ນັກວິເຄາະກ່າວວ່າ ອາວຸດທີ່ຖືກຄົ້ນພົບ ຢູ່ໃນກໍາປັ່ນຂອງເກົາ
ຫລີເໜືອ ໂດຍ ພານາມານັ້ນ ມີທ່າທາງທີ່ສະແດງໃຫ້ເຫັນ
ເຖິງການລະເມີດ ການຫ້າມຊື້ຂາຍ ອາວຸດ ຂອງສະຫະປະຊາ
ຊາດ ຕໍ່ພຽງຢາງ.
ກໍາປັ່ນເກົາຫຼີເໜືອ ໄດ້ຖືກຢຸດ ໃນຖານສົງໄສລັກລອບຢາເສບ
ຕິດ ໃນຂະນະທີ່ພະຍາຍາມຜ່ານຄອງພານາມາ ຫລັງຈາກໄດ້
ເດີນທາງອອກຈາກຄິວບາ. ແທນທີ່ຈະເປັນຢາເສບຕິດ ພວກ
ເຈົ້າໜ້າທີ່ໄດ້ພົບເຫັນລັງອາວຸດ ທີ່ບໍ່ໄດ້ປະກາດໃຫ້ຮູ້ ຊຸກເຊື່ອງ
ໄວ້ກ້ອງໄຖ່ນໍ້າອ້ອຍ.
ຄິວບາ ໄດ້ອອກຖະແຫລງການສະບັບນຶ່ງ ອ້າງວ່າອາວຸດເຫຼົ່ານີ້
ແມ່ນຂອງຕົນ ແຕ່ບໍ່ໄດ້ກ່າວເຖິງຄຸນຄ່າລາຄາໃນດ້ານຍຸດທະສາດ.
ລາຍງານກ່າວວ່າ ອາວຸດເຫຼົ່ານີ້ແມ່ນຮວມທັງລູກສອນໄຟຈໍານວນ
ນຶ່ງ ເຮືອບິນລົບ MIG-21 ສອງລໍາ ແລະອຸບປະກອນທາງທະຫານ
ທີ່ “ລ້າສະໄໝ” ໃນຍຸກສະໄໝໂຊຫວຽດ ທີ່ໄດ້ສົ່ງໄປເກົາຫລີເພື່ອ
ສ້ອມແປງ.ໃນຂະນະດຽວກັນ ກຸງພຽງຢາງ ກໍກ່າວວ່າອາວຸດເຫລົ່ານີ້ “ບໍ່ມີຫຍັງສໍາຄັນພຽງແຕ່ເປັນອາວຸດເກົ່າ” ທີ່ຕົນຕົກລົງຈະທຳການສ້ອມແປງ.
ເຖິງແມ່ນວ່າການໂອນ ຖ້າຫາກບໍ່ແມ່ນການຊື້ຂາຍ ອາວຸດເຫຼົ່ານີ້ໃຫ້ແກ່ເກົາຫລີເໜືອ
ເພື່ອສ້ອມແປງກໍຕາມ ແຕ່ອາດລະເມີດຕໍ່ການລົງໂທດຂອງສະຫະປະຊາຊາດ.
ການລົງໂທດຂອງນາໆຊາດຕໍ່ເກົາຫຼີເໜືອໃນເວລານີ້ ແມ່ນຫ້າມບໍ່ໃຫ້ຂາຍ ໂອນ ຫຼື
ສ້ອມແປງອາວຸດສ່ວນໃຫຍ່ ແລະອຸບປະກອນກ່ຽວຂ້ອງ. ອາວຸດຂະໜາດນ້ອຍ ແລະ
ອາວຸດຂະໜາດເບົາ ແມ່ນຍົກເວັ້ນຈາກການຫ້າມນີ້.