ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະດີ Watergate ເຮັດໃຫ້ ປ. ນິກສັນ ຕ້ອງລາອອກ (ວີດີໂອລາວ/ອັງກິດ)


태풍 '하이옌'이 필리핀 중부를 강타한 후, 11일 상공에서 촬영한 사진.
태풍 '하이옌'이 필리핀 중부를 강타한 후, 11일 상공에서 촬영한 사진.

​ວັນ​ອາ​ທິດ​ທີ 17 ​ທີ່ຜ່ານ​ມາ​ນີ້ ​ເປັນ​ຂີດ​ໝາຍ​ຄົບຮອບ 40 ປີ ຂອງ​​ເຫດການລັກຂະ​ໂມ​ຍທີ່​ບໍ່​ສໍາ​ເລັດ​ຜົນ ຊຶ່ງໃນ​ທີ່​ສຸດ​ ​ໄດ້ເປັນ​ເຫດ​ໃຫ້​ທ່ານ Richard Nixon ຕ້ອງ​ໄດ້​ລາ​ອອກ​ຈາກ​ຕໍາ​ ແໜ່​ງປະທານາທິບໍດີສະຫະລັດ​ນັ້ນ. ເຫດການທີ່​ເລີ່​ມ​ຂຶ້ນຄື​ກັນ​ກັບ​ເປັນ​ການ​ງັດ​ແງະ​ແລະ ລັກລອບ​ເຂົ້າ​ໄປ​ລັກຂະ​ໂມ​ຍຂອງ​ທໍາ​ມະ​ດາ ທີ່​ນັກ​ຂ່າວ​ວໍ​ຊິງ​ຕັນ​ສອງ​ຄົນໄດ້ທໍາ​ການສືບສວນ​ແລະ​ເຈາະ​ເລິກ​ນັ້ນ​ ​ໄດ້​ກາຍ​ເປັນການ​ສອບ​ສວນ​ຄະດີອາຍາ​ໄປ ພ້ອມ​ກັບການ​ ສືບສວນ​ສອບ​ສວນ​ຂອງລັດຖະ​ສະພາ​ ກ່ຽວ​ກັບ​ການກະທໍາ​ຜິດ​ກົດໝາຍຢູ່​ໃນ​ວົງ​ການ​ລະດັບ​ສູງ​ສຸດ​ຂອງ​ລັດຖະບານ​ສະຫະລັດ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Suzanne Presto ມີ​ລາຍ​ງານກ່ຽວ​ກັບ​ເລຶ່ອງນອງ​ນັນ​ທີ່​​ເອີ້ນ​ກັນ​ວ່າ ຄະດີ Watergate ນັ້ນ ຊຶ່ງ​ທອງ​ປານມີ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ເບິ່ງວີດີໂອ ພາສາລາວ:

ໃນ​ປີ 1974 ທ່ານ Richard Nixon ​ໄດ້​ເປັນ​ປະທານາທິບໍດີ​ຄົນ​ທໍາ​ອິດ​ແລະ​ຄົນ​ດຽວ​ເທົ່າ​ນັ້ນ
ຂອງ​ສະຫະລັດ ທີ່ໄດ້​ລາ​ອອກ​ຈາກ​ຕໍາ​ແໜ່​ງ ​ຊຶ່ງ​ທ່ານໄດ້​ປະກາດ​ໃຫ້​ປະ​ເທດ​ຊາດ​ຮູ້​ ທາງ​ໂທ
ລະພາບ​ວ່າ:

“ຂ້າພະ​ເຈົ້າ​ຈະ​ລາ​ອອກ​ຈາກຕໍາ​ແໜ່​ງປະທານາທິບໍດີ ​ນັບ​ແຕ່​ເວລາທ່ຽງ​ວັນ ມື້ອື່ນ​ນີ້.”

ການ​ລາ​ອອກ​ຈາກ​ຕໍາ​ແໜ່​ງປະທານາທິບໍດີ​ຂອງ​ທ່ານ​ນິກສັນ ທີ່ສ້າງ​ຄວາມຕົກ​ລະ​ລຶງ​ຢ່າງ​
ໃຫຍ່ໃຫ້​ແກ່​ມະຫາຊົນນັ້ນ ​ແມ່ນ​ເປັນ​ສືບ​ເນື່ອງ​ມາ​ຈາກເລື່ອງນອງ​ນັນ ທີ່​ເອີ້ນ​ກັນ​ວ່າ
ຄະດີ Watergate.

ຕຶກໂຮງ​ແຮມ ວໍ​ເຕີ​ເກຕ ​ໃນ​ເວລາ​ນັ້ນ​ແມ່ນ​ເປັນ​ທີ່​ຕັ້ງ​ສູນ​ກາງຂອງ​ພັກ​ Democrat ຊຶ່ງ​ເປັນ
​ພັກ​ຝ່າຍ​ຄ້ານ. ຢູ່​ທີ່​ນັ້ນ​ ​ຕໍາຫຼວດ​ໄດ້​ພົບ​ເຫັນ​ນັກ​ງັດ​ແງະ​ຫ້າ​ຄົນ ​ເມື່ອ 40 ປີ ຜ່ານ​ມາ ຍ້ອນ
ບານພັບ​ປະຕູ​ອັນນີ້ ທີ່ເວລາ​ນີ້​ຕັ້ງ​ວາງສະ​ແດງ​ໃຫ້​ຄົນ​ເບິ່ງ ຢູ່​ພິພິທະ​ພັນ Newseum ທີ່​ນະ
ຄອນຫຼວງ​ວໍ​ຊິງ​ຕັນ.

Carrie Christoffersen ​ຜູ້​ກໍາກັບ​ດູ​ແລ​ພິພິທະ​ພັນ​ດັ່ງກ່າວ ​ອະທິບາຍ​ວ່າ:

“ນີ້​ແມ່ນປະຕູ​ບານ​ນຶ່ງ​ຈາກ​ຕຶກ​ວໍ​ເຕີ​ເກດ ທີ່ຖືກງັດ​ແງະ​ແລ້ວເອົາ​ເທບ​ຕິດ​ເປີດ​ໄວ້ ​ຊຶ່ງ​ມີ​ຍາມ
​ຄົນ​ນຶ່ງ​ມາ​ພົບ​ເຫັນ​ເຂົ້າ ​ແລະກາຍ​ເປັນ​ຄະດີໃຫຍ່ ວໍ​ເຕີ​ເກຕ ທີ່​ເຮົາ​ຮູ້​ກັນທຸກ​ມື້​ນີ້ ຊຶ່ງ​ບໍ່ແມ່ນ
​ເປັນ​ພຽງ​ຊື່ໂຮງ​ແຮມ​ແຫ່ງນຶ່ງ​ເທົ່າ​ນັ້ນ ​ແຕ່​ເປັນເລຶ່ອງນອງ​ນັນ ທີ່ເຮັດ​ໃຫ້​ປະທານາທິບໍດີ​ຄົນ
​ນຶ່ງຕ້ອງ​ຕົກຈາກ​ຕໍາ​ແໜ່ງ.”

ນັກ​ຂ່າວ​ໜັງສືພິມ Washington Post ສອງ​ຄົນ ຄື​ນາຍ Bob Wood ward ​ແລະ​ນາຍ
Carl Bernstein ​ໄດ້​ສືບສວນເຈາະ​ເລິກ​ຂ່າວການ​ງັດ​ແງະຫ້ອງການ​ຂອງ​ພັກ​ເດ​ໂມ​ແກຣທນັ້ນ ​
ແລະ​ພົບ​ວ່າ ​ເຫດການ​ດັ່ງກ່າວ​ມີ​ການ​ເຊື່​ອມ​ໂຍງຫລາຍ​ຂັ້ນຫລາຍ​ຕອນ ລາມໄປຈົນເຖິງ​ທໍາ
ນຽບຂາວຂອງ​ປະທານາທິບໍດີ​ນິກສັນ.

​ເມື່ອ​ບໍ່​ດົນ​ມາ​ນີ້ ນັກ​ຂ່າວ Woodward ໄດ້ເວົ້າເຖິງ​ການ​ສືບສວນ​ກ່ຽວ​ກັບເລື່ອງ​ນີ້ ທີ່ພິພິທະ​ພັນ
Newseum:

“ພວກ​ເຮົາ​ໄດ້​ລະບຸ​ຊື່​ຜູ້ທີ່​ປະກອບສ່ວນ​ ໃນ​ແຕ່​ລະຂັ້ນ​ຕອນສະ​ເພາະຂອງພຶດຕິການ​ນີ້​ ຊຶ່ງ
ໂດຍ​ເນື້ອ​ແທ້​ແລ້ວ ກໍ​ແມ່ນເປັນການ​ສົມຮູ້​ຮ່ວມ​ຄິດກັນທາງ ອາຊະ​ຍາ​ກໍາ​ ​ເພື່ອທໍາລາຍ
​ລະບົບ​ການ​ເລືອກ​ຕັ້ງ​ທີ່​ເສລີ ທີ່​ພວກ​ເຮົາ​ມີ​ຢູ່ໃນ​ປະ​ເທດ​ນີ້ ​ຊຶ່ງ​ກໍ​ຄື ທໍາ​ການຈາລະ​ກໍາແລະ
ກໍ່ວິນາດສະ​ກໍາ​ພັກ​ເດໂມແຄຣທ.”

ທ່ານ ນິກສັນ ປະຕິເສດ​ການ​ພົວພົນ​ໃນ​ເລຶ່ອງນີ້ ​ແລະ​ກ່າວ​ວ່າ:

“ປະຊາຊົນ​ໜ້າ​ຈະ​ຮູ້​ດີ​ວ່າ​ ປະທານາທິບໍດີ​ຂອງ​ພວກເຂົາ​ເຈົ້າ​ເປັນ​ຄົນ​ຄົດ​ໂກງ​ຫຼື​ບໍ່? ​
ຂ້າພະ​ເຈົ້າບໍ່​ເປັນ​ຄົນ​ຄົດ​ໂກ​ງ.”

ອຸດສາຫະກໍາ​ສ້າງ​ຮູບ​ເງົາ ຮອລລີ​ວູດ ​ໄດ້​ເອົາຄະດີ​ວໍ​ເຕີ​ເກດນີ້ ມາ​ສ້າງ​ເປັນ​ຮູບ​ເງົາ ​ໂດຍ​ອິງ
​ໃສ່ປຶ້ມອ່ານ ເລຶ່ອງ All the President’s Men ຂອງ​ນັກ​ຂ່າວ Woodward ແລະ Bernstein​.

ແຫຼ່ງຂ່າວ​ທີ່​ສະໜອງ​ຂໍ້​ມູນ​ໃຫ້ນັກ​ຂ່າວ Woodward ແລະ Bernstein ທີ່​ໃຊ້ລະຫັດວ່າ
“Deep Throat” ຫຼື​ຄໍ​ເລິກນັ້ນ ​ໄດ້​ເປີດ​ເຜີຍຕົນເອງ​ໃນເວລາ 30 ປີ​ກ່ວາ ຕໍ່​ມາ ວ່າ​ແມ່ນ Mark
Felt ​ເຈົ້າໜ້າ​ທີ່​ລະດັບສູງຂອງ ສໍານັກງານ​ສືບສວນ​ກາງ ຫຼື FBI ຂອງ​ສະຫະລັດ. ນັກ​ຂ່າວ​
ວູດ​ເວີ​ດກ່າວເຖິງ​ຜູ້ກ່ຽວວ່າ:

“​ໃນ​ຕອນ​ນຶ່ງ Mark Felt ບອກ​ຂ້າພະ​ເຈົ້າວ່າ ເດີມ​ພັນ​ສ່ວນ​ໄດ້​ສ່ວນ​ເສຍ​ແມ່ນ​ສູງ​ຫຼາຍ​
ໃນ​ເລຶ່ອງຄະດີວໍ​ເຕີ​ເກ​ຕນີ້ ຈົນ​ລາວເຊື່ອ​ວ່າມີ​ການ​ລັກລອບ​ດັກ​ຟັງ​ໂທລະສັບ ​ແລະ​ຫຼາຍ​ຊີວິດ
​ອາດ​ຕົກ​ຢູ່​ໃນ​ຄວາມ​ອັນຕະລາຍ.”

ຫຼາຍ​ສິບ​ປີ​ຫຼັງ​ຈາກ​ການ​ລາ​ອອກ​ຂອງ​ປະທານາທິບໍດີ​ນິກສັນ ​ໂຮງ​ແຮມ​ວໍ​ເຕີ​ເກຕຍັງ​ຄົງ​ເປັນ​ສິ່ງ
​ເຕືອນ​ໃຈ​ ກ່ຽວ​ກັບຄະດີນອງ​ນັນທາ​ງການ​ເມືອງ​ທີ່​ສົ່ງ​ຜົນສະທ້ອນທີ່ຮຸນ​ແຮງ​ທີ່​ສຸດຂອງ​ອາ​ເມ
​ຣິກາ ​ແລະກ່ຽວ​ກັບ​ບົດບາດ​ຂອງ​ວົງ​ການ​ຂ່າວທີ່​ມີ​ອິດ​ສະລະ​ເສລີ.

ເບິ່ງວີດີໂອ ພາສາອັງກິດ:

XS
SM
MD
LG