ທ່ານ ສີ ຈິ່ນຜິງ ໄດ້ປາກົດອອກມາຈາກກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກຄອມມູນິສ ຈີນ ດ້ວຍການດຳລົງຕຳແໜ່ງການເປັນຜູ້ນຳສະໄໝທີ 3 ທີ່ເປັນມາດຕະຖານໃໝ່ ແລະ ຄະນະປະຈຳກົມການເມືອງທີ່ປະກອບດ້ວຍຜູ້ຈົງຮັກພັກດີທັງໝົດ, ເປັນການຮັດແໜ້ນແກ່ບົດບາດຂອງທ່ານໃນການເປັນຜູ້ປົກຄອງທີ່ມີອຳນາດສູງສຸດຂອງຈີນ ນັບແຕ່ທ່ານ ເໝົາ ເຈີຕຸງ ເປັນຕົ້ນມາ, ອີງຕາມອົງການຂ່າວຣອຍເຕີ້ສ (Reuters)
ພາຍໃຕ້ການກຳອຳນາດຂອງທ່ານ ສີ ເປັນເວລາທົດສະວັດນຶ່ງ ຈີນໄດ້ມີການປ່ຽນແປງຢ່າງເລິກເຊິ່ງ, ທັງພາຍໃນປະເທດ ແລະພາຍໃນສະພາບການທົ່ວໂລກ.
ດ້ານທີ່ຈີນໄດ້ປ່ຽນແປງໄປຢູ່ພາຍໃຕ້ທ່ານສີ ກໍຄື:
ຄວາມຄິດເຫັນກ່ຽວກັບພາບພົດຂອງຈີນໃນຕາເວັນຕົກ ແລະ ປະເທດພັນທະມິດຂອງສະຫະລັດ ແມ່ນເຫັນວ່າຂີ້ຮ້າຍລົງ
ການພົວພັນລະຫວ່າງສະຫະລັດ ແລະຈີນໄດ້ຊຸດໂຊມລົງຢ່າງວ່ອງໄວໃນຊຸມປີມໍ່ໆມານີ້, ຊຶ່ງເປັນການຫຼຸດລົງຢ່າງຮຸນແຮງ, ເປັນການການຕົກຕ່ຳທີ່ຮຸນແຮງຂຶ້ນພາຍໃຕ້ການຈູ່ໂຈມຕໍ່ປັກກິ່ງ ຂອງອະດີດປະທານາທິບໍດີສະຫະລັດ, ທ່ານດໍໂນລ ທຣຳ. ແຕ່ແນວຄວາມຄິດກ່ຽວກັບຈີນຂອງຝ່າຍຕາເວັນຕົກ ຍັງຂີ້ຮ້າຍລົງຍ້ອນຄວາມເປັນຫ່ວງກ່ຽວກັບສິດທິມະນຸດອີກດ້ວຍ ຂະນະທີ່ການກະທຳແບບຮຸນແຮງຂອງຈີນຕໍ່ໄຕ້ຫວັນເພີ້ມຂຶ້ນ.
ການປຸກລະດົມຕ້ານການສໍ້ລາດບັງຫຼວງຂອງທ່ານ ສີ
ເມື່ອຂຶ້ນກຳຕຳແໜ່ງແລ້ວ ທ່ານ ສີ ກໍໄດ້ເລີ່ມທຳການຊຸກຍູ້ທີ່ມີເອກະລັກຂອງ ຕົນ ໃນການກຳຈັດການສໍ້ລາດບັງຫຼວງຢູ່ພາຍໃນພັກຄອມມູນິສ ອອກໄປ, ຊຶ່ງໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນ ແລະເປັນວິທີທີ່ນັກວິເຄາະຫລາຍຄົນກ່າວວ່າ ເປັນເຄື່ອງມືທີ່ມີປະໂຫຍດຫລາຍ ໃນການກຳຈັດຝ່າຍຄ້ານທາງການເມືອງຂອງທ່ານ.
ການຄວບຄຸມດິນແດນທີ່ບໍ່ເຄີຍຖືກຄວບຄຸມມາກ່ອນ
ເຂດຕິເບດ, ຊິນຈຽງ ແລະຮົງກົງ ຊຶ່ງຢູ່ຫ່າງໄກຈາກປັກກິ່ງໄດ້ເຮັດໃຫ້ພັກຄອມມູນິສ ຈີນ ເຈັບຫົວມາເປັນເວລາດົນນານ
ທ່ານສີ ໄດ້ເປີດການປາບປາມດ້ານຄວາມໝັ້ນຄົງແບບທຳລາຍລ້າງ ຢ່າງບໍ່ເຄີຍມີມາກ່ອນຊຶ່ງເຮັດໃຫ້ເຂດດິນແດນເຫລົ່ານັ້ນ ຖືກເອົາມາຢູ່ພາຍໃຕ້ການຄວບຄຸມໄດ້.
ຢູ່ໃນເຂດຊິນຈຽງ, ຊຶ່ງໃນນັ້ນລວມເຖິງການກັກຂັງຊາວມຸສລິມວີເກີ ປະມານ 1 ລ້ານຄົນ ໃຫ້ຢູ່ໃນຄ້າຍ; ສ່ວນຢູ່ຮົງກົງນັ້ນ ປັກກິ່ງໄດ້ຕອບໂຕ້ຕໍ່ການປະທ້ວງຕໍ່ຕ້ານລັດຖະບານຄັ້ງໃຫຍ່ໃນປີ 2019 ດ້ວຍກົດໝາຍຄວາມໝັ້ນຄົງແຫ່ງຊາດຢ່າງກວ້າງຂວາງ.
ເພີ້ມຄວາມເຄັ່ງຕຶງໃຫ້ຮ້ອນແຮງຂຶ້ນໃນໄຕ້ຫວັນ
ຜູ້ນຳຈີນທັງໝົດ, ນັບແຕ່ທ່ານເໝົາເປັນຕົ້ນມາ ໄດ້ກ່າວເນັ້ນເຖິງຄວາມສຳຄັນຂອງ "ການທ້ອນໂຮມປະເທດຈີນຄືນໃໝ່" ກັບເກາະໄຕ້ຫວັນທີ່ປົກຄອງຕົນເອງ.