ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຮອງປະທານາທິບໍດີ Mike Pence ໄວ້ອາໄລໃຫ້ຜູ້ເຄາະຮ້າຍທີ່ ລາສ ເວກາສ


ຮອງປະທານາທິບໍດີ Mike Pence, ພ້ອມພັນລະຍາ ທ່ານນາງ Karen, ກ່າວຄຳປາໄສທີ່ນະຄອນ ລາສ ເວກາສ, 7 ຕຸລາ, 2017.
ຮອງປະທານາທິບໍດີ Mike Pence, ພ້ອມພັນລະຍາ ທ່ານນາງ Karen, ກ່າວຄຳປາໄສທີ່ນະຄອນ ລາສ ເວກາສ, 7 ຕຸລາ, 2017.

ທ່ານ Mike Pence ​ຮອງປະທານາທິບໍດີ ສະຫະລັດ ໄດ້ໄປຢ້ຽມຢາມນະຄອນ ລາສ
ເວກາສ ໃນວັນເສົາວານນີ້ ເພື່ອສະແດງຄວາມສາມະຄີ ກັບຊາວເມືອງ ແລະ ພວກ
ແຂກຄົນຜູ້ໄປຢ້ຽມຢາມ, ຜູ້ທີ່ໄດ້ຮັບຄວາມກະທົບຈາກການຍິງຄົນຕາຍເປັນໝູ່ໃຫຍ່
ໃນວັນອາທິດແລ້ວນີ້ ໃນລະຫວ່າງການສະແດງຄອນເສີດເພງລູກທົ່ງ ທີ່ເຮັດໄດ້ໃຫ້
ມີການເສຍຊີວິດ 58 ຄົນນັ້ນ.

ໂດຍມີທ່ານນາງ ແຄແຣັນ ທີ່ເປັນພັນລະຍາຂອງທ່ານຕິດຕາມໄປນັ້ນ ທ່ານ Pence
ໄດ້ກ່າວຕໍ່ຝຸງຊົນໜາແໜ້ນ ທີ່ໄປໃຫ້ກຽດໄວ້ອາໄລ ແກ່ພວກທີ່ໄດ້ຮັບເຄາະ ຈາກການ
ຍິງຄົນຕາຍດັ່ງກ່າວ ຊຶ່ງເປັນການຕາຍຄັ້ງຮ້າຍແຮງ ໃນປະຫວັດສາດສະໄໝໃໝ່ຂອງ
ສະຫະລັດ.

ທ່ານ Pence ໄດ້ເວົ້າຕໍ່ຝຸງຊົນດັ່ງກ່າວວ່າ “ພວກເຮົາຢູ່ຮ່ວມກັບພວກທ່ານ. ມື້ນີ້ພວກ
ເຮົາໝົດທຸກຄົນແມ່ນນະຄອນ ເວກາສ ທີ່ເຂັ້ມແຂງ”
ໂດຍອ້າງໃສ່ຄຳເວົ້າຂອງສື່ສັງຄົມ
ທີ່ມີຄວາມນິຍົມຫຼາຍນັ້ນ. ທ່ານໄດ້ຍ້ອງຍໍພວກຕຳຫຼວດ ແລະ ພວກເຈົ້າໜ້າທີ່ສຸກເສີນ
ທີ່ໄດ້ຟ້າວຟັ່ງ “ເຂົ້າຊ່ອຍແບບສ່ຽງອັນຕະລາຍ ໂດຍບໍ່ຄຳນຶງເຖິງຊີວິດຂອງຕົນເອງ.”

ພວກເຈົ້າໜ້າທີ່ຮັກສາກົດໝາຍເວົ້າວ່າ ທ້າວ Stephen Paddock ຜູ້ຍິງປືນສັງຫານ
ຄົນ, ນັກຫຼິ້ນການພະນັນ ອາຍຸ 64 ປີ, ທີ່ໄດ້ເອົາຊີວິດຂອງຕົນເອງ ຫຼັງຈາກການຍິງຊໍ້າ
ແລ້ວຊໍ້າອີກໃສ່ຝຸງຊົນທີ່ອັ່ງອໍ ທີ່ກຳລັງມ່ວນຊື່ນກັບຄອນເສີດດົນຕີລູກທົ່ງຢູ່ນັ້ນ ໄດ້
ຂຽນຂໍ້ຄວາມດ້ວຍລາຍມືປະໄວ້ ເປັນຕົວເລກແບບຕ່າງໆຫຼາຍຢ່າງ. ພວກເຈົ້າໜ້າທີ່
ກ່າວວ່າ ຕົວເລກດັ່ງກ່າວ ແມ່ນການຄິດໄລ່ຄຳນວນໄລຍະ ແລະເສັ້ນທາງທີ່ຈະໄປ
ຂອງລູກປືນລະຫວ່າງຫ້ອງໃນຊັ້ນທີ 32 ຂອງໂຮງແຮມ ໄປຫາຝຸງຊົນດັ່ງກ່າວ ໃນຊັ້ນ
ລຸ່ມ.

ພວກເຈົ້າໜ້າທີ່ລັດຖະບານກາງ ໄດ້ເລີ່ມຕົ້ນຈັດແຍກເຄື່ອງຂອງສ່ວນຕົວຂອງພວກ
ໄປຊົມຄອນເສີດທີ່ປະຖິ້ມໄວ້ ເວລາແຕກພ່າຍໄປ ຈາກການຍິງກາດໃສ່ຝຸງຊົນ ໃນວັນ
ອາທິດແລ້ວນີ້. ຈຳພວກສິ່ງຂອງດັ່ງກ່າວກໍມີລວມທັງຖົງເປ້, ກະເປົາເງິນ, ລົດຍູ້ເດັກ
ນ້ອຍ ແລະ ຕັ່ງອີ້ຕັດຫຍ້າ ຊຶ່ງກອງກັນຢູ່ ເວລາພວກເຈົ້າໜ້າທີ່ຂົນຂຶ້ນໃສ່ລົດຂົນສົ່ງ
ຄັນໃຫຍ່ໆນັ້ນໄວ້.

ພວກເຈົ້າໜ້າທີ່ກ່າວວ່າ ພວກເຂົາເຈົ້າຈະເລີ່ມແຈກຢາຍສົ່ງເຄື່ອງດັ່ງກ່າວຄືນເຈົ້າຂອງ
ໃນສັບປະດາໜ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG