ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການ​ຂາດ​ເຂີນນ້ຳ​ໃຊ້ ເປີດ​ເຜີຍບັນ​ຫາບໍ​ລິ​​ຫານ ຢູ່​ບ່ອນທີ່ມີ​ຝົນ​ຕົກ​ເປັນ​ປົກ​ກະ​ຕິ ໃນ​ຟິລິບ​ປິນ


ຮູບ​ພາບ​ສະ​ແດງ​ໃຫ້​ເຫັນທີ່​ຊາວ​ບ້ານ ບາ​ຣັງ​ກາ ພາ​ກັນ​ຍູ້​ລໍ້​ແກ່​​ນ້ຳ ໃນ​ວັນ​ທີ 14 ມີ​ນາ 2019 ໃນ​ນະ​ຄອນ​ມາ​ນິ​ລາ.
ຮູບ​ພາບ​ສະ​ແດງ​ໃຫ້​ເຫັນທີ່​ຊາວ​ບ້ານ ບາ​ຣັງ​ກາ ພາ​ກັນ​ຍູ້​ລໍ້​ແກ່​​ນ້ຳ ໃນ​ວັນ​ທີ 14 ມີ​ນາ 2019 ໃນ​ນະ​ຄອນ​ມາ​ນິ​ລາ.

ການ​ຂາດ​ເຂີນ​ນ້ຳ​ທີ່​ເປັນ​ຜົນ​ກະ​ທົບ​ຕໍ່ 6 ລ້ານ​ຄົນ​ ຊຶ່ງ​ປົກ​ກະ​ຕິ​ແລ້ວຈະ​ມີ​ຝົນ​ຕົກຢູ່​ຟິ
​ລິບ​ປິນ ທີ່ເປີດ​ເຜີຍ​ໃຫ້​ເຫັນ​ບັນ​ຫາການ​ບໍ​ລິ​ຫານ ແລະ​ຂົ່ມ​ຂູ່​ຕໍ່​ເສດ​ຖະ​ກິດ ຖ້​າຫາກ
ສະ​ພາບຄວາມ​ແຫ້ງ​ແລ້ງຍັງມີ​ສືບ​ຕໍ່​ໄປ.

ຄະ​ນະ​ກຳ​ມະ​ການ​ສະ​ພາ​ຕ່ຳ ກ່ຽວ​ກັບ​ການ​ພັດ​ທະ​ນາ​ຢູ່​ໃນໂຕ​ນະ​ຄອນ​ຫຼວງ​ມະ​ນີ​ລາ
ຂອງປະ​ເທດ ໄດ້​ຈັດ​ຕັ້ງ​ການ​ຮັບ​ຟັງຄຳໃຫ້ການ​ໃນ​ວັນ​ຈັນ​ມື້​ນີ້ ກ່ຽວ​ກັບ​ການ​ຂາດ​ເຂີນ
​ນ້ຳ. ນ້ຳ​ກັອກ​ໄດ້​ຖືກ​ກ​ະທົບກະເທືອນ​ໃນ​ເດືອນ​ນີ້ ​ເຮັດ​ໃຫ້​ເກີດ​ການ​ຂາດ​ນ້ຳ​ໃຊ້​ເປັນ​
ໄລ​ຍະ ຢູ່ໃນ​ພາກ​ສ່ວນຂອງເມືອງ​ທີ່​ຂະ​ຫຍາຍ​ອອກ​ໄປ ແລະ​ຄົບ​ເຂົ້າ​ຫາ​ກັນ​ກັບ
​ແຂວງ​ຣີ​ຊາ​ລ.

ເດັກ​ນ້ອຍ​ແມ່​ຍິງ​ຟິ​ລິ​ປິນ​ຄົນ​ນຶ່ງ ກຳ​ລັງ​ນັ່ງ​ລໍ​ຖ້າ​ລ​ົດ​ນໍ້າ​ມາ​ສົ່ງ ​ ທີ່​ເຂດ​ນະ​ຄອນ​ຫຼວງ​ມາ​ນີ​ລາ ຟິ​ລິບ​ປິນ ວັນ​ທີ 14 ມີ​ນາ 2019.
ເດັກ​ນ້ອຍ​ແມ່​ຍິງ​ຟິ​ລິ​ປິນ​ຄົນ​ນຶ່ງ ກຳ​ລັງ​ນັ່ງ​ລໍ​ຖ້າ​ລ​ົດ​ນໍ້າ​ມາ​ສົ່ງ ​ ທີ່​ເຂດ​ນະ​ຄອນ​ຫຼວງ​ມາ​ນີ​ລາ ຟິ​ລິບ​ປິນ ວັນ​ທີ 14 ມີ​ນາ 2019.

ຫ້ອງ​ການ​ປະ​ທ​າ​ນາ​ທິ​ບໍ​ດີ​ໄດ້​ປະ​ກາດ​ທີ່​ຈະ​ສືບ​ສວນເຊັ່ນ​ດຽວ​ກັນ ໂຄ​ສົກ​ຫ້ອງ​ການ
​ໄດ້​ອ້າງ​ຄຳ​ເວົ້າ​ໃນ​ວັນ​ສຸກຜ່ານທາງ​ອົງ​ການ​ຂ່າວທາງ​ກາ​ນຟິ​ລິບ​ປີນ.

ການ​ສື​ບ​ສວນ​ໄດ້ເກີດ​ຂຶ້ນ​ໃນ​ຂະ​ນະ​ທີ່​ຊາວ​ຟິ​ລິບ​ປີນ​ຮຽກ​ຮ້ອງ​ຢາກ​ຮູ້​ວ່າ ເປັນ​ຫຍັງ​
ເຂດ​ທີ່​ບໍ​ລິ​ການ​ໂດຍ​ຜູ້​ບໍ​ລິ​ການ​ນ້ຳ​ແຫ່ງ​ນຶ່ງ ຈຶ່ງໄດ້​ປະ​ເຊີນ​ໜ້າ​ ກັບ​ການຖືກ​ລົບ​ກວນ
ໃນ​ຂະ​ນະ​ທີ່​ບັນ​ດາຜູ້​ຢູ່​ພາຍ​ໃຕ້​ຜູ້​ບໍ​ລິ​ຫານ​ນ້ຳ​ແຫ່ງ​ອື່ນ​ໆ​ໄດ້​ໃຫ້​ຮັບ​ນ້ຳ​ໄຫ​ລ​ມາ​ຢ່າງ
ເປັນ​ປົກ​ກະ​ຕິ. ບັນ​ຫາ​ໃນ​ທີ່​ສຸດອາດເຮັດ​ໃຫ້​ສະ​ທ້ອນສ້າງ​ຄວາມເສຍຫາຍແກ່ທຸ​ລະ​
ກິດ​ ແລະ​ບໍ່​ດັ່ງ​ນັ້ນຈະ​ເປັນ​ການ​ສ້າງ​ຊື່​ສຽງບໍ່ດີໃຫ້​ຄວາມ​ແຂງ​ແກ່ນ​ຂອງ ປະ​ທາ​ນາ​ທິບໍ
ດີ​ໂຣດຣີ​ໂກ ດູ​ເ​ຕີເຕ ຢູ່​ໃນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ ທີ່​ບັນ​ດາ​ນັກ​ວິ​ເຄາະ​ເຊື່ອກັນ.

ອ່ານ​ຂ່າວ​ນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG