ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອີຈິບ ເລື່ອນເວລາ ການດຳເນີນຄະດີ ທ່ານ Morsi ອອກໄປ (ວີດີໂອ)


Morsi Trial to Resume as Egypt Protests Grow
please wait

No media source currently available

0:00 0:03:13 0:00
ລິງໂດຍກົງ

ເລິ່ງວີດີໂອທີ່ກ່ຽວຂ້ອງຈາກ Henry Ridgwell ນັກຂ່າວ VOA

ການດໍາເນີນຄະດີອະດີດ​ປະທານາທິບໍດີອີ​ຈິບ ທ່ານ Mohamed
Morsi ທີ່ຖືກໂຄ່ນລົ້ມ​ນັ້ນ​ ມີ​ກຳນົດຈະເລີ້ມ​ຄືນ​ອີກ ໃນ​ວັນ​ພຸດ​ມື້​ນີ້ ​
ແຕ່ວ່າ​ໄດ້​ຖືກ​ເລື່ອນ​ອອກ​ໄປໃສ່​ວັນ​ທີ 1 ກຸມພາຍ້ອນສະພາບ​ອາ
ກາດ​ປັ່ນ​ປ່ວນຂັດຂວາງ​ບໍ່ໃຫ້ສາມາດ​ນຳ​ເອົາ​ໂຕ​ທ່ານ​ມາ​ຂຶ້ນສານ​
ໄດ້.

ການ​ດຳ​ເນີນ​ຄະດີດັ່ງກ່າວ ມີຂຶ້ນທີ່ໂຮງຮຽນຕໍາຫຼວດ​ແຫ່ງ​ນຶ່ງໃນ
ກຸງໄຄໂຣ ແຕ່ທ່ານ Morsi ໄດ້​ຖືກ​ກັກ​ຂັງ​ໄວ້​ໃນ​ເມືອງ Alexan-
dria ຊຶ່ງ​ຕັ້ງຫ່າງ​ອອກ​ໄປ ປະມານ 175 ກິ​ໂລ​ແມັດ ບ່ອນ​ທີ່​ສະ
ພາບໝອກໜາ​ ໄດ້ເຮັດ​ໃຫ້​ເຮືອບິນ​ເຮ​ລິ​ຄອບ​ເຕີບໍ່​ສາມາດ​ບິນ
​ຂຶ້ນໄດ້ ​ໃນ​ວັນ​ພຸດ​ມື້​ນີ້​.

ການດໍາເນີນຄະດີ​ເທື່ອທໍາອິດ ໃນເດືອນພະຈິກ​ແລ້ວນີ້ ແມ່ນມີຂຶ້ນພຽງແຕ່ບໍ່ເທົ່າໃດນາທີ
ຫຼັງຈາກທ່ານ Morsi ​ໄດ້​ປະຕິ​ເສດ​ຕໍ່​ການ​ດໍາ​ເນີນ​ຄະດີ​ ​ແລະ​ຢືນຢັດ​ວ່າ ທ່ານ​ເປັນ​ປະທາ
​ນາ​ທິບໍດີ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ອີ​ຈິບ.

ກອງທັບຂອງ​ອີ​ຈິບ​ໄດ້​ໂຄ່ນ​ລົ້ມ​ທ່ານ​ອອກ​ຈາກ​ອໍານາດ​ໃນ​ເດືອນ​ກໍລະກົດ​ປີ​ກາຍ​ນີ້
ຫຼັງຈາກ​ທີ່​ພວກ​ປະ​ທ້ວງ​ຝ່າຍ​ຄ້ານ​ໄດ້​ກ່າວ​ຫາ​ທ່ານ ​ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ຮວບ​ຮັດ
​ເອົາ​ອໍານາດ​ທັງໝົດ​ເປັນ​ຂອງ​ຕົນ​ພຽງ​ຜູ້​ດຽວ. ​ນັບ​ແຕ່​ນັ້ນ​ມາ ​ເຈົ້າໜ້າ​ທີ່​ແມ່ນ​ໄດ້ທໍາ​ການ
ປະ​ຫັດ​ປະຫານ​ຕໍ່ກຸ່ມ​ພາລາ​ດອນ​ພາບ​ມຸສລິ​ມຂອງ​ທ່ານ ເປັນ​ເວລາ​ຫຼາຍໆ​ເດືອນ​
ຊຶ່ງ​ຮວມທັງການ​ຈັບ​ກຸມ​ພວກ​ຜູ້​ນໍາ​ຂອງ​ກຸ່ມ​ ແລະ​ປະກາດໃຫ້ກຸ່ມ​ດັ່ງກ່າວ ເປັນ​ພວກ​
ກໍ່​ການ​ຮ້າຍ.

​ມີ​ຫຼາຍ​ກວ່າ 1 ພັນ​ຄົນ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ສະມາຊິກ​ພັກ​ອິສລາມ ທີ່​ສະໜັບສະໜູນ​
ທ່ານ Morsi ​ໄດ້ຖືກ​ສັງຫານ ​ໃນ​ຂະນະ​ທີ່​ການ​ປະ​ທ້ວງ​ ຍັງ​ດໍາ​ເນີນ​ສືບ​ຕໍ່​ໄປ​ຢູ່​ນັ້ນ.

ການ​ດໍາ​ເນີນ​ຄະດີ​ດັ່ງກ່າວ​ ມີ​ຂຶ້ນ​ໃນ​ຂະນະ​ທີ່ອີ​ຈິບ​ໄດ້​ເລີ່​ມລົງ​ປະຊາ​ມະຕິຮັບຮອງ​
ເອົາ​ຮ່າງ​ລັດຖະທໍາ​ມະນູນສະບັບ​ໃຫມ່. ຊາວ​ອີ​ຈິບ ​ທີ່​ອາໄສຢູ່​ນອກປະ​ເທດ ​ກໍ​ຈະ​ສາ
ມາດ​ລົງ​ສຽງ​ເລືອກ​ຕັ້ງ​ໄດ້​ ໃນ​ວັນ​ພຸດ​ມື້​ນີ້​ ເຖິງ​ວັນ​ອາທິດ​ຈະ​ມາ​ນີ້ ຊຶ່ງ​ການເລືອກ​ຕັ້ງ​
ໃນ​ອີ​ຈິບ​ນັ້ນ​ໄດ້​ມີ​ກໍານົດ​ໃຫ້​ມີຂຶ້ນ​ໃນ​ອາທິດ​ໜ້າ. ການ​ເລືອກ​ຕັ້ງ​ປະທານາທິບໍດີໃໝ່
​ແລະ​ສະ​ມາ​ຊິກ​ລັດຖະ ສະພານັ້ນ ​ແມ່ນວາງ​ແຜນ​ໄວ້​ ພາຍ​ໃນ​ຕອນ​ທ້າຍຂອງ​ປີ​ນີ້.
XS
SM
MD
LG