ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັດລາວທີ່ເມືອງໂປຊາດາສ ປະເທດອາເຈັນຕິນາ ຍັງເຮັດບຸນສິນກິນທານ ແບບຈຳກັດ ໃນຂະນະທີ່ມີການລະບາດ ຂອງພະຍາດໂຄວິດ


ພະອາຈານສີວອນ ທັມມາພິຊິດໂທ ເຈົ້າອາວາດ ວັດລາວຣັດຕະນະຣັງສີຍາຣາມ ໃນເມືອງໂປຊາດາສ ປະເທດອາເຈັນຕິນາ.
ພະອາຈານສີວອນ ທັມມາພິຊິດໂທ ເຈົ້າອາວາດ ວັດລາວຣັດຕະນະຣັງສີຍາຣາມ ໃນເມືອງໂປຊາດາສ ປະເທດອາເຈັນຕິນາ.

ວັດລາວຣັດຕະນະຣັງສີຍາຣາມໃນເມືອງໂປຊາດາ ແຂວງມິຊີໂອເນສ ປະເທດອາເຈັນຕີນາຍັງເຮັດບຸນສິນກິນທານ ຕາມປົກກະຕິ ໃນຂະນະທີ່ ໂຄວິດ-19 ພວມລະບາດຢູ່ນີ້. ພະອາຈານສີນວນ ທັມມາພິຊິດໂທ ເຈົ້າອະທິການວັດ ຣັດຕະນະຣັງສີຍາຣາມ ກ່າວວ່າ ເນື່ອງຈາກວັດມີສະຖານທີ່ຈຳກັດ ດັ່ງນັ້ນຈຶ່ງຈຳເປັນຕ້ອງຜັດປ່ຽນກັນມາ. ພະອາຈານສີວອນກ່າວວ່າ:


“ພິທີທາງສາສະໜາກໍມີຕາມປົກກະຕິຢູ່ ແຕ່ວ່າຄົນກໍສະຫລັບປ່ຽນບໍ່ໄດ້ມາທຸກອາທິດ ເນື່ອງຈາກວ່າພະຍາດໂຄວິດແລະກໍບາອາທິດມາ ມາອາທິດນີ້ ອາທິດໜ້າບໍ່ໄດ້ມາ ຜູ້ບໍ່ໄດ້ມາກໍສັບປ່ຽນກັນມາແບບນີ້.”

ພະອາຈານສີວອນ ກ່າວວ່າ ທາງວັດຣັດຕະນະຣັງສີຍາຣາມ ກໍໄດ້ປະຕິບັດຕາມລະບຽບກົດໝາຍ ໂດຍທົ່ວໄປຂອງສາກົນ ແລະໃນເຂດທ້ອງຖິ່ນ ຊຶ່ງພະອາຈານກ່າວຕື່ມວ່າ:


“ກາມີ ເຮົາກາມີຫ່າງກັນ 2 ແມັດ ແລະກາໃສ່ໜ້າກາກ ແລະກໍລ້າງດ້ວຍອາລກໍຮໍດ້ວຍແຈລນໍ ເຮົາກໍຈະຕິດໄວ້ປະຕິວັດຄືກັນເພະາວ່າຫຍັງ ບາງເທື່ອຫາກມີຄົນ ຝຣັ່ງເຂົ້າມາເບິ່ງ ເຂົາກໍຈະເຫັນວ່າພວກເຮົາເຮັດຕາມກົດລະບຽບ.”

ຕໍ່ຄຳຖາມທີ່ວ່າ ຊຸມຊົນລາວໃນເຂດເມືອງໂປຊາດາສກໍມີຄົນຕິດພະຍາດໂຄວິດ-19 ຢູ່ບໍ? ພະອາຈານສີນວນ ກ່າວວ່າ ເທົ່າທີທີ່ພະອາຈານຮູ້ ຢູ່ໜີ້ກໍໄດ້ຍິນຂ່າວວ່າ ມີສາມສີ່ຄົນຕິດພະຍາດໂຄວິດ ແຕ່ພວກເຂົາເຈົ້າກໍໄດ້ກັກໂຕປິ່ນປົວຊຶ່ງໃນເວລານີ້ກໍຫາຍດີໝົດແລ້ວ ແລະກໍປາກົດວ່າ ບໍ່ມີຄົນລາວເສຍຊີວິດຍ້ອນພະຍາດດັ່ງກ່າວ.

XS
SM
MD
LG