ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເວັບ​​ໄຊ້​ ທາງການ ເກົາຫຼີ​​ໃຕ້ ແລະ​ ເກົາຫຼີ​ເໜືອ ​​ຖືກ​ໂຈມ​ຕີ​


ເວັບໄຊ ລັດຖະບານ ເກົາຫລີໃຕ້ ແລະເກົາຫລີເໜືອ ຖືກພວກນັກເຄື່ອນໄຫວໂຈມຕີ.
ເວັບໄຊ ລັດຖະບານ ເກົາຫລີໃຕ້ ແລະເກົາຫລີເໜືອ ຖືກພວກນັກເຄື່ອນໄຫວໂຈມຕີ.
ເວັບໄຊ​ຫລາຍໆ​ແຫ່ງ​ຂອງລັດຖະບານ​ເກົາຫລີໃຕ້ແລະ​ເກົາຫລີ
​ເໜືອ ​ໄດ້​ຖືກ​ໂຈມ​ຕີ​ໃນ​ວັນ​ອັງຄານ​ມື້​ນີ້ ຊຶ່ງ​ປະກົດ​ວ່າເປັນ​ນໍ້າມື​
ຂອງ​ພວກນັກ​ເຄື່ອນ​ໄຫວເຈາະ​ຂໍ້​ມູນ​ຕ່າງປະ​ເທດ​ ​ເນື່ອງ​ໃນໂອ
ກາດວັນ​ຄົບ​ຮອບ​ທີ່​ສໍາຄັນ​ ຂອງການ​ເລີ້ມ​ສົງຄາມ​ເກົາ ຫລີ.

ກະຊວງ​ວິທະຍາສາດ​ເກົາຫຼີ​ໃຕ້ກ່າວວ່າ ພວກລັກເຈາະ​ຂໍ້​ມູນ
ທີ່​ບໍ່​ລະບຸ​ຊື່​ກຸ່ມ​ນຶ່ງໄດ້ ໂຈມ​ຕີເວັບ​ໄຊຫລາຍໆ​ແຫ່ງຂອງ​ລັດ
ຖະບານ ຮວມ​ທັງທຳນຽບສີຟ້າຂອງປະທານາທິບໍດີ ພ້ອມ​ທັງ​
ເຄືອ​ຂ່າຍ​ຄອມ​ພິວ​ເຕີຂອງສື່​ມວນ​ຊົນ​ອີກຈໍານວນ​ນຶ່ງ. ​ກະຊວງ
ວິທະຍາສາດ​ໄດ້​ອອກ​ຄໍາ​ເຕືອນ​ກ່ຽວ​ກັບການ​ໂຈມຕີທາງ​ອິນ
​ເຕີ​ແນັດ ​ແລະ​ເຕືອນບັນດາ​ເຈົ້າ​ໜ້າທີ່ແລະ​ປະຊາຊົນໃຫ້​ພາກັນ​ເອົາ​ມາດ​ຕະການປ້ອງ​ກັນຄວາມ​ປອດ​ໄພເປັນພິ​ເສດຕໍ່​ຄອມ​ພິວ​ເຕີຂອງ​ພວກ​ເຂົາ​ເຈົ້າ.

ຢູ່​ທີ່ເກົາຫລີ​ເໜືອ ເວັບໄຊ​ຫລາຍໆ​ແຫ່ງຂອງ​ລັດຖະບານ ​ກໍໄດ້​ຢຸດການ​ປະຕິບັດ ງານ​ເປັນ​ການ​ຊົ່ວຄາວ​ເຊັ່ນ​ດຽວ​ກັນ ຮວມ​ທັງອົງການ​ຂ່າວສູນ​ກາງ​ຂອງ​ເກົາຫລີ​ເໜືອ ແລະ
ໜັງ​ສື​ພິມ Rodung Sinmun. ພຽງ​ຢາງ ຍັງ​ບໍ່​ທັນໃຫ້​ຄວາມ​ເຫັນ ໃດໆ​ກ່ຽວ​ກັບ​ເລື້ອງ​ນີ້​ເທື່ອ.

XS
SM
MD
LG