ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຄື່ອງໃຊ້ຂອງສອຍ ດ້ານເທັກໂນໂລຈີ ລ້ຳຍຸກ ຄືແນວ​ໂນ້​ມ​ໃໝ່ ທີ່​ມາ​ແຮງ​ທີ່​ສຸດ ​​ແຫ່ງ​ປີ


ເຄື່ອງໃຊ້ຂອງສອຍ ທີ່ເອີ້ນກັນວ່າ wearable fitness ໃນງານສະແດງປະຈຳປີ ຂອງ LG event ທີ່ Las Vegas ລັດ Nevada, 6 ມັງກອນ, 2014.
ເຄື່ອງໃຊ້ຂອງສອຍ ທີ່ເອີ້ນກັນວ່າ wearable fitness ໃນງານສະແດງປະຈຳປີ ຂອງ LG event ທີ່ Las Vegas ລັດ Nevada, 6 ມັງກອນ, 2014.

ການ​ຄວບ​ຄຸມຄວາມອ້ວນພີແລະ​ການ​ອອກກຳລັງ​ກາຍ ​ແມ່ນ​ເປັນສອງ​ສິ່ງ​ທີ່​ຊາວ​ອາ​ເມຣິກັນພາກັນມົວເມົາ​ຫຼົງ​ໄຫຼ​ຢ່າງ​ເຕັມ​ອັດຕາ. ອຸດສາຫະກຳ​ແລະ​ທຸລະ​ກິດ​ທາງ​ດ້ານ​ນີ້ທັງໝົດ ກໍແມ່ນມີຄວາມງອກງາມຂຶ້ນ ​ເພື່ອ​ແກ້​ໄຂ​ບັນຫາ ​ແລະ​ສ້າງ​ລາຍ​ໄດ້​ໄປ​ໃນ​ຕົວ.
ຄື​ດັ່ງ​ຫຼາຍໆ​ອຸດສາຫະກຳ ຫຼື​ທຸລະ​ກິດ ໃນດ້ານນີ້ກໍແມ່ນຈະ​ມີ​ແນວ​ໃໝ່ຂຶ້ນມາທຸກ​ປີ. Kevin Enochs ນັກ​ຂ່າວ VOA ​ລາຍ​ງານວ່າ ​ວິທະຍາ​ໄລອາ​ເມຣິກັນດ້ານ​ກິລາ​ການແພດ ​ໄດ້​ເກັບ​ກຳ​ແນວ​ໂນ້ມ​ໃໝ່​ນີ້ ​ແລະ​ ​ປີ​ນີ້ ເລື້ອງເທັກໂນໂລຈີໃນຕົນໂຕຮ່າງກາຍ ​ແມ່ນ​ເປັນສິ່ງ​ທີ່​ນິຍົມກັນ​ຫຼາຍ ຊຶ່ງວັນນະ​ສອນ ຈະ​ນຳເອົາລາຍລະອຽດມາສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

​ການ​ເປັນ​ສະມາ​ຊິກ​ໃນ​ສະຖານ​ທີ່​ອອກກຳລັງ​ກາຍ ທີ່​ຮູ້​ກັນ​ວ່າ Gym ນັ້ນ ​ແມ່ນ​ນັບ​ມື້​ນັບ​ມີເພີ່ມທະວີ​ຂຶ້ນ ນັບ​ຕັ້ງ​ແຕ່​ປີ 2000 ​ແລະ​ໃນ​ປະຈຸ​ບັນ​ນີ້ ມີ​ຊາວ​ອາ​ເມຣິ ກັນ ​ຫຼາຍ​ກ່ວາ 50 ລ້ານ ຄົນ ​ເປັນ​ສະມາຊິກ​ຂອງ Gym. ສ່ວນ​ນຶ່ງ​ກໍ ​ເພາະວ່າ ນຶ່ງ​ສ່ວນ​ສາມ​ຂອງ​ຊາວ​ອາ​ເມຣິກັນ​ແມ່ນ​ເປັນຄົນ​ໂຣ​ກອ້ວນ​ພີ ​ແລະ​ສອງ​ສ່ວນ​ສາມ ​ແມ່ນ​ຖືກ​ລະບຸ​ວ່າ​ອ້ວນພີ​ເກີນໄປ.

ນອກນັ້ນພວກຄົນທັງຫຼາຍ ກໍ​ແມ່ນຍັງ​ມັກ​ຈະພາກັນ​ສິ້ງຊອມ​ເບິ່ງສຸກຂະພາບ​ຂອງ​ຕົນເອງ ດ້ວຍ​ເຄື່ອງເທັກ​ໂນ​ໂລ​ຈີ​ລ້ຳ​ຍຸກ ຊຶ່ງ​ເປັນ​ແນວ​ໂນ້​ມ​ໃໝ່​ທີ່​ມາ​ແຮງ​ທີ່​ສຸດແຫ່ງ​ປີ.

ທ່ານ​ນາງ Amy Dixon ​ແຫ່ງ ບໍລິສັດ Equinox Fitness ​ແມ່ນອຸທິດໃສ່ໝົດ​ເລີຍ.

ທ່ານ​ນາງ Dixon ກ່າວ​ວ່າ “ທ່ານ​ຮູ້ ທ່ານເຂົ້າ​ໃຈດີ ສ່ວນ​ທີ່​ໜ້າ​ສົນ​ໃຈ ກ່ຽວ​ກັບ​ແນວ​ໂນ້​ມ ສຳ​ຫຼັບ​ປີ 2016 ​ແລະ​ນັ້ນ ​ແມ່ນ​ມີ​ຮາກເຫງົ້າ​ມາຈາກພື້ນຖານ ແລະ​ສິ່ງ​ທີ່​ຂ້າພະ​ເຈົ້າມັກ​ຮັກ​ໃນ​ເລື້ອງ​ນີ້ ​ແມ່ນ​ເທັກ​ໂນ​ໂລ​ຈີ ອັນເປັນທີ່ມາຂອງມັນ ວ່າເຮັດແນວໃດຈຶ່ງຈະ​ໃຫ້​ມີຄວາມ​ແຂງ​ແຮງ ມີ​ສຸກຂະພາບ​ດີ, ​ແລະ​ວິທະຍາສາດແມ່ນ​ເປັນຕົວການສະໜັບ ສະໜຸນ​ດ້ານ​ນີ້ ​ເພາະສະ​ນັ້ນ ຂ້າພະ​ເຈົ້າຈຶ່ງເບິ່ງ​ໄປ​ໝົດ​ແນວ​ໂນ້ມຕ່າງໆ ​ແລ້ວ​ຂ້າພະ​ເຈົ້າກໍ​ຍິ້ມ ​ເພາະວ່າມັນ​ມີ​ສິ່ງ​ໃດຫຼາຍ​ຢ່າງ​ທີ່​ພວກ ​ເຮົາ​ຮູ້ຈັກ, ​ແຕ່​ ພວກ​ເຮົາກໍກຳລັງນຳ​ເອົາ​ສິ່ງ​ເຫຼົ່າ​ນີ້ມາໃຊ້ໃນ​ທາງ​ດ້ານ​ເທັກ​ໂນ​ໂລ​ຈີ​ລ້ຳ​ໜ້າ.”

ເປົ້າໝາຍຂອງເທັກ​ໂນ​ໂລ​ຈີ​ຊ່ອຍຮ່າງກາຍກໍຄືເຮັດໃຫ້ງ່າຍຂຶ້ນ ແລະ ປາກົດວ່າຄວາມສະດວກ​ສະບາຍຄວາມງ່າຍ ​ແມ່ນ​ເປັນ​ແນວ​ໂນ້ມ​ໃນ​ປີ​ນີ້.

ການຍົກນໍ້າໜັກແລະການ​ອອກກຳລັງ​ກາຍ​ເປັນໄລຍະໄລຍະສະມໍ່າສະເໝີບໍ່​ຈຳເປັນຈະ ຕ້ອງ​ອາ​ໄສ​ອຸບປະກອນ ຫຼື​ເວລາຫຼາຍ.

ທ່ານ​ນາງ Michelle Parker ວິສະວະກອນ​ພົນລະເຮືອນກ່າວ​ວ່າ “ຂ້າພະ​ເຈົ້າ​ມັກ​ຫຼາຍ. ມັນ​ມີການ​ທ້າ​ທາຍ​ຫຼາຍ ​ທັງ​ໄວກໍໄວ. ພວກ​ທ່ານ ມີ​ການ​ຝຶກ​ຊ້ອມເອົາແທ້ເອົາວ່າບໍ່ຢຸດ ບໍ່ເຊົາ​ ແລ້ວຢຸດພັກໜ້ອຍນຶ່ງ​ ເພື່ອພັກຟື້ນ. ມັນ​ຕ້ອງ​ໃຊ້​ຄວາມ​ແຂງ​ແຮງ. ມັນ​ຕ້ອງ​ໄດ້ໃຊ້​ກຳລັງ ໄດ້ໃຊ້ການຫາຍໃຈ​ ຊຶ່ງ​ນັ້ນ​ແມ່ນ​ການ​ປະສົມ​ປະສານ ລະຫວ່າງ​ສອງ​ດ້ານ​ເຂົ້າ​ຮວມກັນ.”

ນອກນັ້ນ ການ​ອອກກຳລັງ​ກາຍ​ຂອງ​ຊາວ​ອາ​ເມຣິກັນ​ຜູ້ສູງ​ອາຍຸ ກໍ​ແມ່ນກຳລັງ​ພຸ່ງ​ຕົວ​ສູງ​ຂຶ້ນ ແລະໂຍຄະ ກໍ​ແມ່ນ​ພວມ​ສືບ​ຕໍ່​ເຂົ້າ​ມາໃນ​ເວທີ​ການ​ອອກກຳລັງ​ກາຍ​ຂອງ​ສະຫະ ລັດ ​ເປັນ​ປົກກະຕິໄປ. ພວກ​ສະມາຄົມໂຍຄະ ກ່າວ​ວ່າ ໃນ​ປີ​ນີ້ ໄດ້​ມີຊາວ​ອາ​ເມຣິກັນ ​ຫຼາຍ​ກວ່າ 36 ລ້ານ​ຄົນ ​ເຂົ້າມາ​ຮ່ວມປະຕິບັດ​ໂຍຄະ.

​ແຕ່​ວ່າ ອິງ​ຕາມ​ປະທານສະພາບໍຣິຫານຮ່າງກາຍແລ້ວແມ່ນວ່າ ​ເທັກ​ໂນ​ໂລ​ຈີ ຈະບໍ່​ສາມາດ ປ່ຽນແປງ​ຄວາມ​ຈິງທີ່ວ່າ ​ມີ​ພຽງ​ແຕ່​ນຶ່ງ​ໃນຈຳນວນສາມຄົນໃດ ​ຂອງພວກ​ຜູ້​ໃຫຍ່ຊາວ​ອາ​ເມຣິກັນ ຈະພາກັນອອກກຳລັງ​ກາຍເປັນປະຈຳ ຕາມທີ່ພວກເຂົາເຈົ້າຄວນເຮັດ.​ ​

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Wearable Tech Tops Fitness Trends List
please wait

No media source currently available

0:00 0:01:51 0:00

XS
SM
MD
LG