ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມີນາ ໒໐໒໓

ການໂຈມຕີ ຂອງພວກກໍ່ການຮ້າຍ ເຮັດໃຫ້ ປາກິສຖານ ແລະ ອັຟການິສຖານ ແຍກຫ່າງ ຈາກກັນ


ຕຳຫຼວດປາກິສຖານ ຢືນຍາມຢູ່ນອກວັດອິສລາມ Barri Imam ທີ່ນະຄອນຫຼວງ ຫລັງຈາກໄດ້ມີການໂຈມຕີສະຫຼະຊີບ ທີ່ວັດຂອງ ນີກາຍ Sufi ທີ່ແຂວງ Sindh.

ປາ​ກິ​ສຖານ​ໄດ້​ປິດ​ຊາຍ​ແດນ ທີ່​ຕິດ​ກັບ​ອັຟກາ​ນິສຖານ ຍິງ​ປືນ​ໃຫຍ່​ຫລາຍ​ລູກ​ເຂົ້າ​ໄປ​ໃສ່​ດິນ​ແດນ​ຂອງ​ປະ​ເທດ​ເພື່ອນ​ບ້ານ ແລະ​ທຳ​ການ​ປາບ​ປາມ ​ທີ່​ສຳຄັນໆ​ຕໍ່ບັນດາ​ກຸ່ມ​ຫົວ​ຮຸນ​ແຮງໂດຍ​ມີ​ລາຍ​ງານ​ວ່າ ​ໄດ້​ສັງຫານ​ຜູ້​ຕ້ອງ​ສົງ​ໄສ​ຫຼາຍກວ່າ 100 ຄົນເພື່ອ​ເປັນ​ການ​ຕອບ​ໂຕ້ ຕໍ່​ການ​ໂຈມ​ຕີກໍ່​ການ​ຮ້າຍ​ທີ່​ຮຸນ​ແຮງຢູ່​ໃນ​ທົ່ວປະ​ເທດ​ໃນ​ຮອບ​ຫລາຍໆ​ປີ​ທີ່​ຜ່ານ​ມານີ້.

ນີ້​ແມ່ນ​ການ​ໂຈມ​ຕີ​ຮ້າຍ​ແຮງ​ຫລ້າ​ສຸດ ທີ່​ມີ​ມາ​ເປັນ​ລຳດັບ ທີ່​ອ້າງ​ເອົາ​ຄວາມ​ຮັບຜິດ​ຊອບ​ໂດຍ​ກຸ່ມ​ລັດ​ອິສລາມຢູ່​ໃນ​ປະ​ເທດ​ທັງ​ສອງ. ນັ້ນ​ຄວນ​ຈະ​ເປັນພື້ນຖານ​ ໃນ​ການ​ນຳໄປ​ສູ່​ການຕອບ​ໂຕ້​ຮ່ວມ​ກັນ ​ແຕ່​ກັບ​ເບິ່ງ​ຄື​ວ່າ ​ໄດ້​ແຍກ​ປ​ະ​ເທດ​ທັງສອງ​ອອກ​ຈາກ​ກັນ​ໃນ​ການ​ກ່າວ​ຫາ​ທີ່​ຕ່າງ​ຝ່າຍ​ຕ່າງເວົ້າວ່າ ອີກ​ຝ່າຍ​ນຶ່ງ​ ເປັນ​ຜູ້​ໃຫ້​ບ່ອນ​ຫລົບ​ລີ້ ​ແກ່​ພວກ​ທີ່​ຮັບຜິດ ຊອບ​ໃນ​ການ​ບຸກ​ໂຈມ​ຕີ​ຂ້າມ​ຊາຍ​ແດນ.

ແຜນທີ ວັດ Lal Shahbaz Qalandar ບ່ອນທີ່ ຜູ້ໂຈມຕີ ດ້ວຍລະເບີດ ສະຫຼະຊີບ ໄດ້ສັງຫານ ຢ່າງໜ້ອຍ 72 ຄົນ.
ແຜນທີ ວັດ Lal Shahbaz Qalandar ບ່ອນທີ່ ຜູ້ໂຈມຕີ ດ້ວຍລະເບີດ ສະຫຼະຊີບ ໄດ້ສັງຫານ ຢ່າງໜ້ອຍ 72 ຄົນ.

ການໂຈມ​ຕີ​ສະຫຼະຊີບ ​ໃນ​ວັນ​ພະຫັດ​ແລ້ວນີ້ ມີ​ຂຶ້ນຢູ່ວັດອິສລາມ ທີ່​ໄດ້​ຮັບ​ການ​ເຄົາລົບ ສັກກາລະ​ບູຊາ​ທີ່​ສຸດ ຂອງ​ນິກາຍ Sufi ​ໂດຍ​ໄດ້​ສັງຫານ​ຢ່າງ​ໜ້ອຍ 80 ຄົນ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ​ຈຳນວນ​ນຶ່ງ.

ພາບ​ຂອງບ່ອນ​ໂຈມ​ຕີ​ວາງ​ລະ​ເບີດຢູ່​ໃນ​ແຂວງ Sindh ​ໄດ້​ພາໃຫ້​ເກີດ​ຄວາມ​ຕື່ນຕົກ​ໃຈ ໃຫ້​ແກ່ລັດຖະບານ​ປາ​ກິ​ສຖານຊຶ່ງ​ໄດ້​ຖິ້ມ​ໂທດ​ໃສ່​ກຸ່ມ Jama-ul-Ahrar ທີ່​ມີ​ຖານ​ປະຕິ ​ບັດ​ງານ​ຢູ່​ອັຟກາ​ນິສຖານ​ຊຶ່ງ​ເປັນ​ຜູ້​ຢູ່​ເບື້ອງຫຼັງ “ການ​ໂຈມ​ຕີ​ກໍ່​ການ​ຮ້າຍທີ່​ໂຫດຮ້າຍປ່າ​ເຖື່ອນເຫລົ່ານີ້” ອີງ​ຕາມ​ຖະ​ແຫຼງການຂອງ​ທ່ານ Sartaj Aziz ທີ່​ປຶກສາຂອງ​ນາຍົກລັດ ຖະມົນຕີ Nawaz Sharif ຮັບຜິດຊອບ ​ໃນ​ດ້ານ​ນະ​ໂຍບາຍ ຕ່າງປະ​ເທດ. ປາ​ກິ​ສຖານ​ກ່າວ​ວ່າຕົນ​ໄດ້​ຍື່ນ​ປະ​ທ້ວງ​ຢ່າງ​ແຮງ ​ຕໍ່​ອັຟກາ​ນິສຖານ​ແລ້ວ.

Wave of Terrorist Attacks Leaves Pakistan on Edge
please wait

No media source currently available

0:00 0:02:43 0:00

ປະ​ເທດ​ທັງ​ສອງ​ຕ່າງ​ກໍ​ໄດ້​ກ່າວ​ຫາ​ຊຶ່ງ​ກັນ​ແລະ​ກັນ​ວ່າ ບໍ່​ໄດ້​ມີ​ການ​ດຳ​ເນີນ​ການ​ຢ່າງ​ເປັນ​ການ​ພຽງພໍ ເພື່ອ​ປາບ​ປາມ​ແບບ​ຖອນ​ຮາກ​ຖອນ​ໂຄນ ຕໍ່​ພວກ​ຫົວ​ຮຸນ​ແຮງ​ຈັດ ທີ່​ທຳ​ການ​ໂຈມ​ຕີ​ຂ້າມ​ຊາຍ​ແດນ​ ຈາກ​ທັງ​ສອງ​ຝ່າຍ​ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG