ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣັກ ປະກາດການ ປະຕິບັດການ ເພື່ອຍຶດຄືນແຂວງ ອານບາ ຈາກພວກ IS


ປະຊາຊົນ ສັງເກດເບິ່ງຈຸດເກີດເຫດ ຫຼັງລະເບີດໄດ້ແຕກໃສ່ ເຂດການຄ້າແອອັດໃນນະຄອນຫຼວງ ແບັກແດດ, ອີຣັກ, 13 ກໍລະກົດ 2015.
ປະຊາຊົນ ສັງເກດເບິ່ງຈຸດເກີດເຫດ ຫຼັງລະເບີດໄດ້ແຕກໃສ່ ເຂດການຄ້າແອອັດໃນນະຄອນຫຼວງ ແບັກແດດ, ອີຣັກ, 13 ກໍລະກົດ 2015.

ອີຣັກ​ໄດ້​ປະກາດ​ ໃນ​ວັນ​ຈັນ​ມື້​ນີ້​ເຖິງ​ ການ​ເລີ້ມ​ຕົ້ນ ບຸກ​ໂຈມ​ຕີ ​ເພື່ອ​ຢຶດ​ເອົາ​ຄືນ​ມາ ​ເຂດ​ຕາ​ເວັນ​ຕົກ ​ແຂວງ Anbar ຂອງ​ຕົນ ຈາກ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ຜູ້​ທີ່​ໄດ້​ຄວບ​ຄຸມ​ບໍລິ​ເວນ​ຢ່າງ​ກວ້າງ​ຂວາງ ທີ່​ລວມທັງ ​ເມືອງ Ramadi ​ແລະ Fallujah ນຳດ້ວຍ.

ແຜນທີ່ແຂວງ ອານບາ, ອີຣັກ
ແຜນທີ່ແຂວງ ອານບາ, ອີຣັກ

ຖະ​ແຫຼງການ​ດັ່ງກ່າວ ຖືກ​ຖ່າຍ​ທອດ​ຜ່ານທາງ​ໂທລະພາບ ທີ່​ກ່າວວ່າ ການປະຕິບັດ​ການ​ດັ່ງກ່າວ​ນັ້ນ ລວມມີ ກອງທັບ​ອີຣັກ ພ້ອມ​ກັນ​ກັບ ບັນດາ​ນັກ​ຕໍ່ສູ້ ຊາວ​ຊີ​ໄອ ​ແລະ ຊາວ​ຊູ​ນີ.

ລັດຖະບານ​ອີຣັກ ​ໄດ້​ຈັດ​ໃຫ້ ​ແຂວງ Anbar ​ເປັນ​ບູລິ​ມະ​ສິດ ອັນ​ໜຶ່ງ ນັບ​ຕັ້ງ​ແຕ່ ກຸ່ມ​ລັດ​ອິສລາມ ​ໄດ້​ຢຶດ​ເອົາ​ເມືອງ Ramadi ​ໃນ​ລະຫວ່າງ ການ​ບຸກ​ໂຈມ​ຕີ ​ເມື່ອ​ເດືອນພຶດສະພາ​ຜ່ານ​ມາ ທີ່​ໄດ້​ເຮັດ​ໃຫ້​ມີ​ການ​ຕຳ​ນິຕິ​ຕຽນ​ໃໝ່ອີກ ຕໍ່ກອງ​ທະຫານຂອງອີຣັກ ​ແລະ ການ​ຕອບ​ໂຕ້​ຕໍ່​ພວກ​ກຸ່ມຫົວ​ຮຸນ​ແຮງ​ນັ້ນ.

​ ເມືອງ Ramadi ​ແມ່ນ​ຕັ້ງຢູ່ ປະມານ 125 ກິໂລ​ແມັດ ​ທາງ​ພາກ​ຕາ​ເວັນຕົກ ຂອງ​ນະຄອນຫລວງ Baghdad ບ່ອນ​ທີ່​ມີ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ຫຼາຍໆ​ບັນ ໃນ​ວັນ​ອາທິດ​ວານ​ນີ້ ທີ່​ໄດ້​ສັງຫານ ຢ່າງ​ນ້ອຍ 29 ຄົນ ​ແລະ ອີກຫຼາຍກວ່າ 80 ຄົນ ​ໄດ້​ຮັບ​ບາດ​ເຈັບ.

ບໍ່​ມີ​ຜູ້​ໃດ​ອອກ​ມາ​ອ້າງ​ເອົາ​ຄວາມ​ ຮັບຜິດຊອບ ​ໃນ​ທັນທີ ​ແຕ່ ຄື້ນຟອງການ​ໂຈມ​ຕີ​ດ້ວຍ​ລະເບີດ ຫຼາຍໆ​ບັ້ນນັ້ນ ແມ່ນ​ຖິ້ມ​ໂທດ​ໃສ່​ພວກກຸ່ມ​ລັດ​ອິສລາມ.

Iraq Violence
please wait
Embed

No media source currently available

0:00 0:00:54 0:00

XS
SM
MD
LG