ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທະນາຄານໂລກຂໍໃຫ້ ລາວພັດທະນາປະເທດ ດ້ວຍການນໍາໃຊ້ ຊັບພະຍາກອນທໍາມະຊາດ ແບບຍືນຍົງ


ການສໍາມະນາທີ່ຈັດໂດຍທະນາຄານໂລກ ໃຫ້ແກ່ເຈົ້າໜ້າທີ່ ແລະພະນັກງານລາວ ໃນການຄຸ້ມຄອງ
ຊັບພະຍາກອນທໍາມະຊາດ ທີ່ຈັດຂຶ້ນໃນນະຄອນວຽງຈັນ ໃນຕົ້ນເດືອນພະຈິກ ທີ່ຜ່ານມານີ້
ການສໍາມະນາທີ່ຈັດໂດຍທະນາຄານໂລກ ໃຫ້ແກ່ເຈົ້າໜ້າທີ່ ແລະພະນັກງານລາວ ໃນການຄຸ້ມຄອງ ຊັບພະຍາກອນທໍາມະຊາດ ທີ່ຈັດຂຶ້ນໃນນະຄອນວຽງຈັນ ໃນຕົ້ນເດືອນພະຈິກ ທີ່ຜ່ານມານີ້

ນັກເສດຖະສາດຂອງທະນາຄານໂລກຂໍໃຫ້ລັດຖະບານລາວດໍາເນີນແຜນການພັດທະນາປະ ເທດດ້ວຍການນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງຢືນຢົງ ແລະສົ່ງເສີມຂະແໜງການ ທີ່ບໍ່ ແມ່ນຊັບພະຍາກອນທໍາມະຊາດ.

ທ່ານ ນາງ Genevieve Boyreau ນັກເສດຖະສາດຂອງທະນາຄານໂລກ ປະຈໍາປະ
ເທດລາວໄດ້ໃຫ້ການສະເໜີແນະ ໃນໂອກາດກອງປະຊຸມເຜີຍແຜ່ລາຍງານການປະເມີນ ຜົນກ່ຽວກັບບັນຍາກາດດ້ານການລົງທຶນປະຈໍາປີ 2011 ທີ່ໄດ້ຈັດຂຶ້ນເມື່ອບໍ່ນານມານີ້ ຢູ່ນະຄອນຫຼວງວຽງຈັນວ່າ ການພັດທະນາຂະແໜງການທີ່ບໍແມ່ນຊັບພະຍາກອນທໍາ ມະຊາດໃຫ້ມີການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈະມີທ່າແຮງຕໍ່ການຂະຫຍາຍຕົວ
ທາງເສດຖະກິດຢ່າງຍືນຍົງຫຼາຍກວ່າ ການພັດທະນາທີ່ເປັນການນໍາໃຊ້ຊັບພະຍາກອນ
ທໍາມະຊາດເປັນຕົ້ນຕໍ.

ທັງນີ້ກໍເນື່ອງຈາກວ່າ ການພັດທະນາທີ່ເປັນການນໍາໃຊ້ຊັບພະຍາກອນທໍາມະຊາດເປັນ
ຕົ້ນຕໍນັ້ນ ກໍຄືການເຮັດໃຫ້ຊັບພະຍາກອນທໍາມະຊາດລົດໜ້ອຍຖອຍລົງນັບມື້ ຖ້າຫາກວ່າ
ບໍ່ມີການຄຸ້ມຄອງທີ່ດີພໍ. ສ່ວນການພັດທະນາຂະແໜງທີ່ບໍ່ແມ່ນຊັບພະຍາກອນທໍາມະຊາດ
ນັ້ນ. ນອກຈາກຈະບໍ່ຕ້ອງມີການທໍາລາຍຊັບພະຍາກອນທໍາມະຊາດແລ້ວ ກໍຍັງສາມາດທີ່
ຈະເຮັດໃຫ້ມີການພັດທະນາຢ່າງຍືນຍົງ ແລະສາມາດສ້າງວຽກເຮັດງານທໍາໃຫ້ໄດ້ຢ່າງ
ຍາວນານອີກດ້ວຍ.

ທະນາຄານໂລກ ຂໍໃຫ້ລາວພັດທະນາປະເທດ ດ້ວຍການນໍາໃຊ້ ຊັບພະຍາກອນ ທໍາມະຊາດຢ່າງຍືນຍົງ
ທະນາຄານໂລກ ຂໍໃຫ້ລາວພັດທະນາປະເທດ ດ້ວຍການນໍາໃຊ້ ຊັບພະຍາກອນ ທໍາມະຊາດຢ່າງຍືນຍົງ

ແຕ່ຢ່າງໃດກໍຕາມທ່ານນາງ
Genevieve Boyreau ກໍໄດ້
ເນັ້ນຢໍ້າວ່າ ການທີ່ລັດຖະ
ບານລາວ ຈະສາມາດພັດທະ
ນາຂະແໜງການທີ່ບໍ່ແມ່ນຊັບ
ພະຍາກອນທໍາມະຊາດໄດ້
ຢ່າງມີປະສິດທິຜົນນັ້ນ, ກໍມີ
ຄວາມຈໍາເປັນຢ່າງຍິ່ງ ທີ່ຈະ
ຕ້ອງມີການເສີມສ້າງບັນຍາ
ກາດດ້ານການລົງທຶນ ໃຫ້
ເປັນທີ່ຍອມຮັບຂອງນັກລົງ
ທຶນທັງຫຼາຍ ໂດຍບໍ່ວ່າຈະ
ເປັນການພັດທະນາລະບຽບ
ກົດໝາຍ, ລະບົບພາສີ, ສິ່ງ
ອໍານວຍຄວາມສະດວກຕ່າງໆ
ແລະການພັດທະນາຊັບພະ
ຍາກອນມະນຸດ ທີ່ສາມາດຕອບສະໜອງຄວາມຕ້ອງການຂອງການລົງທຶນໄດ້ຢ່າງພຽງພໍ.

ຊຶ່ງຖ້າຫາກວ່າ ລັດຖະບານລາວສາມາດດໍາເນີນການພັດທະນາປັດໃຈດັ່ງກ່າວໄດ້ຢ່າງຄົບ
ຖ້ວນ ແລະເປັນທີ່ຍອມຮັບຂອງນາໆຊາດຢ່າງແທ້ຈິງ ກໍຈະເຮັດໃຫ້ຂະແໜງການທີ່ບໍແມ່ນ
ຊັບພະຍາກອນທໍາມະຊາດນີ້ ມີການຂະຫຍາຍຕົວ ຄິດເປັນສັດສ່ວນທີ່ກວມເອົາເກີນກວ່າ
ເຄິ່ງນຶ່ງຂອງຍອດຜະລິດຕະພັນລວມພາຍໃນລາວ (GDP) ໃນແຕ່ລະປີ ທັງຍັງສາມາດທີ່
ຈະເພີ່ມສູງຂຶ້ນເປັນ 75% ຂອງ GDP ໄດ້ໃນໄລຍະກາງອີກດ້ວຍ.

ຫາກແຕ່ວ່າ ບັນຫາການບໍລິຫານງານຂອງລັດຖະບານລາວ ໃນຕະຫຼອດໄລຍະນັບຈາກ
ການປະຕິຮູບລະບົບເສດຖະກິດໃນປີ 1986 ເປັນຕົ້ນມາ ຈົນເຖິງປະຈຸບັນ ກໍຄືການພັດທະ
ນາ ທີ່ເຮັດໃຫ້ເສດຖະກິດມີການຂະຫາຍຕົວໄດ້ ໃນອັດຕາສະເລ່ຍ 6.5% ໃນແຕ່ລະປີນັ້ນ
ກໍເປັນຍ້ອນວ່າ ໄດ້ມີການທໍາລາຍຊັບພະຍາກອນທໍາມະຊາດໄປຢ່າງຫຼວງຫຼາຍ ດັ່ງທີ່ທ່ານ
ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ໄດ້ຖະແຫຼງຍອມຮັບກ່ອນໜ້ານີ້ວ່າ:

ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີໃນແມ່ນໍ້າຂອງ ຊຶ່ງເປັນແຫລ່ງຊັບພະຍາກອນທໍາມະຊາດແຫລ່ງນຶ່ງ ທີ່ລາວຈະໃຊ້ໃນການພັດທະນາປະເທດ.
ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີໃນແມ່ນໍ້າຂອງ ຊຶ່ງເປັນແຫລ່ງຊັບພະຍາກອນທໍາມະຊາດແຫລ່ງນຶ່ງ ທີ່ລາວຈະໃຊ້ໃນການພັດທະນາປະເທດ.

ຜະລິດຕະພັນພາຍໃນເພີ່ມ
ຂຶ້ນແມ່ນຍ້ອນການຂຸດຄົ້ນ
ແຫຼ່ງຊັບພະຍາກອນທໍາມະ
ຊາດຈໍານວນໜຶ່ງ ແລະການ
ນໍາໃຊ້ໂຄງການໃຫຍ່ຕົວຢ່າງ
ກໍຄືໄຟຟ້ານໍ້າຕົກ ແລະການ
ຂຸດຄົ້ນຍໍ່ແຮ່.

ທ່ານ ສົມ​ສະຫວາດ ​ເລັ່ງສະ​ຫວັດ
ຮອງ​ນາ​ຍົກ​ລັດຖະມົນຕີ ຜູ້​ປະ​ຈໍາ
​ການ​ລັດຖະບານ ​ໃນຖານະ​ກໍາ
ມະການ​ກົມ​ການເມືອງສູນ​ກາງ
​ພັກ​ປະຊາຊົນ​ປະ​ຕິ​ວັດລາວ ຖະ​
ແຫຼງຢືນຢັນວ່າ ​ເປົ້າໝາຍທີ່​ສໍາ
ຄັນ​ທີ່​ສຸດ​ຂອງ​ພັກ​ໃນການ​ນໍາພາ
​ປະເທດ​ໃນ​ໄລຍະ 10 ປີ​ ຕໍ່​ໜ້ານີ້
ກໍ​ຄື​ການ​ເຮັດ​ໃຫ້ປະ​ຊາຊົນລາວ
ຫຼຸດພົ້ນ​ຈາກຄວາມທຸກຍາກ​ໃຫ້
​ໄດ້ ​ໂດຍພື້ນຖານ​ໃນ​ປີ 2015
ແລະ​ເຮັດໃຫ້ລາວ ພົ້ນ​ຈາ​ກສະ
ພາບ​ດ້ອຍ​ພັດທະນາໃຫ້​ໄດ້​ພາຍ ໃນ​ປີ 2020.

ອີ​ງຕາມ​ມະຕິ ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກ ທີ່​ດຳ​ເນີນ​ການ​ປະຊຸມ​ໃນ​ລະຫວ່າງວັນທີ
17-21 ມີນາ 2011 ທີ່​ຜ່ານ​ມານັ້ນ ພັກ​ໄດ້​ວາງ​ເປົ້າໝາຍທີ່ຈະພັດທະນາເສດຖະກິດ ໃນ​ໄລ
ຍະ​ແຕ່ 2011-2015 ​ໃຫ້​ຂະຫຍາຍຕົວ​ໃນ​ອັດຕາ​ສະ​ເລ່ຍບໍ່ຫລຸດ 8% ຕໍ່ປີຊຶ່ງຈະເປັນຜົນເຮັດ
ໃຫ້ຍອດຜະລິດຕະພັນລວມພາຍໃນປະ​ເທດ ຫລື GDP ຂອງ​ລາວ​ມີມູນຄ່າລວມທີ່​ສາມາດ ສະເລ່ຍເປັນລາຍຮັບຂອງປະຊາຊົນລາວ ໄດ້​ໃນ​ລະດັບ​ສູງ​ຂຶ້ນ​ເປັນ​ເຖິງ 1,700 ໂດລາຕໍ່ຄົນ
ຕໍ່ປີ ​ໃນ​ປີ 2015 ທັງ​ຍັງ​ຈະ​ເຮັດ​ໃຫ້​ອັດຕາ​ຄວາມຍາກຈົນຂອງປະຊາຊົນລາວ​ຫລຸດລົງເຫລືອ
ຢູ່ບໍ່​ເກີນ 10% ຂອງ​ຈຳນວນ​ປະຊາກອນ​ທັງໝົດໃນ​ປີ 2015 ອີກ​ດ້ວຍ.

XS
SM
MD
LG