕົກ ເປັນການລະບາດ “ທີ່ທ້າ​ທາຍ
ທີ່​ສຸດອັນ​ນຶ່ງ​” ຂອງເຊື້ອໄວຣັສເທົ່າທີ່ເຄີຍປະສົບພົບເຫັນ
ມາ.

ຮອງ​ຜູ້ອຳນວຍການໃຫຍ່ ​ຂອງອົງການ​ອະນາ​ໄມ​ໂລກ ທ່ານ
Keiji Fukuda ກ່າວ​ວ່າ ຈະ​ໃຊ້​ເວລາ​ຕື່​ມອີກ​ສີ່​ເດືອນ ຈຶ່ງຈະ
ສາມາດຄວບຄຸມ​ການ​ແຜ່​ລະບາດ ໄດ້ ທີ່ເຮັດ​ໃຫ້ 110 ກວ່າ
ຄົນ ​ໄດ້​ເສຍ​ຊີວິດໄປແລ້ວນັ້ນ.

Guinea ຍັງ​ສືບຕໍ່​ເປັນ​ສູນ​ກາງ​ ການ​ແຜ່​ລະບາດ ໂດຍມີ 157 ຄົນ​ທີ່​ສົງ​ໄສຫຼື ໄດ້ຮັບ
ຢືນຢັນ​ວ່າ ເປັນ​ກໍລະນີຂອງເຊື້ອໄວຣັສ ອີ​ໂອລາ. ສ່ວນອີກ 21 ກໍລະນີ ຍັງ​ເປັນ​ທີ່​ສົງ​
ໄສ ຫລືໄດ້ຮັບການຢືນ​ຢັນແລ້ວ ຢູ່​ໃນ Liberia.

ໃນລະຫວ່າງກອງປະຊຸມຖະແຫຼງຂ່າວທີ່ນະຄອນເຈນີວາ ໃນວັນອັງຄານວານນີ້ ທ່ານ
Fukuda ກ່າວວ່າ ການແຜ່ລະບາດໃນເວລານີ້ ແມ່ນເປັນບັນຫາທ້າທາຍ ເປັນພິເສດ
ຍ້ອນວ່າ ມັນເປັນການລະບາດໃນຂອບເຂດທີ່ກວ້າງຂວາງ.
CN-World Health Organization: West African Ebola Outbreak The Most Challenging Ever
please wait

No media source currently available

0:00 0:03:05 0:00

ການ​ແຜ່​ລະບາດ ​ໄດ້​ເລີ້ມຂື້ນ​ໃນເຂດປ່າດົງ ທາງພາກ​ຕາ​ອອກສຽງ​ໃຕ້ຂອງປະເທດ
​Guinea ເມື່ອເດືອນ​ກຸມພາຜ່ານມາ ກ່ອນແຜ່​ລາມ​ຂ້າມໄປສູ່ຊາຍ​ແດນ ​ເຂົ້າໄປສູ່ Liberia.

ນອກນັ້ນ ບັນດາ​ເຈົ້າ​ໜ້າ​ທີ່​ການ​ແພດ ຍັງ​ທຳ​ການ​ສຶບສວນ​ເບິ່ງກໍລະນີຕ່າ​ງໆທີ່​ສົງ​ໄສ
​ຢູ່ໃນ Mali ​ແລະ Sierra Leone.

ໄຂ້​ເລືອດ​ອອກ ອີ​ໂບລາ ​ແມ່ນແຜ່ລະບາດ​ດ້ວຍ ​ການ​ຕິດ​ຕໍ່​ໂດຍຜ່ານທາງຂອງ ແຫຼວ
ຕ່າງໆທີ່ໄຫລອອກມາຈາກຮ່າງກາຍ. ​ເຊື້ອໄວຣັສດັ່ງກ່າວ ສາມາດ​ພາໃຫ້​ເປັນ​ໄຂ້​
ເລືອດ​ອອກໄດ້ ໂດຍຈະມີ​ອາການ​ທີ່​ອາດຮວມ​ທັງ ​ເຈັບ​ກ້າມ​ເນື້ອ​ ຮາກ ​ອອກ ມີເລືອດ
ອອກ​ບໍ່​ຢຸດ ​ແລະ​ອະໄວຍະວະ​ຫລົ້ມ​ແຫລວ.

ພວກນັກຊ່ຽວຊານດ້ານການແພດເຕືອນຜູ້ຄົນຢູ່ໃນເຂດທີ່ໄດ້ຮັບຜົນກະທົບໃຫ້ ຫລີກ
ລ່ຽງການຈັບບາຍພວກຄົນປ່ວຍຫລືພວກທີ່ເສຍຊີວິດແລ້ວຍ້ອນເຊື້ອໄວຣັສ.

ນີ້​ເປັນ​ການແຜ່​ລະບາດຄັ້ງໃຫຍ່ຂອງເຊື້ອໄວຣັສອີ​ໂບລາເທື່ອ​ທຳ​ອິດ ​ໃນເຂດອາຟຣິກ
ກາຕາ​ເວັນ​ຕົກ. ການ​ແຜ່​ລະບາດ​ຄັ້ງ​ກ່ອນ ​ໄດ້​ເກີດ​ຂື້ນຢູ່ໃນບັນດາປະເທດ ໃນເຂດ
ພາກ​ກາງຂອງອາຟຣິກາ ຮວມ​ທັງ Uganda ​ແລະສາທາລະນະ​ລັດປະ ຊາທິປະ​ໄຕ
Congo.
WEST AFRICA EBOLA VO
please wait
Embed

No media source currently available

0:00 0:01:08 0:00
XS
SM
MD
LG