ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັດລາວຢູ່ອາເຈັນຕີນາ ປີນີ້ ຈະບໍ່ມີພິທີສະຫຼອງບຸນປີໃໝ່ລາວ ຢ່າງເປັນທາງການ


ພະພຸດທະຮູບໃຫຍ່ ທີ່ວັດລາວຣັດຕະນະຣັງສີຍາຣາມ ໃນເມືອງໂປຊາດາ ແຂວງມິນຊີໂອເນສ ປະເທດອາເຈັນຕີນາ (ຮູບຈາກພະອາຈານສົມສັກ ອິນທະວິໄລ)
ພະພຸດທະຮູບໃຫຍ່ ທີ່ວັດລາວຣັດຕະນະຣັງສີຍາຣາມ ໃນເມືອງໂປຊາດາ ແຂວງມິນຊີໂອເນສ ປະເທດອາເຈັນຕີນາ (ຮູບຈາກພະອາຈານສົມສັກ ອິນທະວິໄລ)

ວັດລາວຣັດຕະນະຣັງສີຍາຣາມໃນເມືອງໂປຊາດາ ແຂວງມິຊີໂອເນສ ປະເທດອາເຈັນຕີນາ ປີນີ້ ຈະບໍ່ມີພິທີສະຫຼອງບຸນປີໃໝ່ລາວ ຢ່າງເປັນທາງການ.ພະອາຈານສີວອນ ທັມມາພິຊິດໂທ ເຈົ້າອະທິການວັດລາວຣັດຕະນະຣັງສີຍາຣາມ ກ່າວກ່ຽວກັບເລື້ອງນີ້ວ່າ:


“ປີນີ້ຄືຊິບໍ່ໄດ້ມີແຜນການອີ່ຫຍັງຄືຊິບໍ່ໄດ້ເຮັດ ເນື່ອງຈາກພະຍາດໂຄວິດ ຊ່ວງແລ້ວບຸນປະຈຳປີທີ່ຜ່ານມາມື້ກີ້ໜີ້ ຫຼັງຈາກແລ້ວບຸນແລ້ວກໍມີຄົນຫັ້ນຕິດເຊື້ອພະຍາດແນ່ຈັ່ງຊີ້ນະ.”

ພະອາຈານສີວອນ ທັມມາພິຊິດໂທ ເຈົ້າອາວາດວັດລາວຣັດຕະນະຣັງສີຍາຣາມ ທີ່ເມືອງໂປຊາດາ ປະເທດອາເຈັນຕີນາ
ພະອາຈານສີວອນ ທັມມາພິຊິດໂທ ເຈົ້າອາວາດວັດລາວຣັດຕະນະຣັງສີຍາຣາມ ທີ່ເມືອງໂປຊາດາ ປະເທດອາເຈັນຕີນາ

ແນວໃດກໍຕາມ ພະອາຈານສີວອນ ທັມມາພິຊິດໂທກໍກ່າວວ່າ ທາງວັດລາວໃນເມືອງໂປຊາດາ ກໍຈະຈັດໃຫ້ມີການຮົດສົງພະພຸດທະຮູບ ຕາມປະເພນີ ຊຶ່ງພະອາຈານສີວອນເວົ້າວ່າ ຊາວລາວທີ່ຢູ່ໃກ້ຄຽງສາມາດມາຮ່ວມໄດ້. ພະອາຈານສີວອນກ່າວກ່ຽວກັບເລື້ອງນີ້ວ່າ:


“ຊິອັນເຊີນພະເພິ່ນລົງມາສົງ ແລະກາວ່າຜູ້ທີ່ຢາກຈະມາກໍສາມາດມາໄດ້ ແຕ່ວ່າຈະບໍ່ມີການປະກາດວ່າຈະຈັດງານສົງພະແມ່ນຫຍັງຈັ່ງຊີ້ນະ ທາງຄູບາປະຈຳວັດຢູ່ແລ້ວເນາະ ເອົາເພິ່ນລົງແລ້ວກໍຈະສົງພາຍໃນ 3 ມື້ຫັ້ນ.”

ອາເຈັນຕີນາ ເປັນປະເທດດຽວເທົ່ານັ້ນ ທີ່ມີຊຸມຊົນລາວອາໄສຫຼາຍເປັນພິເສດ ແລະວັດລາວຣັດຕະນະຣັງສີຍາຣາມ ໃນເຂດເມືອງໂປຊາດາສ ແຂວງມິຊີໂອເນສ ກໍເປັນວັດລາວພຽງແຫ່ງດຽວ ໃນທະວີບອາເມຣິກາໃຕ້.

XS
SM
MD
LG