ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການສະໜອງຂໍ້ມູນ ສຫລ ກ່ຽວກັບ ລະດັບນ້ຳ ຂອງເຂື່ອນ ໃນແມ່ນ້ຳຂອງ ຈະຊ່ວຍຄຸ້ມຄອງນ້ຳ ໃນທາງທີ່ດີຂຶ້ນ


ເຮືອຂອງຄະນະນັກທໍລະນີວິທະຍາຈີນ ພວມສຳຫຼວດເບິ່ງແມ່ນ້ຳຂອງ ໃນເຂດຊາຍແດນລາວ-ໄທ ເມື່ອວັນທີ 23 ເມສາ 2017.
ເຮືອຂອງຄະນະນັກທໍລະນີວິທະຍາຈີນ ພວມສຳຫຼວດເບິ່ງແມ່ນ້ຳຂອງ ໃນເຂດຊາຍແດນລາວ-ໄທ ເມື່ອວັນທີ 23 ເມສາ 2017.

ໂຄງການທີ່ໄດ້ຮັບທຶນຈາກສະຫະລັດ ເພື່ອໃຊ້ດາວທຽມ ຕິດຕາມແລະພິມເຜີຍແຜ່ລະດັບນ້ຳຢູ່ຕາມເຂື່ອນຕ່າງໆ ທີ່ສ້າງໃສ່ລຳແມ່ນ້ຳຂອງ ໄດ້ມີການປະກາດໃຫ້ຊາບເມື່ອໄວໆມານີ້.

ຮອງສາສດາຈານອຽນ ແບດ (Ian Baird) ຈາກມະຫາວິທະຍາໄລ ວິສຄອນຊິນ-ແມດີສັນ (Wisconsin-Madison) ກ່າວວ່າ ມັນຈະເຮັດໃຫ້ ມີຄວາມໂປ່ງໃສຫຼາຍຂຶ້ນກ່ຽວກັບເລື້ອງນ້ຳຢູ່ໃນແມ່ນ້ຳຂອງ. ທ່ານອຽນ ແບດ ກ່າວວ່າ:


“ຄຶດວ່າມັນກາຊິເປັນໂຄງການທີ່ດີຢູ່ ເພາະວ່າ ມັນຊິເຮັດໃຫ້ມີຂໍ້ມູນຊັດເຈນໃຫ້ຫຼາຍຄົນເຂົ້າໃຈ ເພາະວ່າຜ່ານມານີ້ໜາ ຂໍ້ມູນມາແຕ່ຫຼາຍບ່ອນ ໂດຍສະເພາະຈີນນີ້ໜາ ມັນບໍ່ຄ່ອຍຊັດເຈນ ບາງທີກະໄດ້ສ່ວນນຶ່ງ ບາງທີກະບໍ່ໄດ້ຫັ້ນໜາ ມັນກາໄດ້ສະເພາະແຕ່ລັດຖະບານອີກ ບັດນີ້ໂຄງການໂຕນີ້ ມັນຊິເຮັດໃຫ້ໃຜ ເບິ່ງກະໄດ້ເນາະ ແລະມັນຊິເປີດກວ້າງ ໃນເລື້ອງໂຕນີ້ ແລະກາຊິເຮັດໃຫ້ ມີຄວາມຊັດເຈນຫຼາຍຂຶ້ນ ກ່ຽວກັບເລື້ອງນ້ຳ.”

ແມ່ນ້ຳຂອງ ຊຶ່ງຈີນເອີ້ນວ່າແມ່ນ້ຳລ້ານຊ້າງນັ້ນ ແມ່ນມີແຫຼ່ງກຳເນີດຢູ່ພູພຽງທິເບດ ຫຼັງຈາກນັ້ນກໍໄຫຼຜ່ານລົງມາ ໃສ່ປະເທດມຽນມາ ລາວ ໄທ ກຳປູເຈຍ ແລະປະເທດຫວຽດນາມ.

ໂຄງການສັງເກດການເບິ່ງເຂື່ອນໃນແມ່ນ້ຳຂອງ ຫຼື Mekong Dam Monitor ຊຶ່ງສ່ວນນຶ່ງແມ່ນໄດ້ຮັບທຶນຈາກກະຊວງການຕ່າງປະເທດ ຈະໃຊ້ດາວທຽມທີ່ສາມາດມອງຜ່ານເມກເຝື້ອໄດ້ ຕິດຕາມເບິ່ງລະດັບນ້ຳຢູ່ຕາມເຂື່ອນຕ່າງໆຂອງຈີນ.

ຜ່ານມາ ຈີນບໍ່ໄດ້ໃຫ້ຄວາມສຳຄັນ ຕໍ່ພວກນັກຄົ້ນຄວ້າ ທີ່ກ່າວວ່າ ເຂື່ອນຂອງຈີນໄດ້ກັກນ້ຳໄວ້ເພື່ອເຮັດໃຫ້ປະເທດທີ່ຢູ່ໃຕ້ເຂື່ອນລົງມາ ບ່ອນທີ່ຜູ້ຄົນປະມານ 60 ລ້ານຄົນກາງຕໍ່ນ້ຳ ໃນແມ່ນ້ຳຂອງເພື່ອການປະມົງແລະການກະສິກຳນັ້ນ ໄດ້ຮັບອັນຕະລາຍ.

XS
SM
MD
LG