ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັດລາວໂປຊາດາສ ບໍ່ໄດ້ສະຫຼອງບຸນໃຫຍ່ ກາງເດືອນກຸມພາ ຄືທຸກໆປີ ຍ້ອນໂຄວິດ-19


ອອກຕົນຍາດໂຍມທີ່ໄປເຮັດບຸນ ຢູ່ວັດລາວຣັດຕະນະຣັງສີຍາຣາມ ໃນເຂດເມືອງໂປຊາດາສ ແຂວງມິນຊິໂອເນສ ປະເທດອາເຈັນຕິນາ.
ອອກຕົນຍາດໂຍມທີ່ໄປເຮັດບຸນ ຢູ່ວັດລາວຣັດຕະນະຣັງສີຍາຣາມ ໃນເຂດເມືອງໂປຊາດາສ ແຂວງມິນຊິໂອເນສ ປະເທດອາເຈັນຕິນາ.

ວັດລາວຣັດຕະນະຣັງສີຍາຣາມ ໃນເຂດເມືອງໂປຊາດາສ ແຂວງມິຊີໂອເນສ ປະເທດອາເຈັນຕີນາ ໃນປີນີ້ ບໍ່ໄດ້ຈັດງານບຸນໃຫຍ່ ຊຶ່ງຕາມປົກກະຕິແລ້ວ ແມ່ນມີຂຶ້ນໃນກາງເດືອນກຸມພາຂອງທຸກໆປີ ໂດຍຈະມີຄົນລາວໃນປະເທດອາເຈັນຕິນາຈາກທົ່ວສາລະທິດເດີນ ທາງມາເຕົ້າໂຮມກັນ ແຕ່ຍ້ອນການລະບາດຂອງພະຍາດໂຄວິດ-19 ຈຶ່ງມີການຍົກເລີກ. ພະອາຈານສີວອນ ທັມມາພິສິດໂທ ເຈົ້າອະທິການວັດລາວຣັດຕະນະຣັງສີຍາຣາມກ່າວວ່າ:

“ປີນີ້ ທາງໄກບໍ່ໄດ້ມາ ແຂວງມິສຊິໂອເນສ ກໍຈະບໍ່ໄດ້ມາໝົດທຸກຄົນສຳລັບປີນີ້ ແຂວງອື່ນມາບໍ່ໄດ້ ບໍ່ໄດ້ມາຮ່ວມເລີຍທາງໄກ”

ພະອາຈານສີວອນ ທັມມາພິສິດໂທ
ພະອາຈານສີວອນ ທັມມາພິສິດໂທ

ແຕ່ແນວໃດກໍຕາມ ພະອາຈານສີວອນ ທັມມາພິສິດໂທ ກ່າວວ່າ ທາງວັດຣັດຕະນະຣັງສີຍາຣາມ ໄດ້ຈັດພິທີເຮັດບຸນກອງເຂົ້າແທນ ຊຶ່ງພະອາຈານກ່າວກ່ຽວກັບເລື້ອງນີ້ວ່າ:

“ມີການທຳພິທີ ເຂົາເອີ້ນເຮັດບຸນກອງເຂົ້າ ເຮົາຈະເອົາເຂົ້າມາໂຮມກັນ ຕອນກາງຄືນກໍມີການສູດມຸງຄຸນ ມີການຟັງເທດສອງສາມກັນ ປະມານນີ້ ເຊົ້າວັນທີ 14 ກໍໄດ້ທໍາພິທີຖວາຍເຄື່ອງໄທຍະທ່ານ ໃສ່ບາດ ສໍາລັບປີນີ້.”

ວັດລາວຣັດຕະນະຣັງສີຍາຣາມ ໃນເຂດເມືອງໂປຊາດາສ ແຂວງມິຊີໂອເນສ ປະເທດອາເຈັນຕີນາ ເປັນວັດລາວ ພຽງແຫ່ງດຽວເທົ່ານັ້ນ ໃນທະວີບອາເມຣິກາໃຕ້

XS
SM
MD
LG