ອົງການສິ້ງຊອມປະຊາທິປະໄຕ ຫຼື FREEDOM HOUSE ທີ່ມີຫ້ອງການຕັ້ງໃນ ສະ
ຫະລັດ ເວົ້າວ່າ ເສລີພາບແມ່ນກຳລັງຊຸດໂຊມລົງ ໃນທົ່ວໂລກ, ພ້ອມກັບສິດທິທາງ
ການເມືອງ ແລະ ສິດທິຂອງສ່ວນບຸກຄົນ.
ໃນລາຍງານປະຈຳປີຂອງເຂົາເຈົ້າ ທີ່ໄດ້ເປີດເຜີຍໃນວັນພຸດມື້ນີ້, ກຸ່ມທີ່ບໍ່ຂຶ້ນກັບລັດຖະ
ບານດັ່ງກ່າວ ໄດ້ເວົ້າວ່າ ເສລີພາບໃນດ້ານການຂ່າວຢູ່ທົ່ວໂລກ ໄດ້ຫຼຸດລົງເຖິງຈຸດທີ່
ຕ່ຳທີ່ສຸດຂອງມັນ ໃນຮອບດົນກວ່ານຶ່ງທົດສະວັດ ຍ້ອນການປາບປາມສື່ມວນຊົນທີ່
ເປັນອິດສະຫຼະຢ່າງຕໍ່ເນື່ອງ ໃນປະເທດອຳນາດຜະເດັດການ ແລະ ໄພຂົ່ມຂູ່ທີ່ບໍ່ເຄີຍມີ
ມາກ່ອນຕໍ່ບັນດານັກຂ່າວ ໃນສັງຄົມທີ່ປົກກະຕິແລ້ວຈະເສລີ.
ລາຍງານດັ່ງກ່າວໄດ້ພົບວ່າ ເສລີພາບໃນດ້ານການຂ່າວໄດ້ຊຸດໂຊມລົງ ຢູ່ທົ່ວໂລກ
ຍ້ອນ “ການກົດຂີ່ຮູບແບບໃໝ່ ທີ່ເກີດຂຶ້ນໃນສັງຄົມເປີດ ແລະ ປະເທດອຳນາດຜະ
ເດັດການ.”
ທ່ານນາງ ຊາຣາ ເຣປຸຈີ (Sarah Repucci), ຜູ້ອຳນວຍການອະວຸໂສສຳລັບພະແນກ
ຄົ້ນຄວ້າ ແລະ ວິເຄາະ ຂອງອົງການ Freedom House ໄດ້ກ່າວຕໍ່ວີໂອເອວ່າ ລາຍ
ງານໄດ້ຄົ້ນພົບການຊຸດໂຊມລົງ ຂອງເສລີພາບດ້ານການຂ່າວ ຈາກສອງສົ້ນຢ່າງກົງ
ກັນຂ້າມກັນ.”
ທ່ານນາງເວົ້າວ່າ ໃນດ້ານນຶ່ງແມ່ນ ລະບອບການປົກຄອງເຊິ່ງເປັນທີ່ຮູ້ກັນດີໃນ ການ
ປາບປາມສື່ມວນຊົນ ໄດ້ສືບຕໍ່ໃຊ້ກົນລະຍຸດທີ່ “ຄຸ້ນເຄີຍກັນຫຼາຍ” ຄື ຈັບກຸມນັກຂ່າວ,
ຂົ່ມຂູ່ຕໍ່ຄວາມປອດໄພຂອງເຂົາເຈົ້າ, ໃຊ້ກົດໝາຍກົດຂີ່, ກົດໝາຍການໃສ່ຮ້າຍ ທີ່
ເອົາຄວາມຜິດຕໍ່ເສລີພາບໃນການປາກເວົ້າ.” ແຕ່ໃນອີກດ້ານນຶ່ງ, ລາຍງານໄດ້ພົບວ່າ
ບັນດາຜູ້ນຳທີ່ຖືກເລືອກເອົາຢ່າງເປັນປະຊາທິປະໄຕ, ຜູ້ທີ່ໄດ້ໃຊ້ກົນລະຍຸດໃໝ່ ເພື່ອ
“ຄວບຄຸມສື່ມວນຊົນ ໃນທາງທີ່ສະຫຼາດ ຫຼາຍ ທີ່ເຮັດໃຫ້ເຂົາເຈົ້າສາມາດເຂົ້າຄວບຄຸມ
ຂໍ້ຄວາມທີ່ຖືກສົ່ງອອກໄປໃຫ້ປະຊາຊົນ.”
ລາຍງານດັ່ງກ່າວໄດ້ປະເມີນລະດັບຂອງເສລີພາບໃນດ້ານການຂ່າວອອກເປັນ “ເສລີ,
“ເສລີສ່ວນນຶ່ງ” ຫຼື “ບໍ່ມີເສລີ.”
ອົງການ Freedom House ໄດ້ອະທິບາຍລັກສະນະຂອງເສລີພາບດ້ານການຂ່າວທີ່
ເສລີວ່າ ເປັນສິ່ງແວດລ້ອມ ຂອງສື່ມວນຊົນ ເຊິ່ງການສະເໜີຂ່າວການເມືອງແມ່ນເຂັ້ມ
ແຂງ, ການລ່ວງລ້ຳຂອງລັດໃນການເກັບກຳຂ່າວແມ່ນໜ້ອຍທີ່ສຸດ, ຄວາມປອດໄພ
ຂອງນັກຂ່າວມີການຮັບປະກັນ, ແລະ ການເກັບກຳຂ່າວບໍ່ຖືກຈັດເປັນສິ່ງຜິດກົດໝາຍ
ແລະ ການກົດດັນທາງເສດຖະກິດ.
ລາຍງານໄດ້ຄົ້ນພົບວ່າ ມີທັງໝົດ 16 ປະເທດທີ່ຖືກຈັດວ່າ “ເສລີ” ເປັນການ ຫຼຸດລົງ
ຂອງຄະແນນເສລີພາບໃນດ້ານການຂ່າວໃນລະຫວ່າງ ຫ້າປີທີ່ຜ່ານມາ. ແຕ່ແນວໂນ້ມ
ທີ່ໜ້າລົບກວນໄດ້ສະແດງໃຫ້ເຫັນວ່າ ໃນ ຢູໂຣບ, ເຊິ່ງ 4 ປະເທດ ຈາກທຸກໆ 5 ປະ
ເທດ ແມ່ນ “ເສລີ” ນັ້ນ, ຄະແນນພື້ນຖານສຳລັບເສລີພາບໃນດ້ານການຂ່າວໄດ້ຫຼຸດລົງ
8 ເປີເຊັນ.