ກຸ່ມ Transparency International ທີ່ເປັນກຸ່ມຕໍ່ຕ້ານການສໍ້ລາດບັງຫຼວງ ທີ່ມີຫ້ອງການ ຕັ້ງຢູ່ໃນນະຄອນ ເບີລິນ ກ່າວວ່າຕົນເປັນຫ່ວງວ່າການກ່າວຫາຕ່າງໆ ກ່ຽວກັບບັນຫາຂັດແຍ້ງ ເລື່ອງຜົນປະໂຫຍດ ແລະ ການເກື້ອກຸນຍາດມິດ ເມື່ອມີອຳນາດ ຢູ່ໃນຄະນະລັດຖະ ບານ ຂອງທ່ານທຣຳ ອາດສົ່ງຜົນກະທົບ ຕໍ່ສາຍຕາ ຂອງນານາຊາດ ກ່ຽວກັບ ຄວາມສາ ມາດຂອງ ອາເມຣິກາ ທີ່ຈະສືບຕໍ່ ຮັບໃຊ້ເປັນ ແຊມປ້ຽນ ໃນຄວາມພະຍາຍາມ ຕໍ່ສູ້ຕ້ານຢັນ ການຄໍຣັບຊັນ ຢູ່ໃນທົ່ວໂລກ. ຜູ້ສື່ຂ່າວຂອງວີໂອເອ ປະຈຳຢູໂຣບ Luis Ramirez ມີລາຍງານເລື່ອງນີ້ ຊຶ່ງ ໄຊຈະເລີນສຸກ ຈະນຳເອົາລາຍລະອຽດ ມາສະເໜີທ່ານ.
ອົງການແຫ່ງຄວາມໂປ່ງໃສສາກົນ ຫຼື Transparency International ທີ່ມີຫ້ອງການ ຕັ້ງຢູ່ໃນນະຄອນເບີລິນ ບໍ່ໄດ້ແຕ່ງຄຳສັບໃດໆຂຶ້ນມາ ເພື່ອບັນລະຍາຍອັນທີ່ຕົນເຫັນ
ວ່າ ເປັນຮ່ອງຮອຍແຫ່ງຄວາມສັບສົນ ໃນລັດຖະບານຊຸດໃໝ່ ຂອງທ່ານທຣຳ.
ທ່ານ Robert Barrington ຈາກກຸ່ມຄວາມໂປ່ງໃສ ສາກົນ ກ່າວວ່າ “ຄວາມກັງວົນ ທັງຫຼາຍ ກ່ຽວກັບສະຫະລັດ ແມ່ນເລື່ອງຕ່າງໆທີ່ເພັ່ງເລງໃສ່ອຳນາດ ແນວຄິດ ທີ່ ກ່ຽວພັນກັບບັນຫາຂັດແຍ້ງ ດ້ານຜົນປະໂຫຍດທີ່ຂາດການຈັດການ ການຫຼິ້ນພັກ ຫຼິ້ນພວກ ການເກື້ອກຸນຍາດມິດ ແລະການປິດປາກປິດສຽງສື່ມວນຊົນ. ສະນັ້ນ ນີ້ແມ່ນສະພາບການຕ່າງໆ ທີ່ພວກເຮົາຄວນແນມຫາ ໃນອະນາຄົດ ເຊິ່ງມັນ ຈະເປັນບ່ອນທີ່ອາດຈະເຮັດໃຫ້ ປະເທດເຊື່ອມໂຊມລົງ.”
ທ່ານປະທານາທິບໍດີ ດໍໂນລ ທຣຳ ໄດ້ປະຕິຍານວ່າ ຈະ “ເຮັດໃຫ້ບວກ ບົກແຫ້ງ” ແລ້ວນຳເອົາອຳນາດໄປຈາກ ພວກເຖົ້າໆແກ່ໆໃນວໍຊິງຕັນ ໄປມອບຄືນໃຫ້ແກ່
ປະຊາຊົນ.
ແຕ່ການຕັດສິນໃຈຂອງທ່ານທຣຳ ທີ່ຈະແຕ່ງຕັ້ງລູກເຂີຍຂອງທ່ານ ໃຫ້ມາເປັນ
ທີ່ປຶກສາອາວຸໂສ ແລະ ຂໍ້ກ່າວຫາຕ່າງໆນາໆ ເລື່ອງບັນຫາຂັດແຍ້ງດ້ານຜົນປະ
ໂຫຍດ ໄດ້ດຶງດູດເອົາສື່ມວນຊົນສະຫະລັດ ໃຫ້ມາທຳການກວດສອບ ແລະ ນັ້ນ ກໍແມ່ນໄດ້ເຮັດໃຫ້ ກຸ່ມແຫ່ງຄວາມໂປ່ງໃສ ສາກົນ ກ່າວວ່າ ອາດຈະເຮັດໃຫ້ພາບ
ພົດຂອງການເປັນຜູ້ນຳຂອງໂລກ ໃນການຕໍ່ຕ້ານກັບການສໍ້ລາດບັງຫຼວງ ຂອງ
ອາເມຣິກາ ເຊື່ອມເສຍ.
ທ່ານ Barrington ກ່າວອີກວ່າ “ມັນເປັນບົດບາດທີ່ສຳຄັນຍິ່ງ ທັງເປັນບົດບາດ ທີ່ປະສົບຜົນສຳເລັດຢ່າງຫລວງຫຼາຍ ແຕ່ມັນຈະສາມາດເຮັດແນວນັ້ນໄດ້ ກໍຕໍ່ ເມື່ອຕົນມີອຳນາດດ້ານສິນທຳ ທີ່ຈະບອກຄົນອື່ນໆ ໃຫ້ດຳລົງຊີວິດ ຢູ່ຕາມ ລະດັບມາດຕະຖານຂອງຕົນເອງໄດ້ ແລະ ຖ້າຫາກເມື່ອໃດລະດັບມາດຕະຖານ ຂອງຕົນເອງ ຕົກຕ່ຳລົງ ແລ້ວເວລານັ້ນ ມັນກໍຈະກາຍເປັນບັນຫາ.”
ກຸ່ມແຫ່ງຄວາມໂປ່ງໃສ ຊີ້ໃຫ້ເຫັນວ່າ ບໍ່ມີຮ່ອງຮອຍໃດໆ ທີ່ເປັນຈິງ ຂອງການສໍ້ລາດ ບັງຫຼວງ ແລະ ບັນດາຜູ້ທີ່ຖືກສະເໜີຊື່ທັງຫຼາຍ ຂອງທ່ານທຣຳ ກໍໄດ້ພາກັນຜ່ານຂັ້ນ
ຕອນຕ່າງໆໄປດ້ວຍດີ. ພາຍໃນກຸ່ມຜູ້ຖືກສະເໜີຊື່ ທີ່ຖືກສອບຖາມໜັກທີ່ສຸດ ກໍຄື
ທ່ານ Rex Tillerson ຜູ້ຖືກສະເໜີຊື່ ໃຫ້ເປັນລັດຖະມົນຕີການຕ່າງປະເທດນັ້ນ.
ທ່ານ Jacob Parakilas ຈາກອົງການ Chatham House ກ່າວວ່າ “ຂ້າພະເຈົ້າ
ຄິດວ່າ ທ່ານ Rex Tillerson ເຮັດວຽກງານໄດ້ດີ ໃນການປົດເປື້ອງຕົນເອງ ອອກຈາກຮຸ້ນບໍລິສັດ Exxon ຂອງເພິ່ນໃນທັນທີທັນໃດ ເຊິ່ງໄດ້ຫລຸດຜ່ອນບັນຫາ
ຂັດແຍ້ງດ້ານຜົນປະໂຫຍດອອກ. ສຳນັກງານດ້ານຈັນຍາບັນຂອງລັດຖະບານ ໄດ້ແນະນຳໃຫ້ ທ່ານປະທານາທິບໍດີ ແລະ ບັນດາຜູ້ທີ່ຖືກສະເໜີຊື່ຂອງທ່ານ ຮູ້ ກ່ຽວກັບບັນຫາຕ່າງໆເຫຼົ່ານີ້ ເຊິ່ງທ່ານໄດ້ຮັບການຮັບຮອງເອົາ ຂ້ອນຂ້າງ ທີ່
ວ່ອງໄວ. ສ່ວນຜູ້ຖືກສະເໜີຊື່ຄົນອື່ນໆ ກໍຍັງມີຄຳຖາມບາງສ່ວນ ທີ່ພວກເພິ່ນ ຈະຕ້ອງໄດ້ຄຳນຶງເຖິງ.”
ສຳລັບບັນດາຜູ້ນຳຂອງໂລກ ຜູ້ທີ່ສະແຫວງຢາກສ້າງສາຍສຳພັນ ກັບປະທານາທິບໍດີ ຄົນໃໝ່ ນັ້ນ ການຮັບຮູ້ເຖິງແນວໂນ້ມ ຂອງການສໍ້ລາດບັງຫຼວງ ໃນສະຫະລັດ ກໍແມ່ນ
ວ່າ ຢູ່ໃນຂັ້ນຕອນນີ້ແລ້ວ ຖືວ່າ ເປັນເລື່ອງທີ່ບໍ່ສຳຄັນປານໃດ.
Facebook Forum