ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຄື້ນຟອງ ຄວາມຮຸນແຮງ ໃນອິຣັກ ຍັງດຳເນີນ ຢູ່ຕໍ່ມາ (ສະໄລດ໌)


ພວກຊາວບ້ານຢືນຢູ່ເທິງຊາກຫັກຟັງ ຂອງເຫດລະເບີດ ໃນເມືອງ Tuz Khormato
ພວກຊາວບ້ານຢືນຢູ່ເທິງຊາກຫັກຟັງ ຂອງເຫດລະເບີດ ໃນເມືອງ Tuz Khormato
ການໂຈມ​ຕີ​ບັ້ນ​ໃໝ່ໃນ 3 ​ເມືອງ​ຂອງອິຣັກ ​ໄດ້​ສັງຫານ ຢ່າງ​ນ້ອຍ
7 ຄົນ​ແລະ​ເຮັດ​ໃຫ້​ບາດ​ເຈັບ​ ຫລາຍ​ກ່ວາ 60 ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການວາງລະ​ເບີດ​ສະຫລະ​ຊີບ​ບັ້ນ​ນຶ່ງ
ທີ່​ຕິດຕາມ​ມາ​ດ້ວຍການ​ປະ​ທະ​ກັນລະຫວ່າງ​ພວກຫົວ​ຮຸນ​ແຮງ
ກັບ​ກອງ​ທະຫານອິຣັກ ​ໄດ້​ຍັງ​ຜົນ​ໃຫ້​ມີທະຫານ 3 ຄົນ​ເສຍ​ຊີວິດ
ໃນ​ວັນ​ອັງຄານມື້​ນີ້ ​ໃນ​ເມືອງ Tarmiyah ທາງ​ກໍ້າ​ເໜືອ​ຂອງນະຄອນຫລວງ​ແບກ​ແດດ.

​ຢູ່​ທາງ​ພາກ​ເໜືອ​ໄກ​ຂຶ້ນ​ໄປ​ອີກ​ນັ້ນ ລະ​ເບີດລົດ 2 ຄັນ ​ໄດ້ແຕກ​
ຂຶ້ນໃນ​ເມືອງ Tuz Khormato ທີ່​ສັງຫານ 3 ຄົນ​ ​ໃນ​ຂະນະ​ທີ່​ລະ​ເບີດ​ລົດ​ອີກ​ບັ້ນ​ນຶ່ງ​ຕ່າງ
ຫາກ​ ໃນ​ເມືອງKirkuk ​ໄດ້​ສັງຫານ 1 ຄົນ. ທັງ​ສອງ​ເມືອງດັ່ງກ່າວ​ນັ້ນ ​ແມ່ນ​ຢູ່​ໃນ​ຂົງ​ເຂດ
​ ທີ່ຊາວ Kurd ​ຢາກ​ຈະ​ຮວມ​ເອົາ​ເຂົ້າ​ເປັນ​ເຂດ​ປົກຄອງ​ຕົວ​ເອງ ທີ່​ພວກ​ເຂົາ​ຢາກ​ຕັ້ງ​ຂຶ້ນ
ຊຶ່ງ​ເປັນການ​ເຄື່ອນໄຫວ​ທີ່ທາງ​ລັດຖະບານ​ກາງ​ຄັດຄ້ານ​ນັ້ນ.



ອິຣັກແມ່ນ​ກໍາລັງ​ປະສົບກັບບັນຫາ​ການ​ກໍ່​ຄວາມ​ຮຸນ​ແຮງ ທີ່​ຮ້າຍ​ແຮງສຸດ ລະຫວ່າງ​ກຸ່ມ​ສາ
ສະໜາ​ໃນປະ​ເທດ ນັບ​ຕັ້ງ​ແຕ່ສະຫະລັດ​ໄດ້​ຖອຍ​ທະຫານຂອງ​ຕົນ​ອອກ​ຈາກ​ປະ​ເທດ​ໃນ
ເດືອນ​ທັນວາ 2011.

​ໃນ​ວັນ​ຈັນວານ​ນີ້ ຄື້ນຟອງຂອງ​ການ​ໂຈມ​ຕີ​ສະຫລະ​ຊີ​ບດ້ວຍ​ລະ​ເບີ​ດລົດ ຕິດ​ຕໍ່​ກັນ​ຫລາຍ​
ຄັນຕໍ່​ຊາວມຸສລິ​ມ ນິກາຍ Shi’ite ​ໄດ້ສັງ​ຫານຢ່າງ​ນ້ອຍ 76 ຄົນ.

ການ​ໂຈມຕີ​ເຫລົ່າ​ນີ້​ໄດ້ເພີ່​ມ ຈໍານວນ​ປະຊາຊົນ​ອິຣັກທີ່​ຖືກ​ສັງຫານ​ ຍ້ອນ​ການ​ປະ​ທະ​ກັນ
ລະຫວ່າງ​ກຸ່ມ​ຕ່າງ​ສາສະໜາ ​ໃນຮອບ​ນຶ່ງອາທິດ​ຜ່ານ​ມາ​ນັ້ນ ​ຂຶ້ນ​ເປັນ​ຫຼາຍ​ກວ່າ 200 ຄົນ​
ແລ້ວ ຊຶ່ງ​ຮວມທັງ 70 ຄົນ​ທີ່​ເສຍຊີວິດ​ໃນ​ວັນ​ສຸກ​ແລ້ວ​ນີ້ ​ໃນ​ການວາງ​ລະ​ເບີດ​ໂຈມ​ຕີຕໍ່​ເນື່ອງ​
ກັນ​ຫລາຍ​ບັ້ນ ​ທີ່​ແນເປົ້າໝາຍ​ໃສ່ ຊາວຊຸນ​ນີນັ້ນ.
XS
SM
MD
LG