ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກຂ່າວແມ່ຍິງ ອັຟການິສຖານ ຢາກມີສຽງ ໃນການເຈລະຈາ ສັນຕິພາບ


Press Freedom Afghan Media Talks USAGM
please wait

No media source currently available

0:00 0:02:15 0:00

ບັນດານັກຂ່າວແມ່ຍິງໃນປະເທດ ອັຟການິສຖານ ໄດ້ຮຽກຮ້ອງໃຫ້ລັດຖະບານ ກາບູລ ລວມເອົາຕົວແທນຂອງເຂົາເຈົ້າເຂົ້າໃນການເຈລະຈາສັນຕິພາບ ເພື່ອຮັບປະກັນວ່າສື່ມວນຊົນ ແລະ ສິດທິແມ່ຍິງແມ່ນໄດ້ຖືກປົກປ້ອງ. ນັກຂ່າວ ວີໂອເອ ຊາມຊາມາ ຊີຣັດ (Samsama Sirat) ມີລາຍງານ ກ່ຽວກັບ ເລື່ອງນີ້, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ນັກຂ່າວ ແລະ ພະນັກງານສື່ມວນຊົນຢ່າງໜ້ອຍ 8 ຄົນ, ລວມທັງແມ່ຍິງຢ່າງໜ້ອຍ 4 ຄົນ, ໄດ້ຖືກຂ້າຕາຍນັບຕັ້ງແຕ່ການເຈລະຈາສັນຕິພາບ ລະຫວ່າງ ລັດຖະບານ ອັຟການິສຖານ ກັບກຸ່ມຕາລີບານໄດ້ເລີ່ມຂຶ້ນ. ລາຍງານຂອງອົງການປົກປ້ອງສິດມະນຸດ ຫຼື Human Rights Watch ເວົ້າວ່າ ກຸ່ມຕາລີບານ ແມ່ນກຳລັງແນເປົ້າໃສ່ນັກຂ່າວ, ລວມທັງແມ່ຍິງ.

ທ່ານນາງ ຊາຣາ ເຊດິກີ, ນັກຂ່າວໂທລະພາບ ອາຣີອານາ (Ariana News) ກ່າວວ່າ “ພວກເຮົາມີຄວາມເປັນຫ່ວງຫຼາຍຢ່າງ ກ່ຽວກັບ ການແນເປົ້າສັງຫານນັກຂ່າວ ແລະ ນັກເຄື່ອນໄຫວແມ່ຍິງ. ພວກເຮົາຫວັງວ່າກອງປະຊຸມໃຫຍ່ຄັ້ງນີ້ຈະມີຜົນອອກມາທີ່ເປັນແງ່ບວກສຳລັບບັນຫາຕ່າງໆທີ່ກ່ຽວຂ້ອງກັບແມ່ຍິງ.”

ນັ້ນແມ່ນສ່ວນນຶ່ງຂອງເຫດຜົນທີ່ວ່າເປັນຫຍັງກຸ່ມຂອງນັກຂ່າວແມ່ຍິງຈຶ່ງໄດ້ບອກກະຊວງສັນຕິ ພາບຂອງ ອັຟການິສຖານວ່າ ນັກຂ່າວແມ່ຍິງຕ້ອງຖືກລວມຢູ່ໃນຄະນະຜູ້ແທນ ອັຟການິສຖານ ທີ່ໄດ້ມຸ່ງໜ້າໄປປະເທດ ເທີກີ ສຳລັບການເຈລະຈາສັນຕິພາບ. ເປົ້າໝາຍກໍແມ່ນເພື່ອຮັບປະກັນວ່າ ສິດທິຂອງເຂົາເຈົ້າໄດ້ຖືກປົກປ້ອງໃນທຸກໆຂໍ້ຕົລົງກັບກຸ່ມຕາລີບານ.

ທ່ານນາງ ຟາຕິມາ ຮາຊິມ, ຜູ້ອຳນວຍການຂອງອົງການຂ່າວ ຄາມາ (Khaama) ໄດ້ກ່າວວ່າ “ກອງປະຊຸມສຸດຍອດທີ່ໃກ້ຈະມາເຖິງໃນປະເທດ ເທີກີ ແມ່ນສຳຄັນຫຼາຍ, ແລະ ພວກເຮົາຕ້ອງ ການໃຫ້ນັກຂ່າວແມ່ຍິງຄົນນຶ່ງໄປຢູ່ຫັ້ນ ແລະ ແຈ້ງໃຫ້ເຮົາຮູ້ ກ່ຽວກັບ ສິ່ງທີ່ກຳລັງເກີດຂຶ້ນ.”

ຄະນະຜູ້ແທນ ອັຟການິສຖານ ໄດ້ກ່າວຢ່າງຊໍ້າແລ້ວຊໍ້າອີກວ່າ ເຂົາເຈົ້າຈະປ້ອງກັນສິດທິຂອງແມ່ຍິງ ແລະ ນັກຂ່າວ ໃນການເຈລະຈາກັບກຸ່ມ ຕາລີບານ. ແຕ່ພວກນັກຂ່າວຕ້ອງການການຮັບປະກັນຫຼາຍກວ່ານັ້ນ.

ທ່ານນາງ ວາຮິດາ ໄຟຊີ (Wahira Faizi) ຈາກຄະນະກຳມະການຄວາມປອດໄພຂອງນັກຂ່າວ ອັຟການິສຖານ ກ່າວວ່າ “ພວກເຮົາຂໍ່ຍອມຮັບທີ່ວ່າພວກເຮົາຄວນແບ່ງປັນຄວາມປາຖະໜາກັບພວກນາຍໜ້າ. ພວກເຮົາໃນຖານະເປັນນັກຂ່າວຢາກໄດ້ຕົວແທນຂອງພວກເຮົາເອງຢູ່ໃນກອງປະຊຸມສຸດຍອດ ເທີກີ, ແລະ ເພື່ອໃຫ້ເຂົາເຈົ້າເປັນປາກສຽງຂອງພວກເຮົາຢູ່ທີ່ນັ້ນ, ກ່າວສະແດງ ເຖິງສິ່ງທີ່ພວກເຮົາຕ້ອງການ.”

ກອງປະຊຸມສຸດຍອດ ເທີກີ ແມ່ນສຳຄັນສຳລັບຂະບວນການເຈລະຈາສັນຕິພາບ, ແຕ່ການເຈລະ ຈາຕ່າງໆແມ່ນບໍ່ໄດ້ໄປເຖິງຈຸດທີ່ລັດຖະບານສາມາດປຶກສາຫາລື ກ່ຽວກັບ ທຸກບັນຫາກັບກຸ່ມຕາລີບານ, ອີງຕາມການກ່າວຂອງລັດຖະມົນຕີສັນຕິພາບ ທ່ານ ຊາເຢັດ ຊາດັດ ແມນຊົວ ນາເດຣີ.

ທ່ານ ຊາເຢັດ ຊາດັດ ແມນຊົວ ນາເດຣີ ໄດ້ກ່າວວ່າ “ພວກເຮົາໄດ້ຈັດກອງປະຊຸມທີ່ສຳຄັນກັບປະ ທານາທິບໍດີ ການີ ເຊິ່ງທ່ານໄດ້ແລກປ່ຽນຂອບເຂດການເມືອງຕໍ່ສັນຕິພາບກັບພວກເຮົາ. ເວລາທີ່ພວກເຮົາເວົ້າ ກ່ຽວກັບ ລັດຖະທຳມະນູນ, ມັນສຳຄັນຕໍ່ພວກເຮົາທີ່ພວກເຮົາປ້ອງກັນສິດທິຂອງແມ່ຍິງ ໃນຂະບວນການສັນຕິພາບ ແລະ ລັດຖະທຳມະນູນ.”

ຢ່າງໜ້ອຍ 30 ເປີເຊັນຂອງຜູ້ທີ່ໄດ້ເຂົ້າຮ່ວມໃນການເຈລະຈາສັນຕິພາບຄວນເປັນແມ່ຍິງ, ອີງຕາມການກ່າວຂອງຄະນະກຳມາທິການສິດທິມະນຸດອິດສະຫຼະຂອງ ປາກິສຖານ. ຫົວໜ້າຂອງເຂົາເຈົ້າ, ທ່ານນາງ ຊາຮາຊາດ ອັກບາ, ເວົ້າ ວ່າລາວເປັນຫ່ວງ ກ່ຽວກັບ ການຂາດຂໍ້ມູນສາທາລະນະ ກ່ຽວ ກັບ ແຜນການຂອງລັດຖະບານສຳລັບກອງປະຊຸມສຸດຍອດ ເທີກີ ແລະ ວ່າຄະນະຜູ້ແທນ ທີ່ເປັນຜູ້ຊາຍລ້ວນບໍ່ແມ່ນສູດທີ່ດີສຳລັບຄວາມສຳເລັດ.

ກອງປະຊຸມສຸດຍອດທີ່ວ່ານັ້ນ ແມ່ນມີກຳນົດທີ່ຈະຈັດຂຶ້ນໃນນະຄອນ ອິສຕານບູລ ໃນທ້າຍເດືອນນີ້.

Female journalists in Afghanistan are calling on Kabul to include their representative at peace talks to ensure media and women’s rights are protected. Samsama Sirat has more in this report.

At least eight journalists and media workers, including at least four women, have been killed since peace talks between the Afghan Government and the Taliban began. A Human Rights Watch report says the Taliban is targeting journalists, including women.

“We have many concerns over the targeted killings of female journalists and activists. We hope this summit has a positive outcome for issues related to women.”

That’s part of the reason why a group of female reporters has told Afghanistan’s Peace Ministry a female journalist must be included in the Afghan delegation headed to Turkey for peace talks. The goal is to ensure their rights are protected in any deal with the Taliban.

“The upcoming Turkey summit is crucial, and we need one female journalist to be there and inform us about what is happening.”

The Afghan delegation has said repeatedly it will defend the rights of women and journalists in talks with the Taliban. But the journalists want greater assurances.

“We don’t accept that we should share our wishes with a middleman. We as journalists want our own representative at the Turkey summit, and for it to be our own voice there, expressing what we want.”

The Turkey summit is important for the peace talks process, but the talks have not reached a level where the government can discuss every issue with the Taliban, said State Minister for Peace Affairs Sayed Sadat Mansoor Naderi.

“We had an important meeting with President Ghani where he shared the political map to peace with us. When we speak about the constitution, it’s important to us that we defend the rights of women in the peace process and the constitution.”

At least 30 percent of those participating in peace talks should be women, says Afghanistan’s Independent Human Rights Commission. Its chief, Shaharzad Akbar, says she is concerned about the lack of public information on the government agenda for the Turkey summit and that an all-male delegation is not a good formula for success.

The summit is due to take place in Istanbul later this month.

XS
SM
MD
LG