ອະດີດນັກເຕະບານທີ່ມີຊື່ສຽງໂດ່ງດັງ ທ່ານ ຈອຣຈ໌ ວີອາ ໄວ 51 ປີ ໄດ້ສາບານຕົວ
ເຂົ້າຮັບຕຳແໜ່ງ ໃນວັນຈັນວານນີ້ ໃນຖານະເປັນປະທານາທິບໍດີຄົນໃໝ່ຂອງໄລບີ
ເລຍ. ໃນພິທີສາມບານຕົວ ທີ່ໄດ້ຈັດຂຶ້ນ ຢູ່ສະໜາມກິລາທີ່ເຕັມໄປດ້ວຍຜູ້ຄົນແໜ້ນ
ໜາ ໃນນະຄອນຫຼວງມອນໂຣເວຍ.
ປະທານາທິບໍດີຂອງປະເທດກາບົງ ການາ ແລະຊີເອຣາ ເລອອນ (Sierra Leone)
ແມ່ນເຂົ້າຮ່ວມໃນພິທີດັ່ງກ່າວ ພ້ອມທັງຄະນະນັກເຕະບານທີ່ມີຊື່ສຽງຂອງທ່ານວີອາ
ນຳ.
“ຂ້າພະເຈົ້າໄດ້ໃຊ້ເວລາຫຼາຍໆປີໃນຊີວິດຂອງຂ້າພະເຈົ້າ ຢູ່ໃນສະໜາມກິລາ,
ແຕ່ວ່າ ມື້ນີ້ມັນແມ່ນຄວາມຮູ້ສຶກທີ່ແຕກຕ່າງບໍ່ມີອັນໃດເໝືອນ,” ທ່ານວີອາ ໄດ້ກ່າວ
ໄວ້ແລະທ່ານໄດ້ກ່າວຂອບໃຈ ປະທານາທິບໍດີ ແອເລັນ ຈອນສັນ ເຊີຣ໌ລີຟ ທີ່ໄດ້ “ປູ
ພື້ນຖານ ໃນອັນທີ່ພວກເຮົາສາມາດ ມີສັນຕິພາບໃນເວລານີ້ໄດ້.”
ທ່ານວີອາ ລົງແຂ່ງຂັນກັບອະດີດຮອງປະທານາທິບໍດີ ໂຈເຊັຟ ໂບອາກາຍ ຜູ້ຊຶ່ງໄດ້ລົງ
ຈາກອຳນາດ ຫຼັງຈາກໝົດສອງສະໄໝຂອງທ່ານ ທີ່ໄດ້ອະນຸຍາດດົນທີ່ສຸດ ອີງຕາມກົດ
ລັດຖະທຳມະນູນຂອງໄລບີເລຍ.
ທ່ານ ວີອາ ໄດ້ສັນຍາວ່າ ບູລິມມະສິດຂອງທ່ານ ແມ່ນການກຳຈັດການສໍ້ລາດບັງຫຼວງ.
ພິທີສາບານຕົວໃນວັນຈັນວານນີ້ ໄດ້ເປັນຂີດໝາຍຂອງການມອບໂອນອຳນາດຢ່າງ
ສັນຕິ ໃນຮອບ 70 ປີໃນໄລບີເຣຍ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ