ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສິດເສລີ​ພາບ​ ໃນດ້ານ​ຂ່າ​ວສານ​ ໄດ້​ຫຼຸດລົງສູ່ ລະດັບຕ່ຳສຸດ ​ໃນຮອບ 10 ປີ ຢູ່​ໃນທົ່ວ​ໂລກ


Report: Press Freedom Declines to Lowest Point In 12 Years
please wait

No media source currently available

0:00 0:02:16 0:00

ສິດເສລີ​ພາບ​ໃນດ້ານ​ຂ່າ​ວສານ​ ໄດ້​ຫລຸດຕ່ຳ​ລົງ​ຢູ່​ທົ່ວ​ໂລກ ​ໃນ​ປີແລ້ວນີ້ ຈົນເຖິງ​ຈຸດຕໍ່າ ​ສຸດ ​ໃນ​ຮອບ​ນຶ່ງ​ທົດ​ສະ​ວັດກວ່າໆ​ທີ່​ຜ່ານ​ມາ ອີງ​ຕາມ​ການ​ສະຫຼຸບ​ຂອງກຸ່ມ ​ຄຸ້ມ​ຄອງ​ສິດ ​ເສລີພາບ​ໃນ​ດ້ານ​ນີ້ ​ທີ່​ນະຄອນຫລວງວໍ​ຊິງ​ຕັນ.

ອົງການ Freedom House ທີ່​ໃຫ້ການ​ສະໜັບສະໜຸນ ​ຕໍ່ການ​ຂະຫຍາຍສິດ​ເສລີພາບ ແລະ​ປະຊາທິປະໄຕຢູ່ໃນທົ່ວ​ໂລກນັ້ນກ່າວ​ຢູ່​ໃນ​ລາຍ​ງານ​ທີ່​ອອກໃນ​ວັນ​ພຸດ​ມື້​ນີ້​ວ່າ ມີ​ພຽງ​ແຕ່ນຶ່ງ​ໃນທຸກ​ເຈັດ​ຄົນ​ໃດ​ຢູ່​ໃນ​ທົ່ວ​ໂລກ ອາ​ໄສຢູ່​ໃນ​ບັນດາ​ປະ​ເທດ​ບ່ອນ​ທີ່​ລາຍ​ງານ​ຂ່າວ​ ການ​ເມຶ​ອງ​ເປັນທີ່​ເຂັ້ມ​ແຂງ​ ​ຄວາມ​ປອດ​ໄພຂອງ​ນັກ​ຂ່າວ​ ໄດ້ຮັບການ​ຄ້ຳປະກັນ​ ມີ​ການ ​ລ່ວງ​ລໍ້າ​ຕໍ່ທຸລະ​ກິດ​ສື່​ມວນຊົນພຽງເລັກ​ນ້ອຍ​ຈາກ​ລັດຖະບານແລະສື່​ມວນ​ຊົນ “​ບໍ່ໄດ້ສ້າງ ຄວາມຍາກ​ລຳ​ບາກທາງດ້ານ​ກົດ ໝາຍຫລື​ການກົດ​ດັນ​ທາງດ້ານເສດຖະກິດ.”

ທ່ານ​ນາງ Jennifer Dunham ຜູ້​ອຳນວຍ​ການຝ່າຍ​ຄົ້ນ​ຄວ້າ ​ຂອງລາຍ​ງານ ກ່າວ​ຕໍ່ວີ​ ໂອເອ ວ່າບັນດາ​ຜູ້​ປົ​ຄອງຜະ​ເດັດ​ການ ​ແລະ​ພວກ​ກຸ່ມ​ກໍ່​ການ​ຮ້າຍ​ຢູ່ໃນທົ່ວ​ໂລກ ກຳລັງ​ ທັບ​ມ້າງ​ການ​ລາຍ​ງານ​ ທີ່​ເປັນອິດສະຫຼະ ຂອງ​ພວກ​ນັກ​ຂ່າວ ໃນ​ຂະນະ​ທີ່ມີ​ການ​ຈັບໃສ່​ຄຸກ ທຳຮ້າຍ ​ແລະ​ສັງຫານ​ພວກ​ນັກ​ຂ່າວ ​ຜູ້​ທີ່​ກ້າ​ຂຽນຂ່າວ ​ແລະ ​ລາຍ​ງານ​ຂ່າວໂທລະ ພາບທີ່ຂັດ​ຕໍ່ຄຳ​ສັ່ງ​ເຈົ້າໜ້າ​ທີ່​ລັດຖະບານຫລື​ເປີດ​ເຜີຍ ​ການ​ສໍ້​ລາດ​ບັງ​ຫຼວງ. ທ່ານ​ນາງ​ກ່າວ​ວ່າ ຢູ່​ໃນ​ປະ​ເທດອຶ່ນໆເຊັ່ນ​ຈີນການຈຳກັດ​ການ​ເຂົ້າ​ຫາ​ອິນ​ເຕີ​ແນັດ​ຂອງ​ບາງ​ເວັບ​ໄຊທີ່​ອາດ​ເປັນ​ຜົນ​ສະທ້ອນ​ຢ່າງ​ແຮງ​ຕໍ່​ລັດຖະບານ​ທີ່​ກຳ​ອຳນາດ​ຢູ່​ນັ້ນ.

ສະພາບຂອງສິດເສລີພາບ ອີງຕາມອົງການ Freedom House.
ສະພາບຂອງສິດເສລີພາບ ອີງຕາມອົງການ Freedom House.

ທ່ານ​ນາງ​ໄດ້​ຖິ້ມ​ໂທດ ການ​ຊຸດ​ໂຊມ​ລົງຂອງ​ສິດ​ເສລີພາບດ້ານ​ຂ່າວສານ ​ຢູ່​ໃນ​ທົ່ວໂລກ ໃສ່ “ການ​ກໍ່ຄວາ​ມຮຸນ​ແຮງ​ເພີ້ມຂຶ້ນຕໍ່ບັນດາ​ນັກ​ຂ່າວ” ​ແລະ​ການ​ມີຄວາມ​ລຳອຽງຕື່ມ​ຂຶ້ນ​ໃນ​ການ​ລາຍ​ງານ​ຂ່າວແລະການ​ແຍກ​ອອກ​ເປັນ​ສອງ​ຂົ້ວຂອງ​ອົງການ​ສື່​ມວນ​ຊົນຕ່າງໆ ​ຢູ່ໃນ​ທົ່ວ​ໂລກ ​ໂດຍ​ທີ່​ມີ​ພວກ​ນັກ​ຂ່າວ​ຈຳນວນ​ນຶ່ງ ​ຖືກ​ບັງຄັບ​ຈາກ​ລັດຖະບານ ​ແລະ​ ບັນ ດາ​ກຸ່ມກະບົດ​ເພື່ອ​ໃຫ້​ເຂົ້າຂ້າງ​ຕົນ ​ໃນ​ການປະ​ທະ​ກັນ​ດ້ວຍອາວຸດ ຫລື​ໂດຍ​ກຸ່ມສື່​ມວນ ຊົນ​ທີ່​ມີ​ອິດ​ທິພົນເພື່ອ​ປົກ​ປ້ອງຜົນ​ປະ​ໂຫຍ​ດທາງທຸລະ​ກິດ​ຂອງ​ເຂົາ​ເຈົ້າ.

The biggest gains and declines in the rankings in the period from 2011-2015.
The biggest gains and declines in the rankings in the period from 2011-2015.

ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ

XS
SM
MD
LG