ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອາທິດນີ້ ວໍຊິງຕັນ ຈະເພັ່ງເລັງໃສ່ ດ້ານເສດຖະກິດ ແລະການປະຕິຮູບ ລະບົບປະກັນໄພ (ວີດິໂອ)


 ປະທາ
ນາທິບໍດີບາຣັກ ໂອບາມາ ແລະຄອບຄົວຂອງທ່ານ ກຽມຂຶ້ນເຮືອບິນ Air Force One ກ່ອນຈະກັບຄືນມາວໍຊິງຕັນ ຈາກຖານທັບອາກາດຂອງໜ່ວຍຍາມຝັ່ງທະເລ Cape Cod ໃນລັດ Massachusetts ໃນວັນທີ 18 ສິງຫາ 2013.
ປະທາ ນາທິບໍດີບາຣັກ ໂອບາມາ ແລະຄອບຄົວຂອງທ່ານ ກຽມຂຶ້ນເຮືອບິນ Air Force One ກ່ອນຈະກັບຄືນມາວໍຊິງຕັນ ຈາກຖານທັບອາກາດຂອງໜ່ວຍຍາມຝັ່ງທະເລ Cape Cod ໃນລັດ Massachusetts ໃນວັນທີ 18 ສິງຫາ 2013.
ລຸນຫລັງກັບມາຈາກການໄປພັກຜ່ອນນຶ່ງອາທິດນັ້ນ ປະທາ
ນາທິບໍດີບາຣັກ ໂອບາມາຈະເພັ່ງເລັງໃສ່ຂໍ້ສະເໜີສ້າງຄວາມ
ເຂັ້ມແຂງເພີ້ມຂຶ້ນໃຫ້ແກ່ເສດຖະກິດຂອງອາເມຣິກາ ທີ່ຍັງ
ກໍາລັງຟື້ນຕົວຂຶ້ນຢູ່ນັ້ນ. ລາຍການວຽກໃນນີ້ແມ່ນລວມທັງ
ການຈັດຕັ້ງປະຕິບັດໂຄງການລິເລີ້ມເພື່ອປະຕິຮູບລະບົບ
ປະກັນໄພສຸຂະພາບຂອງຊາດ ທີ່ເປັນສັນຍາລັກສໍາຄັນຂອງ
ທ່ານ ແລະເຮັດໃຫ້ມີຄວາມແຕກແຍກທາງການເມືອງນັ້ນ.

ກົດໝາຍຮັກສາສຸຂະພາບລາຄາຍ່ອມເຍົາ the Affordable
Care Act ຫລືທີ່ບາງຄົນ ເອີ້ນວ່າ Obamacare ນັ້ນແມ່ນ
ເສີມຂະຫຍາຍໂຄງການດູແລສຸຂະພາບຂອງລັດຖະບານ
ກາງອອກໄປໃຫ້ແກ່ພວກຄົນທຸກຍາກ ແລະຊຸກຍູ້ໃຫ້ຊາວອາເມຣິກັນ ຢູ່ໃນທຸກກຸ່ມລາຍ
ຮັບ ຊື້ປະກັນໄພສຸຂະພາບ. ປະທານາທິບໍດີໂອບາມາເວົ້າວ່າ:

“ຖ້າຫາກທ່ານບໍ່ມີປະກັນໄພສຸຂະພາບ ເລີ້ມແຕ່ວັນທີ 1 ຕຸລາເປັນຕົ້ນໄປ ບໍລິສັດປະກັນໄພສຸຂະພາບເອກະຊົນ ກໍຈະແຂ່ງຂັນກັນສະເໜີການບໍລິ
ການໃຫ້ທ່ານ. ທ່ານສາມາດທີ່ຈະທໍາການສົມທຽບກັນ ໃນການຊອກຊື້ປະ
ກັນໄພຢູ່ໃນອິນເຕີແນັດ ບໍ່ຕ່າງຫຍັງກັນກັບ ການທີ່ທ່ານຊອກຊື້ແຜນໂທ
ລະສັບມືຖື ຫລືຊື້ປີ້ຍົນ. ທ່ານອາດຈະມີເງື່ອນໄຂທີ່ຈະໄດ້ຮັບເຄຣດິດພາສີ
ໃໝ່ ເພື່ອຊ່ວຍໃຫ້ທ່ານສາມາດຊື້ເອົາແຜນປະການໄພທີ່ເໝາະສົມກັບທ່ານ.
ແລະຖ້າຫາກທ່ານຢູ່ໃນກຸ່ມ ເຄິ່ງນຶ່ງຂອງຊາວອາເມຣິກັນທັງໝົດ ທີ່ເຈັບ
ປ່ວຍ ຫລືມີພະຍາດຢູ່ແລ້ວ ກົດໝາຍນີ້ ໝາຍຄວາມວ່າ ເລີ້ມແຕ່ວັນທີ 1 ມັງກອນເປັນຕົ້ນໄປ ບໍລິສັດປະກັນໄພຕ້ອງໃຫ້ການຄຸ້ມຄອງແກ່ທ່ານ.”


ຄ່າໃຊ້ຈ່າຍໃນການຮັກສາສຸຂະພາບກວມເອົາ 1 ສ່ວນ 7 ຂອງການເຄື່ອນໄຫວທາງ
ເສດຖະກິດຂອງສະຫະລັດ ແລະຄາດວ່າຈະເພີ້ມຂຶ້ນເປັນ 1 ສ່ວນ 5 ໃນຊຸມປີຕໍ່ໜ້າ.
ຄ່າໃຊ້ຈ່າຍດັ່ງກ່າວ ແມ່ນມີຜົນກະທົບໂດຍກົງຕໍ່ຄວາມມັ່ງຄັ້ງສົມບູນທາງເສດຖະກິດ
ແລະງົບປະມານຂອງອາເມຣິກາ. ກົດໝາຍຮັກສາສຸຂະພາບລາຄາຍ່ອມເຍົາ ທີ່ລັດ
ຖະສະພາໄດ້ ຮັບຜ່ານເອົາໃນປີ 2010, ແນໃສ່ຄວບຄຸມຄ່າໃຊ້ຈ່າຍ ແລະຂະຫຍາຍ
ຊ່ອງທາງໃຫ້ຫລາຍຄົນເພີ້ມຂຶ້ນ ສາມາດໄດ້ຮັບການປິ່ນປົວ.

ແຕ່ບັນດາຜູ້ແທນສັງກັດພັກ Republican ເຊັ່ນທ່ານ Tim Griffin ແລະທ່ານ Todd
Young ເວົ້າວ່າ. ການດໍາເນີນຄວາມພະຍາ ຍາມດັ່ງກ່າວ ແມ່ນເປັນຄວາມຫລົ້ມແຫລວ
ອັນໃຫຍ່ຫລວງ ຊຶ່ງທ່ານ Tim Griffin ກ່າວວ່າ:

“ພວກສັງກັດພັກ Republican ຈະສືບຕໍ່ເຮັດທຸກສິ່ງທຸກຢ່າງ ເທົ່າທີ່ຈະເຮັດ
ໄດ້ ເພື່ອປົກປ້ອງຊາວອາເມຣິກັນບໍ່ໃຫ້ໄດ້ຮັບຜົນກະທົບຈາກແນວທາງໃນ
ການປິ່ນປົວສຸຂະພາບ ທີ່ສ້າງຂຶ້ນມາແຕ່ທາງເທິງຂອງປະທານາທິບໍດີ ແບບ
ທີ່ຂະໜາດດຽວໃຊ້ໄດ້ກັບທຸກຄົນ ແລະກຸງວໍຊິງຕັນຮູ້ດີທີ່ສຸດ ທີ່ກໍາລັງຜັກດັນ
ໃຫ້ຄ່າໃຊ້ຈ່າຍເພີ້ມຂຶ້ນ ແລະເຮັດໃຫ້ເສດຖະກິດ ໄດ້ຮັບຄວາມເສຍຫາຍ.”


ການໄດ້ຮັບຜົນສໍາເລັດ ຫລືຫລົ້ມແຫລວຂອງລະບົບ Obamacare ອາດສາມາດຫລໍ່
ຫລອມ ມູນເຊື້ອຂອງປະທານາທິບໍດີເປັນເວລາດົນນານ ລຸນຫລັງທີ່ທ່ານລົງຈາກຕໍາ
ແໜ່ງໄປ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG