ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ກຸ່ມສິ້ງຊອມ ກ່າວປະນາມ ກຳປູເຈຍ ສຳລັບການຖອນໃບ​ອະ​ນຸ​ຍາດສື່ມວນຊົນ


ນາຍົກລັດຖະມົນຕີຂອງ ກຳປູເຈຍ ທ່ານ ຮຸນ ເຊັນ ລົມກັບສື່ມວນຊົນ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວຢູ່ຫ້ອງການລັດຖະບານໃນນະຄອນຫຼວງ ຮາໂນ່ຍ, ປະເທດ ຫວຽດນາມ. 4 ຕຸລາ, 2019.
ນາຍົກລັດຖະມົນຕີຂອງ ກຳປູເຈຍ ທ່ານ ຮຸນ ເຊັນ ລົມກັບສື່ມວນຊົນ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວຢູ່ຫ້ອງການລັດຖະບານໃນນະຄອນຫຼວງ ຮາໂນ່ຍ, ປະເທດ ຫວຽດນາມ. 4 ຕຸລາ, 2019.

ການຕັດສິນໃຈໂດຍພວກເຈົ້າໜ້າທີ່ ກຳປູເຈຍ ເພື່ອຖອນລາຍເຊັນຫຼື​ໃບ​ອະ​ນຸ​ຍາດຂອງອົງ​ການຂ່າວສາມ​ອົງ​ການ ແມ່ນ “ການຂົ່ມຂູ່ທີ່ບໍ່ມີຄວາມໜ້າອັບອາຍ” ອີງຕາມການກ່າວຂອງກຸ່ມຕິດຕາມສື່ມວນຊົນ.

ການຕັດສິນໃຈຂອງກະຊວງຖະແຫຼງຂ່າວ ຈະສົ່ງຜົນກະທົບຕໍ່ອົງ​ການຂ່າວ Bayong Times, Cambodia Today, ແລະ ອົງ​ການຂ່າວອອນໄລນຂອງ ກຳປູເຈຍ Cover TV ຫຼື KCTV.

​ອົງ​ການ​ຂ່າວທັງສາມນັ້ນໄດ້ຖືກກ່າວຫາ​ວ່າ “ເຜີຍແຜ່ຂໍ້ມູນທີ່ລ່ວງລະເມີດຈັນຍາບັນຂອງນັກຂ່າວ ແລະ ສັນຍາຈ້າງທຸລະກິດ ທີ່ຖືກສະໜັບສະໜູນ,” ໂດຍກະຊວງດັ່ງກ່າວ, ອີງຕາມໜັງສືສະບັບວັນທີ 15 ມີນາ ຈາກລັດຖະມົນຕີກະ ຊວງຖະແຫຼງຂ່າວ ທ່ານ ໂຊກ ປຣະສິດ.

ໃນການສຳພາດ ກັບວີໂອເອເມື່ອອາທິດແລ້ວນີ້, ທ່ານ ທັດ ຢູເທຍ (Touch Yuthea) ຈາກ Cambodia Today ໄດ້ກ່າວວ່າລາວເຊື່ອວ່າການຕັດສິນທີ່ວ່ານັ້ນແມ່ນກ່ຽວຂ້ອງກັບເວັບໄຊ້ຂ່າວຂອງລາວທີ່ລາຍງານ ກ່ຽວກັບ ຄວາມຜິດປົກກະຕິໃນຂະບວນການປະມູນສັນຍາຂອງລັດຖະບານ.

Cambodia Today ໃນເດືອນກຸມພາທີ່ຜ່ານມາໄດ້ລາຍງານ ກ່ຽວກັບ ການກ່າວຫາຄວາມຜິດ ປົກກະຕິໃນການປະມູນສຳລັບສິ່ງຂອງຕ່າງໆສຳລັບກະຊວງແຮງງານ ແລະ ການຝຶກວິຊາຊີບ.

ເຈົ້າໜ້າທີ່ບາງຄົນໃນກະຊວງດັ່ງກ່າວເວົ້າວ່າ ເຂົາເຈົ້າສົງໄສໃນການປະຕິບັດທີ່ບໍ່ປົກກະຕິ, ເຊິ່ງອາດສົ່ງຜົນໃນການສູນເສຍເງິນຫຼາຍລ້ານໂດລາ ໃນການສູນເສຍຕໍ່ງົບປະມານແຫ່ງຊາດປະຈຳປີ.

ທ່ານ ຢູເທຍ ໄດ້ກ່າວຕໍ່ວີໂອເອວ່າ ເຈົ້າໜ້າທີ່ອາວຸໂສໃນພະແນກນິຕິບັນຍັດຂອງກະຊວງຖະແຫຼງຂ່າວໄດ້ຂໍໃຫ້ທ່ານເອົາລາຍງານນັ້ນລົງຢ່າງຊໍ້າແລ້ວຊໍ້າອີກ.​ ທຳອິດທ່ານ ຢູເທຍ ບໍ່ເຫັນດີ.

ຕໍ່ມາ, ໂດຍທີ່ບໍ່ຢາກຈະສ້າງຄວາມຂັດແຍ້ງ ກັບພວກເຈົ້າໜ້າທີ່ຢູ່ກະຊວງຖະແຫຼງຂ່າວນັ້ນ, ທ່ານ ຢູເທຍ ເວົ້າວ່າລາວໄດ້ຕັດສິນໃຈທີ່ຈະເອົາລາຍງານນັ້ນອອກຈາກເວັບໄຊ້ຂ່າວຂອງລາວ.

ທ່ານ ຢູເທຍ ກ່າວວ່າ “ຂ້າພະເຈົ້າບໍ່ຢາກເຮັດເກີນຂອບເຂດ ກ່ຽວກັບ ບັນຫານີ້. ແຕ່ຮອດວັນທີ 15 ມີນາ, “ຫຼັງຈາກຂ້າພະເຈົ້າໄດ້ທຳການຍິນຍອມທີ່ຈະສິ້ນສຸດບັນຫານີ້,” ກະຊວງດັ່ງກ່າວໄດ້ອອກໜັງສື “ເພື່ອລົບລ້າງລາຍເຊັນຂອງຂ້າພະເຈົ້າ.”

ທ່ານ ມີສ໌ ໂສພອນ (Meas Sophorn), ໂຄສົກຂອງກະຊວງຖະແຫຼງຂ່າວ, ແມ່ນບໍ່ສາມາດຕິດຕໍ່ຫາເພື່ອຄຳເຫັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG