ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການປະທ້ວງ ຍ້ອນຂາດແຄນນ້ຳ ໃນອີຣ່ານ ເຮັດໃຫ້ມີຜູ້ເສຍຊີວິດເພີ້ມຂຶ້ນເປັນສາມຄົນ ແລະແກ່ຍາວ ມາເປັນມື້ທີເຈັດແລ້ວ


ຮູບພາບທີ່ໄດ້ມາຈາກສື່ອອນລາຍ, ກອງກໍາລັງປ້ອງກັນຄວາມສະຫງົບຂອງອີຣ່ານ ໄດ້ອອກປະຈໍາການຢູ່ເມືອງອີເຊະ, ແຂວງຄູເຊັສຕານ ໃນວັນທີ 20 ກໍລະກົດ, ປີ 2021. ເພື່ອຮັບມືກັບການຕໍ່ຕ້ານລັດຖະບານ. VOA ບໍ່ສາມາດກວດສອບພາບໄດ້.
ຮູບພາບທີ່ໄດ້ມາຈາກສື່ອອນລາຍ, ກອງກໍາລັງປ້ອງກັນຄວາມສະຫງົບຂອງອີຣ່ານ ໄດ້ອອກປະຈໍາການຢູ່ເມືອງອີເຊະ, ແຂວງຄູເຊັສຕານ ໃນວັນທີ 20 ກໍລະກົດ, ປີ 2021. ເພື່ອຮັບມືກັບການຕໍ່ຕ້ານລັດຖະບານ. VOA ບໍ່ສາມາດກວດສອບພາບໄດ້.

ການປະທ້ວງຍ້ອນການຂາດແຄນນໍ້າ ເນື່ອງຈາກບັນຫາຝົນແລ້ງໃນພາກຕາເວັນຕົກສຽງໃຕ້ຂອງອີຣ່ານ ເບິ່ງຄືວ່າຈະແຜ່ກະຈາຍໄປເມືອງຕ່າງໆຫລາຍຂຶ້ນ ແລະສົ່ງຜົນໃຫ້ມີການລາຍງານ ຈາກທາງການວ່າ ມີຜູ້ເຄາະຮ້າຍເສຍຊີວິດເປັນຄົນທີ່ສາມ ຈາກເຫດການຄວາມບໍ່ສະຫງົບວຸ້ນວາຍທີ່ແກ່ຍາວມາເປັນມຶ້ທີເຈັດແລ້ວ.

ພາບວີດີໂອທີ່ເອົາລົງໃນສື່ສັງຄົມອອນລາຍສະແດງໃຫ້ເຫັນການປະທ້ວງ ຢູ່ຕາມຖະໜົນຫົນທາງ ໃນມື້ວັນພຸດວານນີ້ ຕາມພື້ນທີ່ຕ່າງໆ ຂອງແຂວງຄູເຊັສຕານ (Khuzestan), ເຊິ່ງລວມມີເມືອງ ຊູຊານເກີດ (Susangerd) ແລະເມືອງ ມາສເຈດ ໂຊເລມານ (Masjed Soleyman). ພວກປະທ້ວງໄດ້ຮ້ອງອອກມາຢູ່ເມືອງມາສເຈດ ໂຊເລມານວ່າ “ຕໍາຫຼວດ, ມາສະໜັບສະໜຸນພວກເຮົາດ້ວຍ,” ເຊິ່ງເປັນການກ່າວເຖິງຄວາມກັງວົນ ກ່ຽວກັບກໍາລັງຮັກສາຄວາມປອດໄພ ທີ່ມີການປາບປາມກຸ່ມຜູ້ຊຸມນຸມຢ່າງຮຸນແຮງ ໃນຄັ້ງກ່ອນນີ້.

ໃນພາບວີດີໂອອື່ນໆສະແດງໃຫ້ເຫັນປະຊາຊົນຊາວອີຣ່ານ ຢູ່ໃນເມືອງຢາສເດັນຊາຮ໌ (Yazdenshahr) ໃກ້ກັບແຂວງອິສຟາຮານ (Isfahan) ເພື່ອສະໜັບສະໜຸນພວກປະທ້ວງ ໃນແຂວງຄູເຊັສຕານ. ການຊຸມນຸມຢູ່ໃນແຂວງ ອິສຟາຮານຈະເປັນກຸ່ມປະທ້ວງທໍາອິດໃນແຂວງນີ້ ນັັບຕັ້ງແຕ່ການປະທ້ວງປະຈໍາວັນເລີ້ມມີຂຶ້ນ ຢູ່ໃນແຂວງຄູເຊັສຕານ ໃນວັນພະຫັດຂອງອາທິດແລ້ວນີ້ ແລະໄດ້ຄ່ອຍໆກາຍເປັນການກໍ່ຄວາມບໍ່ສະຫງົບທີ່ກວ້າງ ແລະຕໍ່ເນື່ອງທີ່ສຸດ ໃນຮອບຫລາຍເດືອນ.

ວີໂອເອ ບໍ່ສາມາດກວດສອບວີດີໂອທີ່ກ່າວວ່າ ມາຈາກເມືອງຄູເຊັສຕານ ແລະອິສຟາຮານໄດ້ ຢ່າງເປັນອິດສະຫລະ. ອີຣ່ານໄດ້ກີດກັ້ນ ວີໂອເອໃນການລາຍງານຂ່າວພາຍໃນປະເທດ.

ໃນການເຄື່ອນໄຫວໃນດ້ານອື່ນໆ, ເວັບໄຊຂອງອົງການຂ່າວ ILNA ທີ່ໄດ້ຮັບການອະນຸມັດຈາກທາງການອີຣ່ານ ໄດ້ອ້າງຄຳເວົ້າຂອງເຈົ້າໜ້າທີ່ລະດັບສູງຂອງເມືອງອີເຊະ (Izeh) ໃນແຂວງຄູເຊັສຕານ, ທ່ານ ຫັດຊານ ນາບູຕີ (Hassan Nabouti), ໃນຂະນະທີ່ລາຍງານ ມີການເສຍຊີວິດນຶ່ງຄົນໃນເຫດ ການປະທ້ວງໃນທ້ອງຖິ່ນ ກ່ຽວກັບການຂາດນໍ້າ ໃນມື້ວັນອັງຄານແລ້ວນີ້.

ທ່ານນາບູຕີ ກ່າວວ່າ ບຸກຄົນດັ່ງກ່າວໄດ້ຮັບບາດເຈັບຈາກການປະທ້ວງ ແລະຖືກນໍາສົ່ງໂຕສົ່ງໄປໂຮງໝໍດ້ວຍລົດສ່ວນໂຕ ແຕ່ໄດ້ຖືກແຈ້ງວ່າ ເສຍຊີວິດໃນເວລາຕໍ່ມາ. ທ່ານນາບູຕີ ກ່າວວ່າ ການສອບສວນແມ່ນຢູ່ລະຫວ່າງການດໍາເນີນການເພື່ອລະບຸໂຕຜູ້ໂຈມຕີ ແລະເສີມວ່າ ເຈົ້າໜ້າທີ່ຮັກສາຄວາມປອດໄພ 14 ຄົນກໍ່ໄດ້ຮັບບາດເຈັບ ໃນເຫດການປະທ້ວງຄັ້ງນີ້.

ສື່ມົນຊົນຂອງທາງການອີຣ່ານໄດ້ມີການລາຍງານກ່ອນໜ້ານີ້ ກ່ຽວກັບການສັງ ຫານຜູ້ຊາຍສອງຄົນດ້ວຍການຍິງປືນລະຫວ່າງການປະທ້ວງໃນມື້ວັນສຸກອາທິດແລ້ວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG