ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແກ້ວນໍ້າທີີ່ມີຢາພິດ ພົບເຫັນຢູ່ໃນໂຮງແຮມ ບ່ອນທີ່ທ່ານນາວາລນີ ພັກເຊົາ


ແກ້ວນໍ້າທີ່ພົບເຫັນຢູ່ໃນຫ້ອງໂຮງແຮມ ບ່ອນທີ່ທານອາເລັກເຊ ນາວາລນີ ຜູ້ຕຳໜິວັງເຄຣມລິນ ພັກເຊົາຢູ່ນັ້ນ ວັນທີ 17 ກັນຍາ 2020.
ແກ້ວນໍ້າທີ່ພົບເຫັນຢູ່ໃນຫ້ອງໂຮງແຮມ ບ່ອນທີ່ທານອາເລັກເຊ ນາວາລນີ ຜູ້ຕຳໜິວັງເຄຣມລິນ ພັກເຊົາຢູ່ນັ້ນ ວັນທີ 17 ກັນຍາ 2020.

ບັນດາເພື່ອນຂອງທ່ານອາເລັກເຊ ນາວາລນີ ກ່າວວ່າ ການຊອກຫາຮ່ອງຮອຍ ຂອງສານພິດທຳລາຍປະສາດທີ່ໃຊ້ຕໍ່ຜູ້ນຳນັກການເມືອງຝ່າຍຄ້ານຂອງຣັດເຊຍ ໄດ້ພົບເຫັນແລ້ວ ຢູ່ແກ້ວນໍ້າດື່ມ ໃນຫ້ອງຂອງໂຮງແຮມບ່ອນທີ່ທ່ານໄດ້ພັກເຊົາ ໃນເມືອງທົມສ໌ຂອງຣັດເຊຍ.

ທ່່ານນາວາລນີ ອາຍຸ 44 ປີ ໄດ້ຮູ້ສຶກບໍ່ສະບາຍຢູ່ເທິງເຮືຶອບິນໃນຂະທີ່ເດີນທາງ ຈາກເມືອງທົມສ໌ ໄປຫານະຄອນຫຼວງມົສກູໃນຕອນທ້າຍເດືອນສິງຫາທີ່ຜ່ານມາ ຊຶ່ງໄດ້ບັງຄັບໃຫ້ເຮືອບິນລົງຈອດສຸກເສີນຢູ່ເມືອງທົມສ໌ບ່ອນທີ່ທ່ານໄດ້ຖືກນຳສົ່ງຢ່າງຮີບຮ້ອນໄປໂຮງໝໍ. ຕໍ່ມາທ່ານໄດ້ບິນຮັກສາໂຕທີ່ໂຮງພະຍາບານ Charite ໃນນະຄອນເບີລິນ ປະເທດເຢຍຣະມັນ ບ່ອນທີ່ມີການກວດຫາຢາພິດພົບວ່າ “ມີຫລັກ ຖານທີ່ຕ້ອງບໍ່ສົງໄສ” ວ່າຜູ້ຕໍາໜິວັງເຄຣມລິນທ່ານນີ້ໄດ້ລົ້ມປ່ວຍຢ່າງແຮງຍ້ອນການວາງຢາພິດທຳລາຍປະສາດ Novichock ຊຶ່ງເປັນກຸ່ມເຄມີຂອງໂຊຫວຽດ.

ຢູ່ໃນບົດຂ່າວອິນສຕຣາກຣາມຂອງທ່ານນາວາລນີ ກ່າວໃນວັນທີ 17 ກັນຍາວ່າ ບັນດາເພື່ອນຮ່ວມງານຂອງທ່ານ ຍັງຢູ່ທີ່ໂຮງແຮມແຊນເດີ ໃນເມືອງທົມສ໌ ເວລາຂ່າວຂອງການລົ້ມປ່ວຍຂອງທ່ານໄດ້ຖືກເຜີຍແຜ່ອອກມາ. ເຂົາເຈົ້າໄດ້ພາກັນຮີບຮ້ອນໄປຫາຫ້ອງທີ່ທ່ານນາວາລນີຫາກໍອອກມານັ້ນ ແລະຫ້ອງທີ່ຍັງບໍ່ທັນໄດ້ ທຳຄວາມສະອາດ ພວກເຂົາເຈົ້າໄດ້ພາກັນເກັບກຳເອົາ ສິ່ງຂອງ ທີ່ໜ້າສົງໄສຕ່າງໆທີ່ເຂົາເຈົ້າເຫັນຮວມທັງແກ້ວນໍ້າທີ່ເປີດແລ້ວຍີ່ຫໍ້ທີ່ແປວ່າ “Holy Spring” ຫຼືນໍ້າສັກສິດ ຫຼືເວົ້າໄດ້ອີກແນວນຶ່ງວ່າ “Saint Spring.”

ຢູ່ໜ້າເວັບໄຊ Proeki ໃນວັນທີ 17 ກັນຍາ ໄດ້ໃຫ້ຂໍ້ສັງເກດວ່າ ເພື່ອນຮ່ວມງານຄົນນຶ່ງ ຂອງທ່ານນາວາລນີ ຜູ້ທີ່ກ່າວວ່າ ແກ້ວນໍ້າໄດ້ຖືກນຳໄປນະຄອນ ເບີລິນ ໂດຍທິມງານຄົນນຶ່ງຂອງທ່ານນາວາລນີ ຍານາງມາເຣຍ ເປີຈິກ ຜູ້ທີ່ຢູ່ ປະເທດອັງກິດ.

ອົງການເກືອດຫ້າມດ້ານອາວຸດເຄມີຫຼືຶ OPCW ທີ່ມີຫ້ອງການຕັ້ງຢູ່ນະຄອນເຮກ ກ່າວໃນວັນທີ 17 ກັນຍາວ່າ ຕົນໄດ້ໃຫ້ການຊ່ວຍເຫຼືອ ດ້ານເທັກນິກ ແກ່ເຢຍ ຣະມັນ ໃນການສືບສວນກໍລະນີຂອງທ່ານນາວາລນີ ທີ່ຖືກວາງຢາພິດທຳລາຍປະສາດ.

ຖະແຫຼງການກ່າວວ່າ “ທີມງາມຂອງບັນດາຜູ້ຊ່ຽວຊານດ້ານເທັກນິກ ທີ່ເປັນອິດ ສະຫຼະ ໄດ້ເກັບກຳເອົາໂຕຢ່າງສານເຄມີ ຈາກທ່ານນາວາລນີ ເພື່ອທຳການວິ ເຄາະ ໂດຍຫ້ອງແລັບ ຂອງອົງການ OPCW ທີ່ຖືກກຳນົດໄວ້ນັ້ນ. ຜົນຂອງ ການວິເຄາະຈະອອກມາ ແລະຈະຖືກແບ່ງປັນໃຫ້ພວກເຈົ້າໜ້າທີ່ເຢຍຣະມັນ.”

ເຢຣະມັນໄດ້ຮຽກຮ້ອງໃຫ້ຣັດເຊຍອະທິບາຍກ່ຽວກັບເຫດການທີ່ເກີດຂຶ້ນ ແຕ່ຣັດ ເຊຍໄດ້ປະຕິເສດຢ່າງແຂງຂັນໃນການພົວພັນ ແລະກົດດັນໃຫ້ເຢຍຣະມັນ ແບ່ງ ປັນຫລັກຖານ ທີ່ພາໃຫ້ມີການຕັດສິນໃຈວ່າທ່ານນາວາລນີໄດ້ຖືກວາງຢາພິດນັ້ນ ໃຫ້ກັບຕົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG